ການເຝົ້າລະວັງການລະບາດຂອງເຊື້ອພະຍາດ ໂຄວິດ-19 ໃນປະເທດລາວເຮົາ ມາຮອດປະຈຸບັນຖືວ່າໜ້າເປັນຫ່ວງ ຫຼ້າສຸດ ມາຮອດວັນທີ 21 ເມສາ 2021 ພົບຜູ້ຕິດເຊື້ອໂຄວິດ-19 ໃໝ່ ເພີ່ມຂຶ້ນເຖິງ 28 ຄົນ.ໃນວັນທີ 21 ເມສາ 2021 ຄະນະສະເພາະກິດຄະນະສະເພາະກິດເພື່ອປ້ອງກັນ ຄວບຄຸມ ແລະ ແກ້ໄຂ ພະຍາດອັກເສບປອດທີ່ເກີດ

ຈາກເຊື້ອຈຸລະໂລກສາຍພັນໃໝ່ ໂຄວິດ-19 ຕາງໜ້າໂດຍທ່ານ ດຣ. ສີສະຫວາດ ສຸດທະນີລະໄຊ ຮອງຫົວໜ້າກົມຄວບຄຸມພະຍາດຕິດຕໍ່ ພ້ອມດ້ວຍ ທ່ານ ດຣ. ພອນປະດິດ ສັງໄຊຍະລາດ ຫົວໜ້າສູນວິເຄາະ ແລະ ລະບາດວິທະຍາ ກະຊວງສາທາລະນະສຸກ, ຕາງໜ້າກອງເລຂາຄະນະສະເພາະກິດ ເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂການ

ລະບາດຂອງພະຍາດ ໂຄວິດ-19, ຖະແຫຼງຂ່າວກ່ຽວກັບການລະບາດເຊື້ອພະຍາດໂຄວິດ-19 ໃນ ສປປ ລາວ.ທ່ານ ດຣ. ສີສະຫວາດ ສຸດທະນີລະໄຊ ຮອງຫົວໜ້າກົມຄວບຄຸມພະຍາດຕິດຕໍ່ ໄດ້ກ່າວວ່າ: ມາຮອດວັນທີ 20 ເມສາ 2021 ລາວເຮົາ ມີຜູ້ເດີນທາງເຂົ້າປະເທດ ທັງໝົດຈຳນວນ …….ຄົນ, ຜ່ານການເກັບຕົວຢ່າງມາກວດ

ທັງໝົດໃນວັນທີ 20 ເມສາ ຈຳນວນ 656 ກໍລະນີ ຜົນກວດພົບວ່າ ມີຜູ້ຕິດເຊື້ອໂຄວິດ ເພີ່ມອີກ 28 ຄົນ.
ໃນນັ້ນ: ຢູ່ ນະຄອນຫຼວງວຽງຈັນ 26 ຄົນ ແລະ ຢູ່ແຂວງຈຳປາສັກ 2 ຄົນ.

ມາຮອດປະຈຸບັນ ຕົວເລກຜູ້ຕິດເຊື້ອສະສົມທົ່ວປະເທດລາວມີທັງໝົດ 88 ຄົນ.