Breaking News

ອີກແລ້ວ! ແຂວງ ໄຊຍະບູລີ ເ ກີ ດແຜ່ນດິ ນໄຫ ວ 2 ຄັ້ງ

ອີງຕາມຂໍ້ມູນຈາກສູນຂໍ້ມູນຂ່າວສານແຜ່ນດິນໄຫວແຫ່ງຊາດລາວ ໃນຂອບເຂດທົ່ວປະເທດ ເຊິ່ງໄດ້ພົບສັນຍານການເກີດແຜ່ນດິນໄຫວ ພາຍໃນປະເທດລາວ ຈໍານວນ 02 ຄັ້ງ, ໃນບໍລິເວນ ແຂວງໄຊຍະບູລີ.

ໂດຍໃນເວລາ 03:30:53 ໂມງ, ຂອງໂມງທ້ອງຖິ່ນ ໄດ້ພົບສັນຍານແຜ່ນດິນໄຫວ ຈຸດສູນກາງເສັ້ນຂະໜານທີ 19.487 ອົງສາເໜືອ ແລະ ເສັ້ນແວງທີ 101.506 ອົງສາເວັນອອກ ຄວາມແຮງສັ່ນສະເທືອນວັດແທກໄດ້ 2.0 ຣິກເຕີ, ເຊິ່ງມີຄວາມເລີກຈາກເທິງໜ້າດິນ ປະມານ 4 ກິໂລແມັດ ຈຸດສູນກາງເກີດແຜ່ນດິນໄຫວຢູ່ທີ່ ເມືອງໄຊສະຖານ ແຂວງໄຊຍະບູລີ, ເຊິ່ງຈຸດເກີດແຜ່ນດິນໄຫວ ແມ່ນຫ່າງຈາກເທດສະບານ ເມືອງໄຊສະຖານ ປະມານ 27 ກິໂລແມັດ.

ແລະ ໃນເວລາ 04:54:13 ໂມງ, ຂອງໂມງທ້ອງຖິ່ນ ໄດ້ພົບສັນຍານແຜ່ນດິນໄຫວ ຈຸດສູນກາງເສັ້ນຂະຫນານທີ 19.386 ອົງສາເໜືອ ແລະ ເສັ້ນແວງທີ 101.549 ອົງສາຕາເວັນອອກ ຄວາມແຮງສັ່ນສະເທືອນ ວັດແທກໄດ້ 1.8 ຣິກເຕີ, ເຊິ່ງມີຄວາມເລີກຈາກເທິງໜ້າດິນ ປະມານ 3 ກິໂລແມັດ ຈຸດສູນກາງເກີດແຜ່ນດິນໄຫວຢູ່ທີ່ ບ້ານນາຂັນ, ເມືອງໄຊຍະບູລີ ແຂວງໄຊຍະບູລີ, ເຊິ່ງຈຸດເກີດແຜ່ນດິນໄຫວແມ່ນຫ່າງຈາກເທດສະບານ ເມືອງໄຊຍະບູລີ ປະມານ 22 ກິໂລແມັດ.

ເຫດການແຜ່ນດິນໄຫວໃນເບື້ອງຕົ້ນຍັງບໍ່ມີລາຍງານຜົນເສຍຫາຍ

Sponsor by sokxay plus

ວີທີຊື້ເລກ ໄດ້ຮັບເງີນຄືນ 5% ໄດ້ແທ້ 100%

ພຽງເທົ່ານີ້ ກໍ່ຮັບໄປເລີຍ ສ່ວນຫຼຸດ 5% ງ່າຍ


About admin

Check Also

ສົດໆ…

ດ່ວນ! ສາວ ຈະໂດດນ້ຳເພື່ອຈົບຊີວິດໂຕເອງ ດ່ວນ! ສາວ ຈະໂດດນ້ຳເພື່ອຈົບຊີວິດໂຕເອງ ຢູ່ແຄມນໍ້າຂອງສະຫວັນນະເຂດ ເວລາ 9:30 ນາທີ ວັນທີ 19/4/2023 ປະກາດຫາຍາດພີ່ນ້ອງຕອນນີ້ຢູ່ແຄມຂອງສະຫວັນນະເຂດໃຜຮູ້ຈັກລາວ ຫຼືຍາດພີ່ນ້ອງ ກະໃຫ້ແຈ້ງດ່ວນ …

Leave a Reply

Your email address will not be published. Required fields are marked *

Recent Comments

No comments to show.