ໃນຕອນເຊົ້າ ວັນທີ08/06/2021 ເວລາ 8:20ນາທີ ໄດ້ຮັບແຈ້ງເຫດເຂົ້າໝາຍເລກສຸກເສີນ1624

ວ່າຂໍຄວາມຊວ່ຍເຫຼືອໃຫ້ໄປຈັບງູ ທີ່ບ້ານທ່າເດື່ອ ເມືອງຫາດຊາຍຟອງ ນະຄອນຫຼວງວຽງຈັນ.

ທີມໜ່ວຍກູ້ໄພຈື່ງໄດ້ອອກກວດສອບພົບວ່າເປັນງູເຫຼືອມຂະໜາດໃຫຍ່ ຄວາມຍາວປະມານ 3 ແມັດ.

ດັ່ງນັ້ນທີມກູ້ໄພຈື່ງໄດ້ຊວ່ຍກັນຈັບງູເຊີ່ງໃຊ້ເວລາເກືອບ 20 ນາທິຈື່ງຈັບງູສຳເລັດ ແລະ ໄດ້ເອົາໄປປອ່ຍຄືນສູ່ທຳມະຊາດ.

ຢ່າງໃດກໍຕາມ, ຝາກເຕືອນພີ່ນ້ອງທຸກຄົນ ໃຫ້ລະມັດລະວັງສັດມີພິດຕ່າງໆ

ທີ່ມັກຈະມາພ້ອມລະດູຝົນບໍ່ວ່າຈະເປັນງູ ຂີ້ເຂັບ ແມງງອດ ແມງເງົາ… ທີ່ອາດຈະເຂົ້າໄປທຳຮ້າຍທ່ານ ຫຼື ເດັກນ້ອຍໄດ້.
