Breaking News

ໂ ຄ ວິ ດ ສາຍພັນເດລຕ້າ ຕິດງ່າຍຂຶ້ນກວ່າເກົ່າ 40%

ຂປລ. ຕາມ​ຂ່າວ​ຈາກ​ ອັງກິດ,ວັນ​ທີ 6​ ມິຖຸນາ, ທ່ານ ​​​ແມ​ດ​ ແຮນ​ຄອກ,ລັດຖະມນຕີ​ ກະຊວງ ສາທາລະນະ​ສຸກ ອັງກິດ ​ເປີດ​ເຜີຍ​ວ່າ: ​ໂຄ​ວິດ-19ສາຍ​ພັນ ​ເດລຕ້າ (Delta)ຕິດ​ງ່າຍ​ກວ່າ ສາຍ​ພັນ ອັນ​ຟາ (Alpha) ຫລື ສາຍ​ພັນ​ເຄນ (Kent)​ 40%.

​ແຕ່​ຜູ້​ທີ່​ສັກ​ ວັກ​ຊິນ​ຄົບ2​ໂດ​ສ​ແລ້ວ ສາມາດ​ປ້ອງກັນ​ໄດ້​ທັງ 2ສາຍ​ພັນດັ່ງກ່າວ.ສາຍ​ພັນ ​ເດລຕ້າ ທີ່​ຮູ້ຈັກ​ກັນ ​ໃນ​ນາມ​ສາຍ​ພັນ ​ອິນ​ເດຍ ຂະນະ​ທີ່ ສາຍ​ພັນ​ ອັນ​ຟາ ຫລື ສາຍ​ພັນ​ເຄນ ຮູ້​ໃນ​ຕາມ​ ສາຍ​ພັນ ອັງກິດ ​​ເຮັດ​ໃຫ້ ​ ຕ້ອງ​ປິດ​ປະ​ເທດ ​ເມື່ອ​ເດືອນ​ມັງກອນ​ ຜ່ານ​ມາ.

ປັດຈຸບັນ ອັງກິດ ສັກ​ວັກ​ຊິນ​ຄົບ 2​ໂດ​ສ ກວ່າ27 ລ້ານ​ຄົນ ຫລື​ກວ່າ50%ຂອງ​ຜູ້​ໃຫຍ່ ສ່ວນ​ຜູ້​ທີ່​ສັກ ​ໂດ​ສທຳ​ອິດ ​ມີ​ກວ່າ40​ລ້ານ​ຄົນ.ຂະນະ​ນີ້ ລັດຖະບານ​ອັງກິດ ພວມ​ປຶກສາ​ຫາລື​ວ່າ​ ຈະ​ຂະຫຍາຍ ​ການສັກ​ວັກ​ຊິນ ​ໃຫ້​ກັບ​ເດັກ ອາຍຸ 12ປີ​ຂຶ້ນ​ໄປ./.

ຮຽບຮຽງ​ຂ່າວ​ໂດຍ ສະ​ໄຫວ ລາດ​ປາກ​ດີ

#ຂໍ້ມູນຈາກຂ່າວສານປະເທດລາວ

Sponsor by sokxay plus

ວີທີຊື້ເລກ ໄດ້ຮັບເງີນຄືນ 5% ໄດ້ແທ້ 100%

ພຽງເທົ່ານີ້ ກໍ່ຮັບໄປເລີຍ ສ່ວນຫຼຸດ 5% ງ່າຍ


About admin

Check Also

ສົດໆ…

ດ່ວນ! ສາວ ຈະໂດດນ້ຳເພື່ອຈົບຊີວິດໂຕເອງ ດ່ວນ! ສາວ ຈະໂດດນ້ຳເພື່ອຈົບຊີວິດໂຕເອງ ຢູ່ແຄມນໍ້າຂອງສະຫວັນນະເຂດ ເວລາ 9:30 ນາທີ ວັນທີ 19/4/2023 ປະກາດຫາຍາດພີ່ນ້ອງຕອນນີ້ຢູ່ແຄມຂອງສະຫວັນນະເຂດໃຜຮູ້ຈັກລາວ ຫຼືຍາດພີ່ນ້ອງ ກະໃຫ້ແຈ້ງດ່ວນ …

Leave a Reply

Your email address will not be published. Required fields are marked *

Recent Comments

No comments to show.