ເຫດການທີ່ເກີດຂຶ້ນນີ້ແມ່ນຢູ່ປະເທດໄທ ແຕ່ແອັດເຫັນວ່າປ່ອງປາ ກໍ່ເປັນຜະລິດຕະພັນ ຫຼື ອາຫານສໍາເລັດຮູບໜຶ່ງທີ່ຄົນລາວມັກບໍລິໂພກເຊັ່ນກັນ ຈຶ່ງຢາກຍົກເລື່ອງນີ້ມາເປັນອຸທາຫອນ ເຕືອນເວລາຈະບໍລິໂພກອາຫານຊະນິດນີ້.

ເອີ້ນໄດ້ວ່າ ກິນບໍ່ລົງ ຫຼື ບໍ່ກ້າກິນເລີຍກໍ່ວ່າໄດ້ ເມື່ອໜຸ່ມໃຫຍ່ ໄວກາງຄົນ ໄຂປ່ອງປາຍີ່ຫໍ້ດັງ ກຽມກິນເຂົ້າກັບແມ່ ແຕ່ກັບເຈີເຫຼັກ ຄ້າຍຄືໂຕລະບິດຫັກ ເຈືອປົນມາກັບປາ ດ້ານຜູ້ກ່ຽວເຜີຍບໍ່ຮ-ກຮ້ອງຫຍັງ ແຕ່ຢາກໃຫ້ໃສ່ໃຈຄວາມສະອາດ.

ໂດຍເຫດການນີ້ແມ່ນເກີດຂຶ້ນໃນວັນທີ 6 ມິຖຸນາ 2021 ທີ່ຕໍາບົນຕາເປັກ ອໍາເພີສະເຫຼີມພະກຽດ ທ້າວປີຊາ ມີພວງຜົນ ອາຍຸ 48ປີ ພົບສິ່ງແປກປອມ ລັກສະນະຄ້າຍຫົວໂຕລະບິດ
ລັກສະນະຂອງສິ່ງແປກປອມ ຄ້າຍກັບໂຕລະບິດ ຈຶ່ງເກັບໄວ້ໃນປ່ອງປາຄືເກົ່າ, ທັ້ງນີ້ຜູ້ກ່ຽວຍັງບອກອີກວ່າພະຍາຍາມຕິດຕໍ່ໄປຍັງບໍລິສັດຕາມເຍີໂທທີ່ລະບຸໄວ້ຂ້າງປ່ອງ ເພື່ອຈະແຈ້ງໃຫ້ບໍລິສັດຮັບຊາບ ແຕ່ກໍ່ຕິດຕໍ່ບໍ່ໄດ້ ເພາະບໍ່ມີຄົນຮັບສາຍ.

ໃນປ່ອງປາຍີ່ຫໍ້ໜຶ່ງ ເຂົາເລົ່າວ່າ ເມື່ອຕອນແລງມື້ກ່ອນ ເຂົາກັບແມ່ກໍາລັງຈະກິນເຂົ້າແລງ ຈຶ່ງເປີດປ່ອງປາມາ 1ປ່ອງ ກຽມໃສ່ແຈ່ວ ແຕ່ເມື່ອເທລົງໃສ່ຈານກໍ່ໄດ້ຍິນສຽງດັງຄ້າຍເຫຼັກກະທົບໃສ່ຈານ ຈຶ່ງເຂ່ຍເບິ່ງກໍ່ເຫັນຫຍັງດໍາໆ, ໃນຕອນທໍາອິດຄິດວ່າເປັນກ້າງປາ ແຕ່ເມື່ອຢິບຂຶ້ນມາເບິ່ງກໍ່ຕົກໃຈ ເພາະສິ່ງແປກປອມດັ່ງກ່າວເປັນເຫຼັກ.
ສ່ວນທີ່ນໍາເລື່ອງລາວນີ້ອອກມາເຜີຍແຜ່ ບໍ່ໄດ້ມີເຈດຕະນາຈະເຮັດໃຫ້ບໍລິສັດເສຍຫາຍ ແລະ ບໍ່ໄດ້ຕ້ອງການຈະຮຽກຮ້ອງ ຄວາມຮັບຜິດຊອບຫຍັງ ພຽງຢາກຝາກເຖິງບໍລິສັດຜູ້ຜະລິດປ່ອງປາຍີ່ຫໍ້ດັ່ງກ່າວ ໃຫ້ຢໍ້າພະນັກງານໃສ່ໃຈເລື່ອງຄວາມສະອາດ

ແລະ ກວດສອບວັດຖຸດິບທີ່ຈະໃສ່ລົງໃນກະປ່ອງໃຫ້ຮອບຄອບຫຼາຍກວ່ານີ້ ເພື່ອຄວາມປອດໄພຂອງຜູ້ບໍລິໂພກ ທີ່ຜ່ານກໍ່ເຫັນແຕ່ໃນຂ່າວ ບໍ່ຄິດວ່າຈະມາເກີດຂຶ້ນກັບຕົນເອງ.