
ທຸຄົນລໍຟງເດີ ຈະມີ ລາຍງານ ເລື່ອງຜົນການກວດເຊື້ອໂຄວິ ດ .ຂໍ້ມູນໂຄວິດ-19 ວັນທີ 22/4/2021 ສປປ ລາວ ພົບຜູ້ຕິດເຊື້ອໃໝ່ ປະມານ 30 ຄົນ ໃນໄວໄວນີ້ ( ຢ່າຟ້າວແຕກຕື່ນນະ )

ຂ່າວມື້ວານນີ້ ລາວກວດພົບ ຜູ້ຕິດໂຄວິດເພີ່ມສູງ ເຖີງ +28 ຄົນ
ໃນວັນທີ 21 ເມສາ 2021 ຄະນະສະເພາະກິດຄະນະສະເພາະກິດເພື່ອປ້ອງກັນ ຄວບຄຸມ ແລະ ແກ້ໄຂ ພະຍາດອັກເສບປອດທີ່ເກີດຈາກເຊື້ອຈຸລະໂລກສາຍພັນໃໝ່ ໂຄວິດ-19 ຕາງໜ້າໂດຍທ່ານ ດຣ. ສີສະຫວາດ ສຸດທະນີລະໄຊ ຮອງຫົວໜ້າກົມຄວບຄຸມພະຍາດຕິດຕໍ່ ພ້ອມດ້ວຍ

ທ່ານ ດຣ. ພອນປະດິດ ສັງໄຊຍະລາດ ຫົວໜ້າສູນວິເຄາະ ແລະ ລະບາດວິທະຍາ ກະຊວງສາທາລະນະສຸກ, ຕາງໜ້າກອງເລຂາຄະນະສະເພາະກິດ ເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດ ໂຄວິດ-19, ຖະແຫຼງຂ່າວກ່ຽວກັບການລະບາດເຊື້ອພະຍາດໂຄວິດ-19 ໃນ ສປປ ລາວ.
ທ່ານ ດຣ. ສີສະຫວາດ ສຸດທະນີລະໄຊ ຮອງຫົວໜ້າກົມຄວບຄຸມພະຍາດຕິດຕໍ່ ໄດ້ກ່າວວ່າ: ມາຮອດວັນທີ 20 ເມສາ 2021 ລາວເຮົາໄດ້ເກັບຕົວຢ່າງມາກວດທັງໝົດໃນວັນທີ 20 ເມສາ ຈຳນວນ 656 ກໍລະນີ ຜົນກວດພົບວ່າ ມີຜູ້ຕິດເຊື້ອໂຄວິດ ເພີ່ມອີກ 28 ຄົນ. ໃນນັ້ນ: ຢູ່ ນະຄອນຫຼວງວຽງຈັນ 26 ຄົນ ແລະ ຢູ່ແຂວງຈຳປາສັກ 2 ຄົນ.

ລາຍລະອຽດ ແຕ່ລະຄົນ26 ຄົນໃນນະຄອນຫລວງ ທີ່ໄກ້ສິດກັບ 2 Miss ແລະ 2ບ່າວໄທ ແລ້ວຕິດ Covi d-1915 ຄົນແມ່ນຢູ່ອູ່ລົດໂພນຕ້ອງ,ບ້ານໂພນທັນ,ບ້ານໜອງທາໃຕ້,ບ້ານສີໃຄ,ບ້ານໜອງພະຍາ ແລະ

ບ້ານສະພານທອງໃຕ້ຮ້ານນວດ111 ຕິດ3ຄົນ, ຮ້ານໃດມອນຄາລາໂອເກະຕິດ2ຄົນ, ມາລີນາnight club ຕິດ3ຄົນ, ຮ້ານອາຫາFunny ຕິດ 2ຄົນ, ຮ້ານຄາລາໂອເກະ8118 ຕິດ1 ຄົນ ແລະຈຳນວນ26ຄົນນີ້ຍັງໄປມາຫາສູ່ຫລາຍຄົນ ໄປຫລາຍສະຖານທີ່ມີແນວໂນ້ມທີ່ເຊື້ອຈະລະບາດເປັນວົງກ້ວາງ