ເມື່ອເກີດມີຝົນຕົກຟ້າຮ້ອງສິ່ງທີ່ຈະເຮັດໃຫ້ເຮົາປອດໄພຈາກການຖືກຟ້າຜ່ານັ້ນກໍຄືການຫຼີກລ້ຽງຢູ່ໃນສະຖານທີ່ກາງແຈ້ງເຊັ່ນ: ທົ່ງນາ, ສະໜາມກ໋ອບ, ສະລອຍນໍ້າ ເປັນຕົ້ນ ແຕ່ຖ້າຫຼີກລ້ຽງບໍ່ໄດ້ເຮົາຄວນປະຕິບັດດັ່ງນີ້:
ເຮົາຈະມີວິທີປ້ອງກັນບໍ່ໃຫ້ເກີດຟ້າຜ່າໄດ້ແນວໃດເມື່ອເກີດມີຝົນຕົກໜັກ?

ກໍລະນີທີ່ຢູ່ກາງແຈ້ງໃນຕອນຝົນຕົກ.
ຫ້າມຢູ່ລວມກັນເປັນກຸ່ມໃຫຍ່
ຫ້າມຢູ່ກ້ອງຕົ້ນໄມ້ ໂດຍສະເພາະຕົ້ນໄມ້ທີ່ໃຫຍ່ ແຕ່ຖ້າຫາກບໍ່ມີທາງເລືອກໃຫ້ຢູ່ຕົ້ນໄມ້ທີ່ຕໍ່າທີ່ສຸດ.

ປົດວັດຖຸທີ່ເປັນໂລຫະອອກຈາກຮ່າງກາຍໃຫ້ໝົດ.
ຫ້າມຢູ່ໃນນໍ້າຫຼືແຫຼ່ງນໍ້າ
ຫ້າມຢູ່ບ່ອນສູງ ຫຼື ຍົກເຄື່ອງທີ່ມີລັກສະນະສູງເຊັ່ນ: ຄັນຮົ່ມ, ເບັດຊິດປາ..

ຫຼີກລ້ຽງການຢູ່ໃກ້ວັດຖຸທີ່ເປັນໂລຫະ
ທີ່ສໍາຄັນຫ້າມນອນ ແຕ່ໃຫ້ນັ່ງຊັນເຂົ່າ, ຕີນຕິດກັນ, ມືປິດຫູ ແລະ ຍົກຕີນຂື້ນໜ້ອຍໜຶ່ງ ທ່ານັ່ງເຫຼົ່ານີ້ເປັນວິທີຫຼຸດອັນຕະລາຍຈາກຟ້າຜ່າ ແລະ ຫຼຸດຄວາມສ່ຽງກໍລະນີກະແສໄຟຈາກຟ້າຜ່າໄຫຼມາຕາມພື້ນດິນ

2. ກໍລະນີຢູ່ໃນລົດ
.ຫ້າມຈັບສ່ວນທີ່ເປັນໂລຫະທີ່ຢູໃນລົດ ໃຫ້ນັ່ງກອດເອິກ ຫຼື ວາງມືໄວ້ໜ້າ
ປິດແວ່ນລົດທຸກຂ້າງ
ຫ້າມຈອດລົດໃກ້ຕົ້ນໄມ້ໃຫຍ່
ຫ້າມໃຊ້ໂທລະສັບ
3. ກໍລະນີຢູ່ໃນອາຄານ.
ປິດປະຕູປ່ອງຢ້ຽມ ແລະ ເຂົ້າໄປຢູ່ຫ້ອງທາງໃນສຸດ ເຊິ່ງປອດໄພກວ່າຫ້ອງທີ່ມີທາງອອກໄປທາງດ້ານນອກ
ຫຼີກລ້ຽງບ່ອນທີ່ໄຟສາມາດແລ່ນເຂົ້າເຖິງສາຍໄຟ, ສາຍອາກາດ, ສາຍໂທລະສັບ ຫຼື ທໍ່ນໍ້າ.
ຖອດສາຍໄຟ, ສາຍອາກາດ, ສາຍໂທລະສັບ ກ່ອນທີ່ຈະເກີດຝົນຕົກໜັກ
ຫ້າມໃຊ້ໂທລະສັບແບບມີສາຍໃນອາຄານເນື່ອງຈາກກະແສໄຟຟ້າຈາກຟ້າຜ່າຈະແລ່ນຜ່ານອຸປະກອນດັ່ງກ່າວ
ເພາະສະນັ້ນ, ເມື່ອເກີດມີຝົນຕົກຟ້າຮ້ອງຄວນປະຕິບັດໂຕເອງໃຫ້ຖືກວິທີເພື່ອປ້ອງກັນ ຫຼື ຫຼຸດຜ່ອນບໍ່ໃຫ້ເກີດຟ້າຜ່າໄດ້.