Breaking News

ພົບຜູ້ຕິດເຊື້ອໃໝ່ ເປັນພະນັກງານສູນລົດເບັ້ນ ບໍລິສັດ ໂອໂຕ້ລາວ (ລໍຖ້າຖະແຫລງການ)​

ພົບຜູ້ຕິດເຊື້ອໃໝ່ ເປັນພະນັກງານສູນລົດເບັ້ນ!ບໍລິສັດ ໂອໂຕ້ລາວ ເຊິ່ງເປີດສູນຈໍາໜ່າຍລົດຍີ່ຫໍ້ Mercedez Benz ແລະ ມີຫ້ອງວາງສະແດງຢູ່ທີ່ ບ້ານ ວັດນາກ ເມືອງ ສີສັດຕະນາກ.

ໄດ້ແຈ້ງວ່າມີພະນັກງານຄົນໜຶ່ງຂອງສູນໄດ້ກວດພົບເຊື້ອພະຍາດໂຄວິດ-19 ເຊິ່ງຜູ້ກ່ຽວໄດ້ກັບມາເຮັດວຽກຫຼັງຈາກພັກຜ່ອນປີໃໝ່ ແລະ ກັບມາເຮັດວຽກຄືນ ໃນວັນທີ 20 ເມສາ 2020 ແລະ ໄດ້ລາຍງານວ່າຜູ້ກ່ຽວໄດ້ເດີນທາງໄປໃສແນ່.

ໃນມື້ດຽວກັນ ເວລາ 15 ໂມງ, ຜູ້ກ່ຽວໄດ້ເດີນທາງໄປກວດເຊື້ອພະຍາດ ແລະ ຈໍາກັດບໍລິເວນຢູ່ໂຮງໝໍ 103 ນັບຕັ້ງແຕ່ເວລານັ້ນ. #ຜົນວິເຄາະຂອງຜູ້ກ່ຽວແມ່ນບວກ

ທາງບໍລິສັດ ໂອໂຕ້ລາວ ໄດ້ປິດຫ້ອງວາງສະແດງ ທັນທີທີ່ຮູ້ຂ່າວ, ຕິດຕໍ່ຫາລູກຄ້າທີ່ອາດຈະໄດ້ພົວພັນກັບພະນັກງານຄົນດັ່ງກ່າວ ແລະ ຈັດໃຫ້ພະນັກງານທຸກຄົນໄປກວດຫາເຊື້ອພະຍາດໂຄວິດ-19 ແລະ ສັກວັກຊີນປ້ອງກັນ.

ທັງນີ້, ໃນຕອນເຊົ້າ ວັນທີ 21​ ເມສາ (ມື້ນີ້) ໄດ້ທຳການປິດພື້ນທີ່ ເພຶ່ອທຳຄວາມສະອາດຂ້າເຊື້ອພື້ນທີສ່ຽງໃນບໍລິສັດ ໂດຍຜ່ານໜ່ວຍສະເພາະກິດ ແລະ ປິດບໍລິສັດເປັນເວລາຢ່າງໜ້ອຍ 14 ມື້ ເພື່ອສະແດງຄວາມຮັບຜິດຊອບຕໍ່ສັງຄົມ#ຊົມເຊີຍໃນນໍ້າໃຈຮັບຜິດຊອບ

Sponsor by sokxay plus

ວີທີຊື້ເລກ ໄດ້ຮັບເງີນຄືນ 5% ໄດ້ແທ້ 100%

ພຽງເທົ່ານີ້ ກໍ່ຮັບໄປເລີຍ ສ່ວນຫຼຸດ 5% ງ່າຍ


About admin

Check Also

ສົດໆ…

ດ່ວນ! ສາວ ຈະໂດດນ້ຳເພື່ອຈົບຊີວິດໂຕເອງ ດ່ວນ! ສາວ ຈະໂດດນ້ຳເພື່ອຈົບຊີວິດໂຕເອງ ຢູ່ແຄມນໍ້າຂອງສະຫວັນນະເຂດ ເວລາ 9:30 ນາທີ ວັນທີ 19/4/2023 ປະກາດຫາຍາດພີ່ນ້ອງຕອນນີ້ຢູ່ແຄມຂອງສະຫວັນນະເຂດໃຜຮູ້ຈັກລາວ ຫຼືຍາດພີ່ນ້ອງ ກະໃຫ້ແຈ້ງດ່ວນ …

Leave a Reply

Your email address will not be published. Required fields are marked *

Recent Comments

No comments to show.