Breaking News

ສປປລາວ ຈະໄດ້ຮັບວັກຊີນໄຟເຊີ້ ຈຳນວນ 100.620 ໂດສຈາກໂຄງການໂຄແວັກ ໃນໄວໆນີ້

ຳສູນຂ່າວສານການແພດສຸຂະສຶກສາ ລາຍງານວ່າ: ເພື່ອເປັນການກຽມພ້ອມຮັບວັກຊີນກັນພະຍາດໂຄວິດ-19 ຄັ້ງຕໍ່ໄປຈາກ ໂຄແວັກ(COVAX), ກະຊວງສາທາລະນະສຸກ ໄດ້ຮັບການຊ່ວຍເຫຼືອທາງດ້ານຕູ້ແຊ່ທາງການແພດ ທີ່ມີຄວາມສາມາດໃນການເກັບຮັກສາວັກຊີນໃຫ້ຢູ່ໃນອຸນຫະພູມ -70 °C ຈໍານວນ 3 ເຄື່ອງ.

ອົງການອະນາໄມໂລກປະຈຳ ສປປ ລາວ ໄດ້ມອບຕູ້ແຊ່ UCC (Ultra Cold Chain) ດັ່ງກ່າວໃຫ້ ຂະແໜງກັນພະຍາດດ້ວຍວັກຊີນ, ສູນສຸຂະພາບແມ່ ແລະ ເດັກ ຜ່ານການສະໜັບສະໜູນຂອງ ກະຊວງສາທາລະນະສຸກ ເຢຍລະມັນ (BMG).

ໃນຊ່ວງ 2-3 ເດືອນທີ່ຜ່ານ ກະຊວງສາທາລະນະສຸກ ໄດ້ມີການປະຕິບັດໜ້າທີ່ຢ່າງຕັ້ງໜ້າໃນວຽກງານການແຈກຢາຍວັກຊີນກັນພະຍາດໂຄວິດ-19. ໂດຍທີ່ຮອດວັນທີ 30 ພຶດສະພາ 2021 ຕົວເລກຈໍານວນວັກຊີນທີ່ຖືກສັກໃຫ້ແກ່ປະຊາກອນທີ່ນອນໃນກຸ່ມເປົ້າໝາຍໃນທົ່ວປະເທດແມ່ນ 885.694 ໂດສ (ເຂັມທໍາອິດ 658.377 ແລະ ເຂັມທີສອງ 277.317). ດ້ວຍຜົນສໍາເລັດດັ່ງກ່າວ, ກະຊວງສາທາລະນະສຸກ ເອງກໍມີແຜນທີ່ຈະສູ້ຊົນສັກວັກຊີນໃຫ້ໄດ້ 50% ຂອງຈຳນວນພົນລະເມືອງທັງໝົດພາຍໃນປີ 2021.

ສປປ ລາວ ຄາດວ່າຈະໄດ້ຮັບວັກຊີນໄຟເຊີ້ (Pfizer) ຈຳນວນ 100.620 ໂດສ ໃນໄວໆນີ້ ເຊິ່ງວັກຊີນດັ່ງກ່າວມີຄວາມຈໍາເປັນທີ່ຈະຕ້ອງມີການບັນຈຸເພື່ອເກັບຮັກສາດ້ານປະສິດທິພາບໃນລະບົບຕູ້ແຊ່ UCC ແບບສະເພາະ.

Sponsor by sokxay plus

ວີທີຊື້ເລກ ໄດ້ຮັບເງີນຄືນ 5% ໄດ້ແທ້ 100%

ພຽງເທົ່ານີ້ ກໍ່ຮັບໄປເລີຍ ສ່ວນຫຼຸດ 5% ງ່າຍ


About admin

Check Also

ບໍ່ສົມຄວນເປັນສາວຄູເລີຍ!!!ຕີໄດ້ຮອດນັກຮຽນຂອງຕົວເອງ

ບໍ່ສົມຄວນເປັນສາວຄູເລີຍ!!!ຕີໄດ້ຮອດນັກຮຽນຂອງຕົວເອງ. ເຫດເກີດຢູ່ທີ່ໂຮງຮຽນແຫ່ງໜື່ງສາວຄູໃຊ້ຄວາມບໍ່ເຫມາະສົມກັບນັກຮຽນຂອງຕົວເອງ. ໂດຍສາວຄູ່ໄດ້ວຸໄວ້າວ່າ:ນ້ອງນັກຮຽນຂອງຕົນເອງບໍ່ຍອມພັກພ່ອນສາວຄູເລີຍໃຈຮ້າຍໃສ່ …..

Leave a Reply

Your email address will not be published. Required fields are marked *

Recent Comments

No comments to show.