Breaking News

ຂ່າວດີ ! ວັກຊີນປ້ອງກັນໂຄວິດ Pfizer ເຂັມ 1 ຈະເປີດໃຫ້ບໍລິການສັກ ໃນວັນທີ 15 ມິຖຸນາ 2021 ເປັນຕົ້ນໄປ

👏 ຂ່າວດີ ! ວັກຊີນປ້ອງກັນໂຄວິດ Pfizer ເຂັມ 1 ຈະເປີດໃຫ້ບໍລິການສັກ ໃນວັນທີ 15 ມິຖຸນາ 2021 ເປັນຕົ້ນໄປ (ສະເພາະ ຢູ່ນະຄອນຫຼວງວຽງຈັນ) !

ໃນໄລຍະປະຈຸບັນ ໄດ້ມີການສັກຢາວັກຊິນປ້ອງກັນພະຍາດ ໂຄວິດ 19 ເຂັມທີ 2 ໃນສະຖານທີ່ບໍລິການສາທາລະນະສຸກໃນຂອບເຂດທົ່ວປະເທດ, ຮຽກຮ້ອງໃຫ້ບັນດາທ່ານ ຈົ່ງໄປສັກວັກຊິນເຂັ້ມທີ 2 ຕາມກໍານົດເວລາ. ຖ້າກຸ່ມສ່ຽງ ຫາກໄດ້ຮັບວັກຊິນຄົບ ທັງ ສອງ ໂດສ ກໍ່ຈະເຮັດໃຫ້ ທ່າອ່ຽງຂອງການລະບາດຢູ່ບ້ານເຮົານີ້ ບໍ່ສາມາດແຜ່ລາມໄປໄດ້, ດັ່ງທີ່ພວກເຮົາເຫັນຫຼາຍປະເທດ ທີ່ມີອັດຕາການສັກວັກຊິນສູງ ເລີ່ມຜ່ອນຜັນບັນດາມາດຕະການໃນສັງຄົມ ຕະຫຼອດຮອດການເດີນທາງ.

ສໍາລັບຜູ້ທີ່ຍັງບໍ່ທັນໄດ້ຮັບວັກຊິນ ຫຼື ບໍ່ເປັນກຸ່ມສ່ຽງ, ພັກ ແລະ ລັດຖະບານ ໄດ້ຊີ້ນໍາ ແລະ ເລັ່ງລັດໃຫ້ ກະຊວງສາທາລະນະສຸກ ຈັດຫາວັກຊິນ ເພື່ອສັກໃຫ້ປະຊາຊົນໃຫ້ໄດ້ຢ່າງໝ້ອຍ 50 ເປີເຊັນ ຂື້ນໄປ, ສໍາລັບນະຄອນຫຼວງວຽງຈັນການສັກຢາວັກຊີນເຂັມທີ 1 ຊະນິດ Pfizer ຈະໄດ້ເລີ່ມຕົ້ນສັກວັນທີ 15 ມິຖຸນາ 2021 ເປັນຕົ້ນໄປ. ກຸ່ມເປົ້າຫມາຍບຸລິມະສິດແມ່ນ ຜູ້ອາຍຸ60 ປີຂື້ນໄປ ແລະ ຜູ້ມີພະຍາດປະຈໍາຕົວ.

ເພື່ອໃຫ້ອັດຕາການສັກຢາວັກຊີນປົກຄຸມໄດ້ຕາມຄາດໝາຍ, ດັ່ງນັ້ນ, ຂ້າພະເຈົ້າຈຶ່ງຮຽກຮ້ອງມາຍັງ ອໍານາດການປົກຄອງທ້ອງຖິ່ນ, ພະແນກສາທາລະນະສຸກແຂວງ ກໍ່ຄື ພະແນກການອື່ນໆ ລົງກວດກາ, ຊີ້ນໍາຢ່າງໃກ້ຊິດໃນບັ້ນສັກຢາປ້ອງກັນໃນແຂວງຂອງທ່ານເພື່ອໃຫ້ບັນລຸໃນເປົ້າໝາຍທີ່ໄດ້ວາງໄວ້.

Sponsor by sokxay plus

ວີທີຊື້ເລກ ໄດ້ຮັບເງີນຄືນ 5% ໄດ້ແທ້ 100%

ພຽງເທົ່ານີ້ ກໍ່ຮັບໄປເລີຍ ສ່ວນຫຼຸດ 5% ງ່າຍ


About admin

Check Also

ສົດໆ…

ດ່ວນ! ສາວ ຈະໂດດນ້ຳເພື່ອຈົບຊີວິດໂຕເອງ ດ່ວນ! ສາວ ຈະໂດດນ້ຳເພື່ອຈົບຊີວິດໂຕເອງ ຢູ່ແຄມນໍ້າຂອງສະຫວັນນະເຂດ ເວລາ 9:30 ນາທີ ວັນທີ 19/4/2023 ປະກາດຫາຍາດພີ່ນ້ອງຕອນນີ້ຢູ່ແຄມຂອງສະຫວັນນະເຂດໃຜຮູ້ຈັກລາວ ຫຼືຍາດພີ່ນ້ອງ ກະໃຫ້ແຈ້ງດ່ວນ …

Leave a Reply

Your email address will not be published. Required fields are marked *

Recent Comments

No comments to show.