Breaking News

⛈️⛈️ເຕືອນແຂວງພາກເໜືອ, ພາກພາກກາງ​ ເຝົ້າລະວັງຝົນປານກາງ ຫາ​ ໜັກ​ ແລະ​ ທ້າຍອາທິດຝົນຈະຫຼຸດລົງໃນແຕ່ລະພາກ.

⛈️⛈️ເຕືອນແຂວງພາກເໜືອ, ພາກພາກກາງ​ ເຝົ້າລະວັງຝົນປານກາງ ຫາ​ ໜັກ​ ແລະ​ ທ້າຍອາທິດຝົນຈະຫຼຸດລົງໃນແຕ່ລະພາກ.

ກົມອຸຕຸນິຍົມ ແລະ​ ອຸທົກກະສາດ​ ຄາດຄະເນສະພາບອາກາດ ໃນໄລຍະວັນທີ 07 – 12 ມິຖຸນາ 2021: ໃນໄລຍະວັນທີ 07 ຫາ 10 ມິຖຸນານີ້ ຮ່ອງຄວາມກົດດັນອາກາດຕໍ່າຈະພາດຜ່ານພາກເໜືອ ຂອງປະເທດລາວ ສົມທົບກັບລົມມໍລະສຸມຕາເວັນຕົກສ່ຽງໃຕ້ພັດປົກຄຸມຢູ່ທຸກພາກຂອງປະເທດລາວ, ຊຶ່ງຈະເຮັດໃຫ້ມີຝົນຕົກຟ້າຮ້ອງຟ້າເຫຼື້ອມໃນລະດັບຄ່ອຍຢູ່ທົ່ວໄປເປັນບໍລິເວນກ້ວງ ແລະ ຕົກປານກາງ ຫາ ໜັກ ພ້ອມມີລົມພັດແຮງ ເປັນບາງໂອກາດຢູ່ບາງທ້ອງຖິ່ນແຂວງພາກເໜືອ ແລະ ພາກກາງ,

ຈາກນັ້ນ ໄລຍະວັນທີ 11 – 13 ມິຖຸນາ 2021 ອາກາດຈະຮ້ອນຂຶ້ນຕື່ມອີກ ແລະ ສະພາບຝົນໂດຍທົ່ວໄປຈະມີຝົນຕົກຫຼຸດລົງໃນແຕ່ລະພາກ ໂດຍສະເພາະເຂດພາກໃຕ້ຈະມີຝົນຕົກໜ້ອຍ.ມີຄຳເຕືອນ ເພື່ອເຝົ້າລະວັງ ຝົນຕົກຟ້າຮ້ອງຟ້າເຫຼື້ອມ, ລົມແຮງ ແລະ ດິນເຈື່ອນໃນໄລຍະວັນທີ 7 – 10 ມິຖຸນາ 2021​ ເນື່ອງຈາກຮ່ອງຄວາມກົດດັນອາກາດຕໍ່າຈະພາດຜ່ານພາກເໜືອຂອງປະເທດລາວ ສົມທົບກັບລົມມໍລະສຸມຕາເວັນຕົກສ່ຽງໃຕ້ພັດປົກຄຸມຢູ່ທົ່ວທຸກພາກຂອງປະເທດລາວ, ຊຶ່ງຈະເຮັດໃຫ້ມີຝົນຕົກຟ້າຮ້ອງຟ້າເຫຼື້ອມໃນລະດັບຄ່ອຍຢູ່ທົ່ວໄປເປັນບໍລິເວນກ້ວາງ ແລະ ຕົກ ປານກາງ ຫາ ໜັກ ພ້ອມມີລົມພັດແຮງ ເປັນບາງໂອກາດຢູ່ບາງທ້ອງຖິ່ນແຂວງພາກເໜືອ ແລະ​ ພາກກາງ.​

ດັ່ງນັ້ນ, ປະຊາຊົນທີ່ອາໄສຢູ່ເຂດດັ່ງກ່າວ ຈົ່ງມີສະຕິລະມັດລະວັງຕໍ່ສະພາບ ຝົນຕົກຟ້າຮ້ອງຟ້າເຫຼື້ອມຕິດຕໍ່ກັນຫຼາຍວັນ ພ້ອມມີລົມພັດແຮງ ທີ່ຈະເຮັດໃຫ້ມີດິນເຈື່ອນເກີດຂຶ້ນໄດ້ຢູ່ບາງທ້ອງຖິ່ນແຂວງພາກເໜືອ.

ທີ່ມາ

Sponsor by sokxay plus

ວີທີຊື້ເລກ ໄດ້ຮັບເງີນຄືນ 5% ໄດ້ແທ້ 100%

ພຽງເທົ່ານີ້ ກໍ່ຮັບໄປເລີຍ ສ່ວນຫຼຸດ 5% ງ່າຍ


About admin

Check Also

ສົດໆ…

ດ່ວນ! ສາວ ຈະໂດດນ້ຳເພື່ອຈົບຊີວິດໂຕເອງ ດ່ວນ! ສາວ ຈະໂດດນ້ຳເພື່ອຈົບຊີວິດໂຕເອງ ຢູ່ແຄມນໍ້າຂອງສະຫວັນນະເຂດ ເວລາ 9:30 ນາທີ ວັນທີ 19/4/2023 ປະກາດຫາຍາດພີ່ນ້ອງຕອນນີ້ຢູ່ແຄມຂອງສະຫວັນນະເຂດໃຜຮູ້ຈັກລາວ ຫຼືຍາດພີ່ນ້ອງ ກະໃຫ້ແຈ້ງດ່ວນ …

Leave a Reply

Your email address will not be published. Required fields are marked *

Recent Comments

No comments to show.