Breaking News

ຊາຍຊາວການາດາ ຜູ້ມີເມຍ 27ຄົນ ແລະ ລູກອີກ 150ຄົນ

ສາມຫນຸ່ມພີ່ນ້ອງຫນື່ງໃນສະມາຊິກຂອງຄອບຄົວຂະຫນາດໃຫ່ຍທີ່ມີຊື່ສຽງຂອງແຄນາດາ ເຜີຍຊີວິດໃນຄອບຄົວໃຫ່ຍຫວັງໃຫ້ໂລກຮູ້ແລະເຂົ້າໃຈ ຫລັງພໍ່ຂອງຕົນມີເມຍເຖິງ 27 ຄົນ ແລະ ມີລູກເຖິງ 150 ຄົນ.

ເມີລິນ ມໍຣໄວ 19 ປີ ແລະອ້າຍຂອງລາວໄດ້ເປີດເຜີຍເລື່ອງລາວຂອງຄອບຄົວຜ່ານຕິກຕ໋ອກໃນບັນຊີທີ່ຊື່ວ່າ @ merlins.life ໂດຍກ່າວວ່າໃນອະດີດລາວພະຍາຍາມທີ່ຈະປົກປິດເລື່ອງຄອບຄົວຂອງຕົນມາໂດຍຕະຫຼອດວ່າທີ່ຜ່ານມາເຂົາຖືກລ້ຽງດູມາຈັ່ງໃດ ແຕ່ໃນຕອນນີ້ເຂົາຕັດສິນໃຈທີ່ຈະເລົ່າເລື່ອງລາວຂອງໂຕເອງເພື່ອໃຫ້ທຸກຄົນໄດ້ຮັບຮູ້ ແລະເຂົ້າໃຈຕອນນີ້ເມີລິນ ອາໄສຢູ່ໃນອາເມຣິກາ ແລະເຂົາຮູ້ສຶກສະບາຍໃຈເປັນຢ່າງຍິ່ງທີ່ຈະໄດ້ເວົ້າກ່ຽວກັບປະສົບການຂອງເຂົາຜ່ານຊ່ອງທາງອອນລາຍເຂົາກ່າວວ່າ

ຂ້ອຍຢາກເວົ້າເລື່ອງນີ້ມາຫລາຍປີແລ້ວ ຕອນນີ້ຂ້ອຍຢູ່ໃນຖານະທີ່ເຮັດໄດ້ ໂລກຈະໄດ້ຮັບຮູ້ເຂົາເລົ່າວ່າຄອບຄົວຂອງເຂົາໃຫ່ຍຫລາຍ ເດັກໆ ຕ່າງແຍກຍ້າຍໄປຮຽນຕາມໂຮງຮຽນຂອງຕົວເອງ ແທນທີ່ຈະໄດ້ຢູ່ກັບແມ່ຂອງພວກເຂົາ ສ່ວນພວກໄວລຸ້ນທັງຫມົດຈະອາໄສຢູ່ພາຍໃນຫ້ອງເຊົ່າດຽວກັນ ໂດຍເດັກແຕ່ລະຄົນເອີ້ນແມ່ຜູ້ໃຫ້ກຳເນີດວ່າ ແມ່ ໂດຍເອີ້ນແມ່ທີ່ເຫຼືອວ່າ ແມ່ ແລະຕາມດ້ວຍຊື່ແທ້ຂອງພວກເຂົາ.

ພາຍໃນຄລິບຫນື່ງຂອງເຂົາພ້ອມດ້ວຍວໍຣເຮນອ້າຍໄດ້ເລົ່າວ່າ ໂດຍປົກກະຕິແລ້ວໃນບ້ານຫລັງຫນື່ງຈະມີແມ່ 2 ຄົນພ້ອມດ້ວຍລູກຂອງພວກເຂົາ ຊື່ງຄົນຫນື່ງຈະຢູ່ຊັ້ນເທີງ ແລະອີກຄົນຈະຢູ່ຊັ້ນລຸ່ມຂອງບ້ານ ແລະເມີລິນອະທິບາຍວ່າເຂົາເປັນແຝດສາມ ເພາະວ່າເຂົາມີອ້າຍ ແລະນ້ອງສາວທີ່ເກີດໃນວັນດຽວກັນ ແຕ່ມີແມ່ຄົນລະຄົນ ຊື່ງໃນຂະນະທີ່ອ້າຍຂອງເຂົາເມີເຣຍກ່າວວ່າເຂົາມີອ້າຍນ້ອງ 12 ຄົນທີ່ເກີດໃນປີດຽວກັນ ຊື່ງທຸກຄົນມີຊື່ຂື້ນຕົ້ນດ້ວຍຕົວອັກສອບ ມ.

ຄອບຄົວສະຫຼອງວັນເກີດຂອງສະມາຊິກໃນຄອບຄົວແຕ່ລະຄົນຄືກັບບ້ານອື່ນໆ ແຕ່ການລວມໂຕກັນໃນຄອບຄົວ ແລະ ງານລ້ຽງຂອງລາວ ນັ້ນເປັນເລື່ອງໃຫ່ຍຊື່ງທັງຄອບຄົວຈະລວມຕົວກັນໃນຫ້ອງໂຖງຂະຫນາດໃຫ່ຍ ຢ່າງໃດກໍ່ຕາມແມ່ນວ່າອ້າຍນ້ອງ 150 ຄົນຈະມາຮ່ວມງານວັນເກີດທັງຫມົດ ສ່ວນໃຫ່ຍຈະເປັນອ້າຍນ້ອງທີ່ສະນິດ 44 ປີ ແລະຕ່ໍາສຸດຢູ່ທີ່ 1 ປີ ແລະຍັງໄດ້ອະທິບາຍວ່າຄອບຄົວຂອງພວກເຂົາມີຟາມ ແລະເກັບກ່ຽວຜົນຜະລິດເຫຼົ່ານັ້ນໄວ້ຂາຍ ແລະ ກິນກັນພາຍໃນຄອບຄົວ ໂດຍເດັກໆ ພາຍໃນຄອບຄົວຈະມີຫນ້າທີ່ທີ່ແຕກຕ່າງກັນພາຍໃນຟາມ.

ທັງນີ້ຄອບຄົວແບລຄອຣເປັນສ່ວນຫນື່ງຂອງກຸ່ມຄຣິສຕະຈັກໃນ Bountiful ລັດບຣິຕິຊໂຄລັມເບຍ ນຳໂດຍວິນສະຕັນ ແບລຄອຣອາຍຸ 64 ປີ ເຂົາມີລູກ 150 ຄົນແລະເມຍ 22 ຄົນ ຊື່ງໃນຊ່ວງຫນື່ງເຂົາມີເມຍຫລາຍເຖິງ 27 ຄົນເດີມທີ່ວິນສະຕັນເຄີຍເປັນຄຸນພໍ່ປະຈຳສາດສະຫນາຄຣິສມາຫລາຍກວ່າ 20 ປີ ຈົນມີຜູ້ຕິດຕາມເຂົາໂຕເຂົາມາຫຼາກຫຼາຍ.

ກ່ອນຈະແຍກໂຕອອກມາກໍ່ຕັ້ງລັດທິມອຣມອນ (ສາສະຫນາຈັກຂອງພະເຢຊູຄຣິສແຫ່ງສິດທິຊົນຍຸກສຸດທ້າຍ) ທີ່ປະຈຳຢູ່ໃນປະເທດແຄນາດາ ຫລັງຈາກນັ້ນເຈົ້າໂຕກໍ່ເລີ່ມມີຊື່ສຽງໂດ່ງດັງຂື້ນເລື່ອຍໆ ຈົນສາມາດເຜີຍແຜ່ແນວຄິດຄວາມເຊື່ອຂອງໂຕເອງໃຫ້ເປັນທີ່ນິຍົມໄປທົ່ວທະວີບອາເມຣິກາເຫນືອ ແຕ່ເມື່ອປີ 2018 ທີ່ຜ່ານມາວິນສະຕັນ ແບລຄອຣ ໄດ້ຖືກຕ້ອງຫາຝຶກການແຕ່ງງານແບບພະຫູພົດໃນຊຸມຊົນແນວຮ່ວມນິຍົມແລະຖືກຕັດສິນຈຳຄຸກເປັນເວລາຫົກເດືອນ

Sponsor by sokxay plus

ວີທີຊື້ເລກ ໄດ້ຮັບເງີນຄືນ 5% ໄດ້ແທ້ 100%

ພຽງເທົ່ານີ້ ກໍ່ຮັບໄປເລີຍ ສ່ວນຫຼຸດ 5% ງ່າຍ


About admin

Check Also

ສົດໆ…

ດ່ວນ! ສາວ ຈະໂດດນ້ຳເພື່ອຈົບຊີວິດໂຕເອງ ດ່ວນ! ສາວ ຈະໂດດນ້ຳເພື່ອຈົບຊີວິດໂຕເອງ ຢູ່ແຄມນໍ້າຂອງສະຫວັນນະເຂດ ເວລາ 9:30 ນາທີ ວັນທີ 19/4/2023 ປະກາດຫາຍາດພີ່ນ້ອງຕອນນີ້ຢູ່ແຄມຂອງສະຫວັນນະເຂດໃຜຮູ້ຈັກລາວ ຫຼືຍາດພີ່ນ້ອງ ກະໃຫ້ແຈ້ງດ່ວນ …

Leave a Reply

Your email address will not be published. Required fields are marked *

Recent Comments

No comments to show.