ເຊື່ອວ່າຫຼາຍຄົນເຄີຍໄດ້ຍີນຜູ້ໃຫຍ່ເພີ່ນເວົ້າເພີ່ນເຕືອນເວລາກິນເຂົ້າແລ້ວໃຫມ່ໆ ວ່າຢ່າຟ້າວເຮັດນັ້ນເຮັດນີ້ ອາຫານຈະບໍ່ຍ່ອຍ ຫຼື ອາດກົດໄຫຼຢ້ອນໄດ້ ມື້ນີ້ແອັດໄດ້ລວບລວມ “ຂໍ້ຫ້າມ” ຫຼັງກິນເຂົ້າແລ້ວໃຫມ່ໆມາຟາກທຸກຄົນໃຫ້ໄດ້ຮູ້ກັນດັ່ງລຸ່ມນີ້:

1. ຢ່າກິນໝາກໄມ້ຕາມທັນທີ : ເພາະໝາກໄມ້ຈະໄປໝັກ ປະສົມກັບອາຫານ ເຮັດໃຫ້ເກິດແກ໊ສ ທ້ອງອືດ ທ້ອງເຟີໄດ້
.2. ຢ່າຟ້າວເຮັດວຽກ : ເນື່ອງຈາກເລືອດຈະໄປລ້ຽງກ້າມຊີ້ນ ແລະ ສະໝອງໜ້ອຍລົງ ເຮັດໃຫ້ຮ່າງກາຍເໝື່ອຍລ້າເກີນໄປ.
3. ຢ່າດື່ມນຳ້ຊາຂຸ້ນໆຕໍ່ : ເພາະຮ່າງກາຍຈະດູດຊືມອາຫານ ໂດຍສະເພາະທາດເຫຼັກໄດ້ໜ້ອຍລົງ ສ່ຽງເປັນພະຍາດໂລກຫົວໃຈ.

4. ຢ່າອອກກຳລັງກາຍ : ຈະເຮັດໃຫ້ອາຫານບໍ່ຍ່ອຍ ຮ່າງກາຍດູດຊຶມອາຫານໄດ້ໜ້ອຍ ແລະ ເຮັດໃຫ້ຈຸກສຽບກະເພາະໄດ້
.5. ຢ່າກິນຈົນຕ້ອງປົດສາຍແອວ : ເພາະຈະເຮັດໃຫ້ລຳໄສ້ບິດໂຕ ເຮັດວຽກບໍ່ປົກກະຕິ ແລະ ເກິດການອຸດຕັນໄດ້6. ຢ່າອາບນຳ້ : ການອາບນຳ້ຈະກະຕຸ້ນການໄຫຼວຽນເລືອດ ລົບກວນການຍ່ອຍອາຫານໄດ້.
6. ຢ່າອາບນຳ້ : ການອາບນຳ້ຈະກະຕຸ້ນການໄຫຼວຽນເລືອດ ລົບກວນການຍ່ອຍອາຫານໄດ້.

7. ຢ່າສູບຢາທັນທີ : ການສູບຢາທັນທີຫຼັງອາຫານ ຍິ່ງສ່ຽງຕໍ່ພະຍາດຖົງລົມໂປ່ງພອງ ແລະ ມະເຮັງ ຫຼາຍກວ່າການສູບຢາເວລາອື່ນໆ