ປະຫວັດຄວາມເປັນມາຖ້ຳເກົາເລົາ ເປັນເວລາເຫີງນານມາແລ້ວ, ຖໍ້າແຫ່ງນີ້ຖືກຄົ້ນພົບໂດຍສອງອ້າຍນ້ອງ ທ້າວເກົາ ແລະ ທ້າວເລົາ ທີ່ເປັນປະຊາຊົນທ້ອງຖິ່ນໄປລ່າສັດເລີຍ ໄປພົບເຫັນປາກຖໍ້າແຫ່ງນີ້ ແລ້ວພາກັນເຂົ້າໄປໃນຖໍ້າເມື່ອທັງສອງເຂົ້າໄປບໍ່ຮູ້ທາງອອກ ແລະ ຄ້າງຢູ່ໃນຖ້ຳເປັນເວລາ 4 ມື້ 4 ຄືນ ຄິດວ່າຜິດເຈົ້າຖ້ຳ (ຜີຖ້ຳ) ຕາມຄວາມເຊື່ອຖື.

ຈົນປັນຍາພາກັນນັ່ງຈິ້ມແຂ້ວ ພໍດີມີເຂົ້າ 4 ເມັດຕິດໄມ້ຈິ້ມແຂ້ວອອກມາ, ຈຶ່ງເອົາເຂົ້າ 4 ເມັດດັ່ງກ່າວໄປບະຜີຖໍ້າ(ລ້ຽງຜີຖໍ້າ).ຈາກນັ້ນ ສາຍຕາຈຶ່ງແຈ້ງສະຫວ່າງເຫັນທາງເດີນ, ຫູໄດ້ຍິນສຽງກະທົບຂອງສິ່ງວັດຖຸ. ແລ້ວພາກັນຍ່າງເລາະຖໍ້າ ພົບແສງສະຫວ່າງ ແລະ ໄດ້ຍິນສຽງເຂ່ຍໃບໄມ້ຂອງນົກຄໍ່ ສອງອ້າຍນ້ອງຈຶ່ງພົ້ນຈາກຮູຖ້ຳ.

ເລີຍພົບເຫັນຝູງຊ້າງ, ຝູງມ້າກິນຫຍ້າຢູ່ກາງປ່າ ເຊິ່ງແມ່ນບ້ານນໍ້າລື ເມືອງຫຼວງນໍ້າທາ ໃນປະຈຸບັນ, ຫ່າງຈາກຖ້ຳປະມານ 20 ກວ່າກິໂລແມັດ.

ດັ່ງນັ້ນ, ຖ້ຳແຫ່ງນີ້ຈຶ່ງມີຊື່ວ່າຖ້ຳເກົາເລົາ ທີ່ເອີ້ນຕາມຊື່ຂອງຜູ້ພົບເຫັນມາເຖິງປະຈຸບັນນີ້.

ຖ້ຳເກົາເລົາ Kao Rao Cave ຕັ້ງຢູ່ບ້ານນ້ຳແອງ, ເມືອງວຽງພູຄາ ແຂວງຫຼວງນ້ຳທາ ເປັນແຫຼ່ງທ່ອງທ່ຽວທີ່ອຸດົມສົມບູນໄປດ້ວຍທິວທັດທຳມະຊາດທີ່ ສວຍສົດງົດງາມ ແລະ ໂດດເດັ່ນ.


ຈາກ: Northern charming-ສະເຫນ່ເມືອງເໜືອ