Breaking News

ອີກແລ້ວ! ຫ້ອງແຖວກໍາລັງຍົກຈອກມ່ວນໆ ເຈົ້າໜ້າທີ່ມາຮ່ວມວົງນໍາ ເອົາໄປສຶກສາອົບຮົມ

ວັນທີ 30 ພຶດສະພາ 2021 ປກສ ກຸ່ມ ສີຖານ ເມືອງສີໂຄດຕະບອງ ໄດ້ສົມທົບກັບ ປກສ ບ້ານ ນາຄຳ ເມືອງສີໂຄດຕະບອງ ສືບຕໍ່ເອົາໃຈໃສ່ກວດກາຂອບເຂດພື້ນທີ່ຄວາມຮັບຜິດຊອບຂອງຕົນ ເພື່ອຮັກສາຄວາມສະຫງົບ ຄວາມເປັນລະບຽບຮຽບຮ້ອຍ, ຜ່ານການກວດກາຕົວຈິງ ເຫັນໄດ້ວ່າ ຍັງມີກຸ່ມຄົນຈໍານວນໜຶ່ງ ທີ່ພັກເຊົ່າຢູ່ຫ້ອງແຖວ ເຂດບ້ານ ນາຄຳ ຍັງມີການຕັ້ງວົງຊຸມແຊວເຫຼົ້າ, ເບຍ ກັນເປັນກຸ່ມທັງໝົດມີ 6 ຄົນ ຍິງ 2 ຄົນ ຊາຍ 4 ຄົນ ( ຄົນຈີນ) ເຊິ່ງການກະທຳດັ່ງກ່າວ ເປັນການລະເມີດແຈ້ງການ, ຄຳສັ່ງ ເລກທີ 15 /ນຍ ລົງວັນທີ 21 ເມສາ 2021; ແຈ້ງການ ເລກທີ 02/ຈນວ. ວ່າດ້ວຍການຈັດຕັ້ງປະຕິບັດຄຳສັ່ງ ວ່າດ້ວຍການເພີ່ມທະວີມາດຕະການປ້ອງກັນ ຄວບຄຸມ, ສະກັດກັ້ນ ແລະ ແກ້ໄຂການລະບາດຂອງພະຍາດ ໂຄວິດ ຢູ່ນະຄອນຫຼວງວຽງຈັນ ໄລຍະວັນທີ 21 ພຶດສະພາ ຫາ 4 ມີຖຸນາ 2021.

ຕໍ່ການປະພຶດຂອງພວກກ່ຽວ ເຈົ້າໜ້າທີ່ ປກສ ກຸ່ມສີຖານ ໄດ້ເຮັດບົດບັນທຶກສຶກສາອົບຮົມຕໍ່ຜູ້ມາພັກເຊົ່າຈຳນວນ 6 ຄົນ ໃຫ້ພວກກ່ຽວຢຸດເຊົ່າພຶດຕິກຳດັ່ງກ່າວ ແລະ ໄດ້ແນະນຳໃຫ້ພວກກ່ຽວຈົ່ງໃຫ້ການຮ່ວມມື ແລະ ປະຕິບັດຄຳສັ່ງ, ແຈ້ງການຢ່າງເຂັ້ມງວດ ແລະ ໄດ້ແນະນໍາໃຫ້ຜູ້ປະກອບການຫ້ອງແຖວຈົ່ງໄດ້ເອົາໃຈໃສ່ຕໍ່ຄຳສັ່ງ, ແຈ້ງການ ຂອງຂັ້ນເທິງຢ່າງເຂັ້ມງວດ ທັງນັ້ນກໍ່ເພື່ອເປັນການເຝົ້າລະວັງການແຜ່ລະບາດເຊື້ອພະຍາດໂຄວິດ ທີ່ກຳລັງການລະບາດໃນສັງຄົມ.

ດັ່ງນັ້ນ ກອງບັນຊາການ ປກສ ນະຄອນຫຼວງວຽງຈັນ ໄດ້ຮຽກຮ້ອງມາຍັງທຸກພາກສ່ວນໃນສັງຄົມ, ນັບທັງພົນລະເມືອງລາວ – ຊາວຕ່າງປະເທດ ຈົ່ງໃຫ້ການຮ່ວມມື ປະຕິບັດມາດຕະການ ຄຳສັ່ງ, ແຈ້ງການຕ່າງໆ ຢາງເຂັ້ມງວດ; ໃນກໍລະນີຖ້າພົບເຫັນສະພາບ ແລະ ປະກົດການຫຍໍທໍ້ຕ່າງໆທີ່ເກີດຂຶ້ນໃນ ນະຄອນຫຼວງວຽງຈັນ ແຈ້ງໄດ້ທີເບີ whatsapp 020 2889 9774 ແລະ ທາງຂໍ້ຄວາມ Facebook ປ້ອງກັນຄວາມສະຫງົບນະຄອນຫຼວງວຽງຈັນ ຕະຫຼອດ 24 ຊົ່ວໂມງ ເພື່ອແກ້ໄຂສະພາບການຢ່າງທັນເຫດ.

Sponsor by sokxay plus

ວີທີຊື້ເລກ ໄດ້ຮັບເງີນຄືນ 5% ໄດ້ແທ້ 100%

ພຽງເທົ່ານີ້ ກໍ່ຮັບໄປເລີຍ ສ່ວນຫຼຸດ 5% ງ່າຍ


About admin

Check Also

ສົດໆ…

ດ່ວນ! ສາວ ຈະໂດດນ້ຳເພື່ອຈົບຊີວິດໂຕເອງ ດ່ວນ! ສາວ ຈະໂດດນ້ຳເພື່ອຈົບຊີວິດໂຕເອງ ຢູ່ແຄມນໍ້າຂອງສະຫວັນນະເຂດ ເວລາ 9:30 ນາທີ ວັນທີ 19/4/2023 ປະກາດຫາຍາດພີ່ນ້ອງຕອນນີ້ຢູ່ແຄມຂອງສະຫວັນນະເຂດໃຜຮູ້ຈັກລາວ ຫຼືຍາດພີ່ນ້ອງ ກະໃຫ້ແຈ້ງດ່ວນ …

Leave a Reply

Your email address will not be published. Required fields are marked *

Recent Comments

No comments to show.