ຫ້ອງການຄະນະຈັດຕັ້ງສູນກາງພັກ ຂໍແຈ້ງມາຍັງບັນດາທ່ານ ທີ່ມີຄວາມສົນໃຈຢາກສະໝັກສອບເສັງເຂົ້າເປັນລັດຖະກອນ ຢູ່ ຄະນະຈັດຕັ້ງສູນກາງພັກ ຊຶ່ງມີສາຂາວິຊາ ແລະ ມາດຕະຖານ-ເງື່ອນໄຂ ລະອຽດດັ່ງນີ້:

* ສາຂາວິຊາທີ່ຕ້ອງການ
1. ວິທະຍາສາດການເມືອງ, ກົດໝາຍການປົກຄອງ: ຕ້ອງຈົບ ປະລິນຍາຕີຂຶ້ນໄປ;
2. ອັກສອນສາດ (ພາສາຈີນ): ຕ້ອງຈົບ ປະລິນຍາຕີຂຶ້ນໄປ, ຄະແນນ HSK ລະດັບ 4 ຂຶ້ນໄປ;
3. ວິທະຍາສາດຄອມພິວເຕີ (ພັດທະນາໂປຣແກຣມຄອມພິວເຕີ): ຕ້ອງຈົບ ຊັ້ນສູງຂຶ້ນໄປ.

* ມາດຕະຖານ ແລະ ເງື່ອນໄຂຖືສັນຊາດລາວໂດຍກຳເນີດ, ອາຍຸບໍ່ເກີນ 34 ປີ, ມີເຈດຈໍານົງຢາກເຂົ້າເປັນລັດຖະກອນ ແລະ ເຮັດວຽກຢູ່ຄະນະຈັດຕັ້ງສູນກາງພັກ;
ມີປະຫວັດຕົ້ນກໍາເນີດ, ການເຄື່ອນໄຫວຂອງຕົນເອງ ແລະ ປະຫວັດຄອບຄົວຈະແຈ້ງ;
ບໍ່ເຄີຍຖືກສານຕັດສິນລົງໂທດຕັດອິດສະຫຼະພາບ, ບໍ່ຖືກວິໄນໃຫ້ອອກຈາກການຈັດຕັ້ງພັກ-ລັດ, ເອກະຊົນ ຫຼື ອົງການຈັດຕັ້ງສາກົນ;
ມີຄວາມຮູ້ດ້ານພາສາຈີນ ຫຼື ພາສາຫວຽດນາມໃນລະດັບດີ (ສາມາດອ່ານ, ຂຽນ, ແປເປັນລາຍລັກອັກສອນ ແລະ ແປປາກເປົ່າໄດ້) ຈະພິຈາລະນາເປັນພິເສດ;
ມີຄວາມຮູ້-ຄວາມສາມາດນໍາໃຊ້ຄອມພິວເຕີໃນລະດັບດີ;ມີມະນຸດສໍາພັນດີ ແລະ ສຸຂະພາບແຂງແຮງດີ (ໃບຢັ້ງຢືນສຸຂະພາບຈາກໂຮງໝໍສູນກາງ ບໍ່ໃຫ້ກາຍ 3 ເດືອນ
– ມີບ່ອນພັກເຊົາ ແລະ ພາຫະນະທຽວການເປັນຂອງຕົນເອງ.

* ຂັ້ນຕອນ, ວັນ ແລະ ເວລາສະໝັກ
1. ທ່ານສາມາດດາວໂຫລດແບບຟອມສະໝັກທີ່ເວບໄຊ້ຂອງຄະນະຈັດຕັ້ງສູນກາງພັກ: www.pccob.gov.la, ເລີ່ມແຕ່ວັນທີ 01 ມິຖຸນາ 2021 ແລະ ປິດປະກາດ ວັນທີ 06 ມິຖຸນາ 2021;
2. ກະລຸນາປະກອບເອກະສານໃຫ້ຄົບຖ້ວນ ຕາມຄໍາແນະນໍາທີ່ລະບຸໄວ້ໃນແບບຟອມສະໝັກ ແລ້ວສົ່ງເຖິງຄະນະຈັດຕັ້ງສູນກາງພັກ ສະເພາະທາງອີເມວ (Email): pccob1955@gmail.com ບໍ່ໃຫ້ກາຍວັນທີ 11 ມິຖຸນາ 2021.
3. ຜູ້ທີ່ຜ່ານການກວດກາມາດຕະຖານ-ເງື່ອນໄຂ ແລະ ປະກອບເອກະສານຄົບຖ້ວນຕາມທີ່ໄດ້ກຳນົດໄວ້, ຄະນະຮັບຜິດຊອບສອບເສັງລັດຖະກອນຂອງຄະນະຈັດຕັ້ງສູນກາງພັກ ຈະແຈ້ງຕອບຄືນ ແລະ ນັດມາເອົາບັດເຂົ້າຫ້ອງສອບເສັງ;
4. ສອບຖາມຂໍ້ມູນ: ກົມຈັດຕັ້ງ-ພະນັກງານ, ຄະນະຈັດຕັ້ງສູນກາງພັກ ໂທ: 020 54405050.
ທີ່ມາ
