ເນື່ອງໃນໂອກາດທີ່ ທ່ານ ຮສ.ດຣ ນາງ ບົວເທບ ພູມິນ ຮອງຫົວໜ້າກົມປິ່ນປົວ ແລະ ຟື້ນຟູໜ້າທີ່ການ ຮ່ວມຖະແຫຼງຂ່າວ ໃນວັນທີ 8 ມິຖຸນາ 2021 ກ່າວວ່າ: ສຳລັບຄົນເຈັບຕິດເຊື້ອໂຄວິດ-19 ທີ່ຖືກຕັດຂານັ້ນ ແມ່ນເພດຍິງ ອາຍຸ 65 ປີ, ມີພະຍາດປະຈຳໂຕເປັນເບົາຫວານ ແລະ ຄວາມດັນ, ຕໍ່ມາກວດພົບເປັນເສັ້ນເລືອດຕີບໃນສະໝອງ, ມີການອ່ອນແຮງຢູ່ແຂນ, ຂາ ເບື້ອງຊ້າຍ, ພ້ອມເກີດມີກ້ອນເລືອດກ້າມໄປອຸດຕັນຢູ່ລຸ່ມຫົວເຄົ່າເບື້ອງຊ້າຍ ຈົນມາຮອດວັນທີ 2 ມິຖຸນາ ທີມແພດໝໍຈຶ່ງກອບກູ້ເອົາຊີວິດຜູ້ກ່ຽວດ້ວຍການຕັດຂາເບື້ອງທີ່ມີບັນຫານັ້ນ.

ພາຍຫຼັງທີ່ເກີດມີການລະບາດຂອງເຊື້ອພະຍາດໂຄວິດ-19 ມີຫຼາຍປະເທດໄດ້ມີການຄົ້ນຄວ້າ ກ່ຽວກັບອາຫານສ່ຽງ ຫຼື ອາການສົນ ໂດຍມີ 65 ຫົວຂໍ້ ກ່ຽວພັນ ຫຼື ເກີດຂຶ້ນກັບຜູ້ຕິດເຊື້ອ ໂດຍຈະມີ 10 ລາຍການທີ່ພົບເລື້ອຍໆຄື: ໃນ 65 ຫົວຂໍ້ ມີ 31 ຫົວຂໍ້ແມ່ນກ່ຽວກັບການເສຍຫາຍຂອງປອດ; ໃນ 28 ຫົວຂໍ້ ແມ່ນເກີດເລືອດກ້າມເປັນກ້ອນຢູ່ໃນເສັ້ນເລືອດດຳ, ເສັ້ນເລືອດນິ້ງ ແລະ ເສັ້ນເລືອດເຕັ້ນ; ແລະ ໃນ 26 ຫົວຂໍ້ ພົບວ່າມີບັນຫາທາງດ້ານຫົວໃຈ; ໃນ 23 ຫົວຂໍ້ແມ່ນອຸປະຕິເຫດເສັ້ນເລືອດໃນສະໝອງ; ໃນ 20 ຫົວຂໍ້ພົບວ່າມີບັນຫາທາງດ້ານລະບົບປະສາດ; ໃນ 9 ຫົວຂໍ້ພົບວ່າມີບັນຫາໝາກໄຂ່ຫຼັງ; ໃນ 4 ຫົວຂໍ້ພົບມີບັນຫາດ້ານຕັບ; ອີກ 4 ຫົວຂໍ້ແມ່ນມີບັນຫາດ້ານສຸຂະພາບຈິດ, ຈຸລັງສະໝອງ, ກ້ອນເລືອດນ້ອຍອຸດຕັນ.