ໃນນະຄອນຫຼວງວຽງຈັນເຮົານີ້ຜ່ານມາແມ່ນມີການລະບາດໃນຊຸມຊົນຫຼາຍ ແລະຜູ້ຕິດເຊື້ອບາງຄົນກໍ່ບໍ່ຮູ້ສຶກຕົວວ່າຕົນເອງຕິດໂຄວິດມາແນວໃດ ບາງຄົນກໍ່ບໍມີອາການສະແດງອອກ ເຮັດໃຫ້ຄົນກຸ່ມນີ້ຍັງສືບຕໍ່ໃຊ້ຊີວິດຕາມປົກກະຕິໄປຕະຫຼາດໄປໃຊ້ບໍລິການສາທາລະນະຕ່າງໆ ສາເຫດນີ້ເອງເຮັດໃຫ້ 8 ຕະຫຼາດ ແລະ 1 ຈຸດຂາຍໃນນະຄອນຫຼວງວຽງຈັນຕ້ອງປິດບໍລິການຊົ່ວຄາວ ເພື່ອສີດຂ້າເຊື້ອກ່ອນເກີດຄືນ.

ໃນ2-3 ວັນມານີ້ ປະກົດວ່າປະຊາຊົນຈຳນວນໜື່ງໄປຕະຫຼາດເສຍຖ້ຽວເພາະໄປຮອດແລ້ວຕະຫຼາດປິດ ນັ້ນເພາະເພິ່ນຕ້ອງປະຕິບັດມາດຕະການປ້ອງກັນໂຄວິດຢ່າງເຄັ່ງຄັດ ບໍ່ໃຫ້ຕະຫຼາດເປັນທີ່ແຜ່ເຊື້ອເນື່ອງຈາກເປັນສະຖານທີ່ໆມີຄົນໄປຫຼາຍໃນແຕ່ລະວັນ ເມື່ອມີທາມລາຍຜູ້ຕິດໂຄວິດເຂົ້າໄປປັບຕະຫຼາດກໍ່ຈຳເປັນຕ້ອງປິດຂ້າເຊື້ອ ເພື່ອຄວາມປອດໄພ.
ຕາມການຖະແຫຼງຂ່າງທ່ານ ນາງ ວັນມະນີ ພິມມະສານ ຫົວໜ້າພະແນກອຸດສາຫະກໍາ ແລະ ການຄ້າ ນະຄອນຫຼວງວຽງຈັນ ກ່າວໃນຖະແຫຼງຂ່າວຂອງຄະນະສະເພາະກິດຄວບຄຸມພະຍາດໂຄວິດ-19 ປະຈໍາວັນທີ 29 ພຶດສະພາ 2021 ໃຫ້ຮູ້ວ່າ: ເພື່ອຮັບປະກັນບໍ່ໃຫ້ມີການແຜ່ເຊື້ອໂຄວິດ-19 ເຂົ້າສູ່ຕະຫຼາດ ເນື່ອງຈາກໄດ້ມີຜູ້ຕິດເຊື້ອໄດ້ໄປຊົມໃຊ້ບໍລິການຢູ່ຕະຫຼາດ ຈຶ່ງໄດ້ມອບໝາຍໃຫ້ພະແນກອຸດສາຫະກຳ ແລະການຄ້ານະຄອນຫຼວງ ອອກແຈ້ງການໂຈະການບໍລິການຊົ່ວຄາວ ເປັນເວລາ 2 ວັນເພື່ອຂ້າເຊື້ອ ແລະ ເຮັດການອະນາໄມ ຈັດສັນຄືນໃໝ່ ຈຳນວນ 8 ຕະຫຼາດ ແລະ 1 ຈຸດຂາຍໃນນັ້ນມີ ຕະຫຼາດໂນນຄໍ້, ຕະຫຼາດຫົວຂົວ, ຕະຫຼາດ 5 ແຍກ ດົງຈອງ, ຈຸດຂາຍຢູ່ໜ້າໂຮງງານຕັດຫຍິບໄອຊິນ, ຕະຫຼາດໄຮຄໍາ, ຕະຫຼາດທົ່ງປົ່ງ, ຕະຫຼາດລາວອົດຊີ, ຕະຫຼາດໂພນຕ້ອງຈອມມະນີ, ຕະຫຼາດສີວິໄລ.

ຕໍ່ວຽກງານການແຈ້ງໂຈະຊົ່ວຄາວດັ່ງກ່າວກໍ່ອາດເຮັດໃຫ້ປະຊາຊົນ ແລະ ຜູ້ປະກອບການອາດບໍ່ໄດ້ຮັບຄວາມສະດວກໃນການຊື້-ຂາຍປານໃດ ແຕ່ກໍຂໍໃຫ້ເຂົ້າໃຈ ເພາະເປັນການປ້ອງກັນບໍ່ໃຫ້ພະຍາດແຜ່ລະບາດກໍ່ຄືຕັດວົງຈອນຂອງການລະບາດ, ແຕ່ໂດຍລວມກໍ່ເຫັນວ່າຜູ້ປະກອບການ ພໍ່ຄ້າຊາວຂາຍ ແລະ ຜູ້ໄປໃຊ້ບໍລິການກໍມີຄວາມເຂົ້າໃຈ ແລະ ໃຫ້ການຮ່ວມມືດີຫຼາຍ.
