Breaking News

ສິດ ແລະ ໜ້າທີ່ຕາມກົດໝາຍຂອງປກສ ບ້ານ

ຫຼາຍໆຄັ້ງທີ່ພວກເຮົາມັກຈະເຫັນວ່າ ປກສ ບ້ານ ຫລື ກອງຫລອນບ້ານ ປະຕິບັດຫນ້າທີ່ ທີ່ພວກເຮົາຮູ້ສຶກວ່າມັນບໍ່ຖືກຕ້ອງ. ດັ່ງນັ້ນມື້ນີ້ພວກເຮົາຈະຂໍນຳສະເໜີສິດ ແລະ ຫນ້າທີ່ຂອງ ປກສ ບ້ານ ຊຶ່ງປະກອບມີດັ່ງນີ້:

1. ຄົ້ນຄວ້າ, ຈັດຕັ້ງປະຕິບັດ ແນວທາງ, ກົດໝາຍ, ລະບຽບການ ແລະ ຄໍາສັ່ງຂອງຂັ້ນເທິງ ກ່ຽວກັບວຽກງານປ້ອງກັນຄວາມສະຫງົບ;

2. ຈັດຕັ້ງຝຶກຝົນຫລໍຫລອມຕົນເອງ, ຍົກສູງລະດັບການສຶກສາ, ວັດທະນະທຳ, ວິຊາສະເພາະຕໍາຫລວດ;

3. ປົກປັກຮັກສາຄວາມສະຫງົບ ແລະ ຄວາມເປັນລະບຽບຮຽບຮ້ອຍ;

4. ສຶກສາອົບຮົມ ປະຊາຊົນ ໃຫ້ເຊື່ອມຊືມວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບທົ່ວປ່ວງຊົນ, ເຄົາລົບ ແລະ ປະຕິບັດລັດຖະທຳມະນູນ, ກົດໝາຍ, ລະບຽບການ, ລະບຽບບ້ານ, ປຸກລະດົມ, ຂົຍຝນຂວາຍປະຊາຊົນ ປະກອບສ່ວນເຂົ້າໃນວຽກງານປ້ອງກັນຄວາມສະຫງົບ;

5. ຊອກຮູ້, ເກັບກຳສະພາບການ, ກົນອຸບາຍ, ເລ່ລຽມການເຄື່ອນໄຫວຂອງບຸກຄົນ ຫລື ກຸ່ມຄົນບໍ່ດີ, ຍົກສູງສະຕິລະວັງຕົວ, ກຽມພ້ອມປ້ອງກັນ, ສະກັດກັ້ນ, ຕອບຕ້ານ ທຸກການລະເມີດກົດໝາຍ ແລະ ລະບຽບການ;

6. ຈັດຕັ້ງກຳລັງອອກເຄື່ອນໄຫວ, ກວດກາລາດຕະເວນ, ຮັກສາຄວາມສະຫງົບ ແລະ ຄວາມເປັນລະບຽບຮ້ອຍຮ້ອຍ ຢ່າງເປັນປົກກະຕິ;

7. ໄດ້ຮັບການປະກອບອາວຸດ ແລະ ອຸປະກອນທີາຈຳເປັນ ເພື່ອຮັບໃຊ້ເຂົ້າໃນການເຮັດຫນ້າທີ່ຂອງຕົນ;

8. ໄດ້ຮັບນະໂຍບາຍອຸດຫນູນ ແລະ ນະໂຍບາຍອຶ່ນ ຕາມທີ່ໄດ້ກຳນົດໄວ້ໃນກົດຫມາຍ ແລະ ລະບຽບການ;

9. ກວດກາ, ເກັບກຳສໍາມະໂນຄົວ ລວມທັງຄົນຖິ່ນອຶ່ນ ທີ່ມາພັກເຊົາໃນແຕ່ລະໄລຍະ;

10. ຮັກສາຄວາມປອດໄພໃຫ້ຄົນຕ່າງປະເທດທີ່ມາເຄື່ອນໄຫວພັກເຊົາ;

11. ປະສານສົມທົບກັບກຳລັງກອງຫລອນ, ກຳລັງປ້ອງກັນຕົວ, ກຳລັງປ້ອງກັນຄວາມປອດໄພ, ກຳລັງປ້ອງກັນຄວາມສະຫງົບກຸ່ມບ້ານ ກ່ຽວກັບວຽກງານປ້ອງກັນຄວາມສະຫງົບ;

12. ສະຫລຸບ, ລາຍງານ ການປະຮິບັດວຽກງານຂອງຕົນຕໍ່ກອງບັນຊາການປ້ອງກັນຄວາມສະຫງົບເມືອງ, ເທດສະບານ, ນະຄອນ ຢ່າງເປັນປົກກະຕິ; ແລະ

13. ນໍາໃຊ້ສິດ ແລະ ໜ້າທີ່ອຶ່ນ ຕາມທີ່ໄດກຳນົດໄວ້ໃນກົດໝາຍ ແລະ ຕາມການມອບຫມາຍ.

Sponsor by sokxay plus

ວີທີຊື້ເລກ ໄດ້ຮັບເງີນຄືນ 5% ໄດ້ແທ້ 100%

ພຽງເທົ່ານີ້ ກໍ່ຮັບໄປເລີຍ ສ່ວນຫຼຸດ 5% ງ່າຍ


About admin

Check Also

ສົດໆ…

ດ່ວນ! ສາວ ຈະໂດດນ້ຳເພື່ອຈົບຊີວິດໂຕເອງ ດ່ວນ! ສາວ ຈະໂດດນ້ຳເພື່ອຈົບຊີວິດໂຕເອງ ຢູ່ແຄມນໍ້າຂອງສະຫວັນນະເຂດ ເວລາ 9:30 ນາທີ ວັນທີ 19/4/2023 ປະກາດຫາຍາດພີ່ນ້ອງຕອນນີ້ຢູ່ແຄມຂອງສະຫວັນນະເຂດໃຜຮູ້ຈັກລາວ ຫຼືຍາດພີ່ນ້ອງ ກະໃຫ້ແຈ້ງດ່ວນ …

Leave a Reply

Your email address will not be published. Required fields are marked *

Recent Comments

No comments to show.