ໃນຕອນບ່າຍ ວັນທີ 4 ມິຖຸນາ 2021 ນີ້, ຢູ່ທີ່ກະຊວງການເງິນ ສະຫາຍ ພົນຕີ ປອ ວົງຄໍາ ພົມມະກອນ ຮອງລັດຖະມົນຕີ ກະຊວງປ້ອງກັນປະເທດ, ຫົວໜ້າຄະນະສະເພາະກິດຂັ້ນກະຊວງປ້ອງກັນປະເທດ ແຫ່ງ ສປປ ລາວ, ພ້ອມດ້ວຍຄະນະ ໄດ້ນໍາເອົາເງິນສົດຈໍານວນ 1 ຕື້ກີບ ໄປມອບໃຫ້ພັກ, ລັດ ແລະ ປະຊາຊົນ ສສ ຫວຽດນາມ ເພື່ອນໍາໃຊ້ເຂົ້າໃນວຽກງານຕ້ານ ແລະ ສະກັດກັ້ນການແຜ່ລະບາດຂອງພະຍາດໂຄວິດ

ຮອບໃໝ່ຢູ່ ສສ ຫວຽດນາມໂດຍມອບຜ່ານກະຊວງການເງິນ ສ ປປ ລາວ ຕາງໜ້າກ່າວຮັບໂດຍ ທ່ານ ບຸນເຫຼືອ ສິນໄຊວໍຣະວົງ ຮອງລັດຖະມົນຕີ ກະຊວງການເງິນ. ທ່ານ ບຸນເຫຼືອ ສິນໄຊວໍຣະວົງ ໄດ້ຕາງໜ້າໃຫ້ ພັກ, ລັດຖະບານ ສະແດງຄວາມຂອບໃຈເປັນຢ່າງສູງ

ໂດຍຜ່ານທ່ານຮອງລັດຖະມົນຕີກະຊວງປ້ອງກັນປະເທດ ຕະລອດຮອດ ນາຍ ແລະ ພົນທະຫານ ກໍຄື ປະຊາຊົນລາວ ທີ່ເວລາໃດກໍມີຄວາມເປັນຫ່ວງເປັນໃຍ ແລະ ໃຫ້ການຊ່ວຍເຫຼືອອັນລໍ້າຄ່າແກ່ ພັກ, ລັດຖະບານ ແລະ ປະຊາຊົນຫວຽດນາມ, ການຊ່ວຍເຫຼືອໃນຄັ້ງນີ້, ໄດ້ປະກອບສ່ວນອັນສໍາຄັນສ້າງຂວັນກໍາລັງໃຈອັນໃຫຍ່ຫຼວງ ແລະ ເພີ່ມກໍາລັງແຮງ ໃຫ້ແກ່ບັນດາໜ່ວຍງານຕ່າງໆ

ທີ່ກໍາລັງເຮັດວຽກແຂ່ງຂັນກັບເວລາ ເພື່ອເບິ່ງແຍງປິ່ນປົວຜູ້ຕິດເຊື້ອ ທີ່ມີຈໍານວນເພີ່ມຂຶ້ນຫຼາຍໃນແຕ່ລະມື້, ພ້ອມນີ້, ກໍຈະເປັນຂວັນກໍາລັງໃຈອັນປະເສີດ ແກ່ຄົນເຈັບຜູ້ທີ່ກໍາລັງປິ່ນປົວຢູ່ໃນໂຮງຫມໍຕ່າງໆ ສິ່ງເຫຼົ່ານີ້, ເປັນການ ສະແດງເຖິງນ້ໍາໃຈເອື້ອເຟື້ອເພື່ອແຜ່ລະຫວ່າງສອງຊາດອ້າຍນ້ອງ, ສະແດງເຖິງສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງ ລາວ ແລະ ຫວຽດນາມ ໃຫ້ນັບມື້ນັບແຕກດອກອອກຜົນຍິ່ງໆຂຶ້ນ.
