ຫຼ້າສຸດ ອອກໝາຍຈັບລຸງພົນແລ້ວ ເຊິ່ງເປັນລຸງຂອງນ້ອງຊົມພູ່, ສານແຂວງມຸກດາຫານ ອະນຸມັດໝາຍຈັບລຸງພົນ ໃນການເຮັດຜິດ 3 ຂໍ້ຫາ ຄື ພາກເດັກນ້ອຍ, ປະປ່ອຍເດັກນ້ອຍ ຈົນເປັນເຫດໃຫ້ເຖິງແກ່ຄວາມຕາຍ ແລະ ກະທຳການຕ່າງໆຕໍ່ສົບ ແລະ ສະພາບແວດລ້ອມ

ເຮັດໃຫ້ການສັນນະສູດສົບ ຫຼື ຜົນທາງຮູບຄະດີປ່ຽນແປງໄປ ໂດຍລາຍງານແຈ້ງວ່າ: ຕຳຫຼວດມີຫຼັກຖານຈາກເສັ້ນຜົມ ເຊິ່ງພິສູດໄດ້ວ່າ ລຸງພົນພາຫຼານ ຫຼື ນ້ອງຊົມພູ່ ຂຶ້ນໄປເທິງພູຈົນເສຍຊີວິດ.

ເຊິ່ງໃຊ້ເວລາຮວບຮວມຫຼັກຖານເປັນປີ ຈຶ່ງສາມາດປິດຄະດີ ແລະ ຂໍສານອະນຸມັດໝາຍຈັບໄດ້ໃນຄັ້ງນີ້.
