🔥 🔥 ໃນວັນທີ 21 ເມສາ 2021 ໄດ້ເກັບຕົວຢ່າງມາກວດວິເຄາະທັງໝົດ 758 ຄົນ, ຜົນກວດວິເຄາະທັງໝົດ ແມ່ນພົບຜູ້ຕິດເຊື້ອໃໝ່ 06 ຄົນ, ລາຍລະອຽດ ດັ່ງຕໍ່ໄປນີ້:
❖ ກໍລະນີຢັ້ງຢືນທີ 89:– ເພດຍິງ, ອາຍຸ 24 ປີ, ສັນຊາດ: ລາວ, ອາຊີບ: ເຮັດວຽກຢູ່ຮ້ານອາຫານ ຢູ່ເຂດປະທຸມທານີ, ປະເທດໄທ– ທີ່ຢູ່ປະຈຸບັນ: ເມືອງອຸທຸມພອນ, ແຂວງສະຫວັນນະເຂດ– ກ່ອນໜ້າເດີນທາງ ມາ ສປປ ລາວ ແມ່ນບໍ່ໄດ້ກວດຊອກຫາເຊື້ອພະຍາດໂຄວິດ-19ປະຫວັດການເຄື່ອນໄຫວ• ວັນທີ 19 ເມສາ 2021– ອອກຈາກສະຖານີລົດໂດຍສານໝໍຊິດ ເວລາ 19:00 ໂມງ, ມີຜູ້ໂດຍສານຮ່ວມກັນທັງໝົດ 30 ຄົນ.• ວັນທີ 20 ເມສາ 2021– ເດີນທາງມາຮອດ ແຂວງມຸກດາຫານ ເວລາ 4:00 ໂມງເຊົ້າ– ເວລາ 13:20 ໂມງ ມາຮອດຂົວມິດຕະພາບແຫ່ງທີ 2 ໄດ້ແຈ້ງເອກະສານເຂົ້າ ສປປ ລາວ. ຫຼັງຈາກນັ້ນຂື້ນລົດໄປສູນຈຳກັດບໍລິເວນ ທີ່ຄະນະສະເພາະກິດກຳນົດໄວ້ (ນັ່ງລົດມານຳກັນ 8 ຄົນ).– ຜູ້ກ່ຽວແມ່ນບໍ່ມີອາການຫຍັງ– ຖືກເກັບຕົວຢ່າງມາກວດຫາເຊື້ອພະຍາດໂຄວິດ-19• ວັນທີ 21 ເມສາ 2021– ຜົນກວດວິເຄາະພົບເຊື້ອ COVID-19– ປະຈຸບັນ ຜູ້ກ່ຽວເຂົ້ານອນແຍກປ່ຽວ, ຕິດຕາມອາການ ແລະ ຮັບການປິ່ນປົວຢູ່ໂຮງໝໍແຂວງສະຫວັນນະເຂດ.• ສຳລັບກຸ່ມສໍາຜັດໃກ້ຊິດໃນເບື້ອງຕົ້ນ ມີ 28 ຄົນ, ພວກເຮົາໄດ້ເກັບຕົວຢ່າງມາກວດວິເຄາະ, ປະຈຸບັນ ຜົນກວດ 25 ຄົນ ແມ່ນບໍ່ພົບເຊື້ອ, ທີ່ເຫຼືອຍັງລໍຖ້າຜົນກວດ. ພ້ອມດຽວກັນນັ້ນ ພວກເຮົາຍັງໄດ້ສືບຕໍ່ເຝົ້າລະວັງ, ຕິດຕາມອາການພວກກ່ຽວ ແລະ ຈຳກັດບໍລິເວນຜູ້ສຳຜັດໃກ້ຊິດຈົນຄົບ 14 ວັນ.
❖ ກໍລະນີຢັ້ງຢຶນທີ 90:– ເພດຊາຍ ,ອາຍຸ: 31 ປີ , ສັນຊາດ: ລາວ , ອາຊີບ: ພະນັກງານ– ທີ່ຢູ່ປະຈຸບັນ: ເມືອງຫ້ວຍຊາຍ, ແຂວງບໍ່ແກ້ວປະຫວັດການເຄື່ອນໄຫວ• ວັນທີ 13 ເມສາ 2021ມີໝູ່ ຂີ່ຍົນຈາກສະໜາມບິນວັດໄຕ ໄປລົງຢູ່ສະໜາມບິນຫລວງນໍ້າທາ (ສາຍການບິນລາວ), ຫຼັງຈາກນັ້ນ ໄດ້ຂື້ນລົດຕູ້ໄປແຂວງບໍ່ແກ້ວ• ວັນທີ 15 ເມສາ 2021ໄດ້ພາໝູ່ ໄປຫລີ້ນເຮືອນໝູ່ ຢູ່ບ້ານຫ້ວຍມອນ ແລະ ຕອນແລງ ໄປຫລີ້ນທີ່ດອນບ້ານດ່ານຖີ່ນ• ວັນທີ 18 ເມສາ 2021ພາໝູ່ ໄປສູ່ຂວັນ ຢູ່ເຮືອນບ້ານວຽງໃໝ່ ເລີ້ມມີອາການປວດຕົນໂຕ ແລະ ຕອນຄໍ່າໄດ້ໄປຮ້ານນວດ ຢູ່ປ່າອ້ອຍ• ວັນທີ 19 ເມສາ 2021ໄປກິນເຂົ້າຢູ່ຮ້ານອາຫານໂປະແຕກ, ຕອນແລງ ໄປວຽກຢູ່ເມືອງຕົ້ນເຜີ້ງ ແລະ ໄປກິນສະເຕັກ ຢູ່ທີ່ຮ້ານກາງເມືອງ (ບໍ່ຈື່ຊື່ຮ້ານ)• ວັນທີ 20 ເມສາ 2021– ໄປກິນເຂົ້າຢູ່ຮ້ານອາຫານຈີນ, ບ້ານຫ້ວຍຊາຍໃຕ້– ຕອນແລງ ໄປກິນຊີ້ນດາດ ແລະ ຮູ້ສຶກປວດກ້າມຊີ້ນຫລາຍຂື້ນ, ໜາວ ແລະ ໄອ• ວັນທີ 21 ເມສາ 2021– ອາການດີຂື້ນ– ໄດ້ໄປເກັບຕົວຢ່າງ ຢູ່ຂົວມິດຕະພາບ ແຫ່ງທີ 4– ໄປອອກກໍາລັງກາຍ ຢູ່ທີ່ເດີ່ນກິລາບ້ານມົກກະຈອກ• ວັນທີ 22 ເມສາ 2021- ຜົນກວດວິເຄາະພົບເຊື້ອ COVID-19– ປະຈຸບັນ ຜູ້ກ່ຽວເຂົ້ານອນແຍກປ່ຽວ, ຕິດຕາມອາການ ແລະ ຮັບການປິ່ນປົວຢູ່ໂຮງໝໍແຂວງບໍ່ແກ້ວ.• ສຳລັບກຸ່ມສໍາຜັດໃກ້ຊິດໃນເບື້ອງຕົ້ນ ມີ 03 ຄົນ, ພວກເຮົາໄດ້ເກັບຕົວຢ່າງມາກວດວິເຄາະ, ປະຈຸບັນ ຍັງລໍຖ້າຜົນກວດ. ພ້ອມດຽວກັນນັ້ນ ພວກເຮົາຍັງໄດ້ສືບຕໍ່ເຝົ້າລະວັງ, ຕິດຕາມອາການພວກກ່ຽວ ແລະ ຈຳກັດບໍລິເວນຜູ້ສຳຜັດໃກ້ຊິດຈົນຄົບ 14 ວັນ.
❖ ກໍລະນີຢັ້ງຢຶນທີ 91:– ເພດຊາຍ, ອາຍຸ: 28 ປີ , ສັນຊາດ: ລາວ– ທີ່ຢູ່ປະຈຸບັນ: ບ້ານສະພານທອງເໜືອ, ເມືອງສີສັດຕະນາກ, ນະຄອນຫຼວງວຽງຈັນ– ເປັນກໍລະນີສຳຜັດ ກັບກໍລະນີທີ 85• ວັນທີ 19 ເມສາ 2021ເວລາ 18:30 – 21:00 ໂມງແລງ ໄປຕີດອກປີກໄກ່ ຢູ່ເດີ່ນກີລາລ້ານຊ້າງ ແລະ ກິນອາຫານຮ່ວມກັບໝູ່ 10 ຄົນ, ໃນນັ້ນມີກໍລະນີທີ 85 ຮ່ວມຢູ່ນໍາ• ວັນທີ 20 ເມສາ 2021ເວລາ 10:00 ໂມງ ໄດ້ໄປຮ້ານເຝີກັບໝູ່ 1 ຄົນ ຢູ່ຮ້ານກົກຕ້ອງ, ບ້ານສະພັງໝໍ້• ວັນທີ 21 ເມສາ 2021ເວລາ 14:00 ໂມງ ຮູ້ວ່າ ກໍລະນີ 85 ກວດພົບເຊື້ອ COVID-19 ແລະ ໄດ້ໂທຫາໝູ່ທີ່ໄດ້ໄປກີນຊຸມແຊວນໍາກັນ ໃນວັທີ 21/4/2021 ໄປກວດນໍາທີມງານແພດ ຢູ່ເດີ່ນກິລາໃນຮົ່ມບຶງຂະຫຍອງ• ວັນທີ 22 ເມສາ 2021– ຜົນກວດວິເຄາະພົບເຊື້ອ COVID-19– ປະຈຸບັນ ຜູ້ກ່ຽວເຂົ້ານອນແຍກປ່ຽວ, ຕິດຕາມອາການ ແລະ ຮັບການປິ່ນປົວຢູ່ໂຮງໝໍມິດຕະພາບ.• ສຳລັບກຸ່ມສໍາຜັດໃກ້ຊິດໃນເບື້ອງຕົ້ນ ມີ 14 ຄົນ, ພວກເຮົາໄດ້ເກັບຕົວຢ່າງມາກວດວິເຄາະ, ປະຈຸບັນ ຍັງລໍຖ້າຜົນກວດ. ພ້ອມດຽວກັນນັ້ນ ພວກເຮົາຍັງໄດ້ສືບຕໍ່ເຝົ້າລະວັງ, ຕິດຕາມອາການພວກກ່ຽວ ແລະ ຈຳກັດບໍລິເວນຜູ້ສຳຜັດໃກ້ຊິດຈົນຄົບ 14 ວັນ.
❖ ກໍລະນີຢັ້ງຢຶນທີ 92:– ເພດຍິງ ,ອາຍຸ: 22 ປີ , ສັນຊາດ: ລາວ, ອາຊີບ: ຂາຍເຄື່ອງອອນລາຍ– ທີ່ຢູ່ປະຈຸບັນ: ບ້ານໜອງໄຮ, ເມືອງຫາດຊາຍຟອງ, ນະຄອນຫຼວງວຽງຈັນ– ກໍລະນີສຳຜັດ ກັບກໍລະນີທີ 59ປະຫວັດການເຄື່ອນໄຫວ• ວັນທີ 15 ເມສາ 2021– ໝູ່ຂອງລາວໄດ້ໄປກິນລ້ຽງປີໃໝ່ ກັບກໍລະນີ 59 ຢູ່ບ້ານໂພນທັນ• ວັນທີ 16 ເມສາ 2021– ໄປຫ້ອງພັກຂອງ ໝູ່ 2 ຄົນ ທີ່ເປັນນ້ອງຮັກຂອງກໍລະນີ 59 ຢູ່ຫ້ອງແຖວຢູ່ບ້ານວຽງຈະເລີນ, ມີທັງໝົດ 3 ຄົນ• ວັນທີ 17 ເມສາ 2021– ໄປກິນເຂົ້າກິນບ້ານອ້າຍໝູ່ (ໝູ່ຂອງກໍລະນີທີ 59) ຢູ່ທ່າເດື່ອ, ກິນນໍາກັນ 4 ຄົນ• ວັນທີ 19 ເມສາ 2021– ໄປບ້ານເກີນກັບໝູ່ ໂດຍຂີ່ລົດສ່ວນຕົວ ແລ້ວກິນເຂົ້າຢູ່ບ້ານພີ່ນ້ອງ– ຂາກັບແວ່ກິນເຂົ້າຢູ້ຮ້ານອາຫານແຖວຫາດກ້ຽງ (ບໍ່ຈື່ຊື່ຮ້ານ)• ວັນທີ 20 ເມສາ 2021– ເລີ່ມມີອາການເຈັບຫົວ– ໄດ້ເຂົ້າມາກວດຢູ່ຈຸດເກັບຕົວຢ່າງ ຢູ່ບຶງຂະຫຍອງ• ວັນທີ 21 ເມສາ 2021– ຜົນກວດວິເຄາະ ພົບເຊື້ອ COVID-19– ປະຈຸບັນ ຜູ້ກ່ຽວເຂົ້ານອນແຍກປ່ຽວ, ຕິດຕາມອາການ ແລະ ຮັບການປິ່ນປົວຢູ່ໂຮງໝໍມິດຕະພາບ.• ສຳລັບກຸ່ມສໍາຜັດໃກ້ຊິດໃນເບື້ອງຕົ້ນ ມີ 06 ຄົນ, ພວກເຮົາໄດ້ເກັບຕົວຢ່າງມາກວດວິເຄາະ, ປະຈຸບັນ ຍັງລໍຖ້າຜົນກວດ. ພ້ອມດຽວກັນນັ້ນ ພວກເຮົາຍັງໄດ້ສືບຕໍ່ເຝົ້າລະວັງ, ຕິດຕາມອາການພວກກ່ຽວ ແລະ ຈຳກັດບໍລິເວນຜູ້ສຳຜັດໃກ້ຊິດຈົນຄົບ 14 ວັນ.
❖ ກໍລະນີຢັ້ງຢຶນທີ 93:– ເພດຊາຍ, ອາຍຸ: 25 ປີ , ສັນຊາດ: ລາວ, ອາຊີບ: ປະຊາຊົນ– ທີ່ຢູ່ປະຈຸບັນ: ບ້ານບຶງຂະຫຍອງ, ເມືອງສີສັດຕະນາກ, ນະຄອນຫຼວງວຽງຈັນ– ກໍລະນີສຳຜັດກັບກໍລະນີທີ 58ປະຫວັດການເຄື່ອນໄຫວ• ວັນທີ 13 ເມສາ 2021– ຜູ້ກ່ຽວ ແລະ ແຟນ ແມ່ນໄດ້ແຍກກັນໄປຫຼີ້ນ– ຜູ້ກ່ຽວໄປເມືອງວັງວຽງ, ແຂວງວຽງຈັນ– ສ່ວນແຟນຜູ້ກ່ຽວແມ່ນໄດ້ກັບບ້ານຫາດດອນຄູນ, ເມືອງບໍລິຄັນ, ແຂວງບໍລິຄຳໄຊ.• ວັນທີ 13-16 ເມສາ 2021– ຜູ້ກ່ຽວຢູ່ເມືອງວັງວຽງ (ລົດຕູ້ໂດຍສານ) ປະມານ 15 ຄົນ, ຊ່ວງທີ່ຫຼີ້ນຢູ່ເມືອງວັງວຽງ ໄດ້ໄປເຮືອນໝູ່ ຢູ່ບ້ານເມືອງສອງ 6-7 ຄົນ, ເລາະຫຼີ້ນນໍ້າຊ່ອງ ກັບໝູ່ ແລະ ຄອບຄົວ• ວັນທີ 17 ເມສາ 2021– ຜູ້ກ່ຽວໄດ້ກັບມານະຄອນຫຼວງວຽງຈັນ (ຂີ່ລົດນ້າສາວ ລົງຄີວເມສາຍເໜືອຕໍ່ລົດຕະຫຼາດເຊົ້າຫາບ້ານຂອງຕົນ)• ວັນທີ 17-20 ເມສາ 2021– ເວລາ 7:00 ໂມງເຊົ້າ ແຟນຜູ້ກ່ຽວເດີນທາງກັບມາແຕ່ ແຂວງບໍລິຄໍາໄຊ (ຂີ່ລົດເມໃຫ່ຍ ປະມານ 20-30 ຄົນ) ເມືອງເກົ່າ-ວຽງຈັນ.– ເວລາ 11:00-19:00 ໂມງ ໄດ້ອອກໄປວຽກ ຢູ່ໄອເຕັກ ຟິດເນັດເວີ (ມີຄົນໃຊ້ບໍລີການປະມານ 15 ຄົນ)– ເວລາ 19:30 ໂມງ ໄປຫ້ອງແຖວແຟນ ທີ່ກັບມາແຕ່ແຂວງບໍລິຄຳໄຊ ເຊົ່າຫ້ອງແຖວຢູ່ບ້ານທາດຫຼວງໃຕ້, ເມືອງໄຊເສດຖາ ແລະ ໄດ້ລົມໝູ່ ແລະ ກິນຕໍາ ໃນບໍລິເວນຫ້ອງແຖວປະມານ 08 ຄົນ• ວັນທີ 21 ເມສາ 2021ຮູ້ສືກເຈັບຄໍ, ເຈັບຫົວ ແລະ ເຈັບທ້ອງ (ແຟນໄດ້ແວ່ຮ້ານຂາຍຢາຢູ່ທາດຫຼວງ). ຜູ້ກ່ຽວ ແລະ ແຟນໄດ້ໄປເກັບຕົວຢ່າງຢູ່ຈຸດເດີນກິລາໃນຮົ່ມບຶງຂະຍອງ (ທີມງານໄດ້ເກັບແຕ່ຜູ້ກ່ຽວ ສ່ວນແຟນແມ່ນບໍ່ໄດ້ເກັບຕົວຢ່າງ)• ວັນທີ 22 ເມສາ 2021– ຜົນກວດອອກມາພົບເຊື້ອ COVID-19– ປະຈຸບັນ ຜູ້ກ່ຽວເຂົ້ານອນແຍກປ່ຽວ, ຕິດຕາມອາການ ແລະ ຮັບການປິ່ນປົວຢູ່ໂຮງໝໍມິດຕະພາບ.• ສຳລັບກຸ່ມສໍາຜັດໃກ້ຊິດໃນເບື້ອງຕົ້ນ ມີ 14 ຄົນ, ພວກເຮົາໄດ້ເກັບຕົວຢ່າງມາກວດວິເຄາະ, ປະຈຸບັນ ຍັງລໍຖ້າຜົນກວດ. ພ້ອມດຽວກັນນັ້ນ ພວກເຮົາຍັງໄດ້ສືບຕໍ່ເຝົ້າລະວັງ, ຕິດຕາມອາການພວກກ່ຽວ ແລະ ຈຳກັດບໍລິເວນຜູ້ສຳຜັດໃກ້ຊິດຈົນຄົບ 14 ວັນ.
❖ ກໍລະນີຢັ້ງຢຶນທີ 94:– ເພດຊາຍ, ອາຍຸ: 18 ປີ, ສັນຊາດ: ລາວ, ອາຊີບ: ຫວ່າງງານ– ທີ່ຢູ່ປະຈຸບັນ: ບ້ານທາດຫຼວງ, ເມືອງໄຊເສດຖາ, ນະຄອນຫຼວງວຽງຈັນປະຫວັດການເຄື່ອນໄຫວ• ວັນທີ 6-7 ເມສາ 2021– ໄປກີນອາຫານຢູ່ບ້ານພີ່ນ້ອງ ບ້ານສີສະຫວາດ, ເມືອງຈັນທະບູລີ, ນະຄອນຫຼວງວຽງຈັນ, ໄປນຳກັນທັງໝົດ 03 ຄົນ• ວັນທີ 13 ເມສາ 2021– ເວລາ 12:00 ໂມງ ໄປງານລ້ຽງວັນເກີດໝູ່ ທີ່ຈັດຢູ່ຮ້ານຄາຣາໂອເກະ Diamond, ຂີ່ລົດນຳກັນທັງໝົດ 05 ຄົນ ແລະ ໄດ້ກິນຢູ່ຮ້ານດັ່ງກ່າວນໍາກັນປະມານ 14 ຄົນ• ວັນທີ 14 ເມສາ 2021– ຂີ່ລົດຈັກໄປນຳກັນທັງໝົດ 02 ຄົນ ໄປເຮືອນໝູ່ຢູ່ບ້ານໜອງບົວທອງ, ເມືອງສີໂຄດຕະບອງ ແລະ ກິນຊຸມນຳກັນປະມານທັງໝົດ 15 ຄົນ• ວັນທີ 16 ເມສາ 2021– ໄປເຮືອນພີ່ນ້ອງຢູ່ບ້ານສີສະຫວາດ• ວັນທີ 19 ເມສາ 2021– ເວລາ 20:30 ໂມງ ໄປຮ້ານຄາຣາໂອເກະ 8118 ໄປນຳໝູ່ທັງໝົດ 6 ຄົນ ຂີ່ລົດໃຫ່ຍນຳກັນ ແລະ ໄດ້ກິນຊຸມຢູ່ຮ້ານດັ່ງກ່າວ ໃນຫ້ອງທັງໝົດປະມານ 20 ຄົນ• ວັນທີ 21 ເດືອນເມສາ 2021– ໄດ້ໄປກວດຕົວຢ່າງຢູ່ເດີ່ນກິລາໃນຮົ່ມບືງຂະຫຍອງ• ວັນທີ 22 ເດືອນເມສາ 2021– ຜົນກວດອອກມາພົບເຊື້ອ COVID-19– ປະຈຸບັນ ຜູ້ກ່ຽວເຂົ້ານອນແຍກປ່ຽວ, ຕິດຕາມອາການ ແລະ ຮັບການປິ່ນປົວຢູ່ໂຮງໝໍມິດຕະພາບ.• ສຳລັບກຸ່ມສໍາຜັດໃກ້ຊິດໃນເບື້ອງຕົ້ນ ມີ 60 ຄົນ, ພວກເຮົາໄດ້ເກັບຕົວຢ່າງມາກວດວິເຄາະ, ປະຈຸບັນ ຍັງລໍຖ້າຜົນກວດ. ພ້ອມດຽວກັນນັ້ນ ພວກເຮົາຍັງໄດ້ສືບຕໍ່ເຝົ້າລະວັງ, ຕິດຕາມອາການພວກກ່ຽວ ແລະ ຈຳກັດບໍລິເວນຜູ້ສຳຜັດໃກ້ຊິດຈົນຄົບ 14 ວັນ.