ນັກວິທະຍາສາດຄິດຄົ້ນຢາກຳຈັດໂຄວິດ – 19 ສຳເລັດໃນຂັ້ນ 1 ໄດ້ຜົນດີກັບໜູທົດລອງ ກຳຈັດໄວຣັສໃນປອດໄດ້ 99,9% ເຜີຍວ່າສາມາດສູ້ກັບໂຄໂຣນາໄວຣັສໄດ້ຫລາຍສາຍພັນ.

ໃນວັນທີ 18 ພຶດສະພາ 2021 ເວັບໄຊບຣິສເບນທາມ ລາຍງານຂ່າວດີກັບຄວາມຫວັງໃນການຕໍ່ສູ້ກັບໂຄວິດ- 19 ເມື່ອນັກວິທະຍາສາດຄິດຄົ້ນຢາປິ່ນປົວໂຄວິດ – 19 ທຸກສາຍພັນສຳເລັດໃນຂັ້ນ 1 ພົບວ່າໄດ້ຜົນດີກັບໜູທົດລອງ ສາມາດຫລຸດປະລິມານໄວຣັສໃນປອດໄດ້ເຖິງ 99,9%.

ການທົດລອງນີ້ເປັນຄວາມຮ່ວມມືກັນຂອງນັກວິທະຍາສາດຈາກສະຖາບັນສຸຂະພາບເມນຊີສແຫ່ງຄວີນແລນ (MHIQ) ປະຈຳມະຫາວິທະຍາໄລກຣິບຟິດ ອົດສະຕຣາລີ ແລະ ສະຖາບັນວິໄຈ ຊິຕີ້ ອອຟ ໂຮບ ໃນສະຫະລັດອາເມລິກາ ເພື່ອພັດທະນາຂະບວນການບຳບັດທີ່ອາໄສຫລັກການທາງດ້ານສານພັນທຸກຳຊະນິດ RNA ເຊິ່ງມີເປົ້າໝາຍທຳລາຍເຊື້ອໄວຣັສໂຄວິດ – 19 ໂດຍການຄົ້ນຫາ ແລະ ທຳລາຍສາຍພັນທຸກຳດັ່ງກ່າວຂອງໄວຣັສ ສົ່ງຜົນໃຫ້ໄວຣັສສູນເສຍຄວາມສາມາດໃນການເພີ່ມຈຳນວນ.
ສາດສະດາຈານ ໄນເຈລ ແມັກມິລແລນ ຜູ້ນຳຄະນະນັກວິໄຈຈາກມະຫາວິທະຍາໄລກຣິບຟິນ ກ່າວວ່າ : ຢາດັ່ງກ່າວມີເປົ້າໝາຍແບບຈຳເພາະເຈາະຈົງສະເພາະກັບໄວຣັສກໍ່ໂຄວິດ – 19 ເທົ່ານັ້ນ ຈຶ່ງບໍ່ມີຜົນຕໍ່ແຊນຊະນິດອື່ນໆໃນຮ່າງກາຍ ເນື່ອງຈາກທາງຜູ້ພັດທະນາອອກແບບໃຫ້ຢາຄົ້ນຫາ ແລະ ທຳລາຍແຊນ ຫລື ອະນຸພາກໄວຣັສຊະນິດໃດຊະນິດໜຶ່ງເທົ່ານັ້ນ.

ຫາກຈະໃຫ້ນຶກພາບການເຮັດວຽກຂອງຢາຊະນິດນີ້ ໃຫ້ນຶກເຖິງຈະຫລວດນຳວິຖີ ເຊິ່ງມີເປົ້າໝາຍແລ່ນເຂົ້າທຳລາຍເປົ້າໝາຍ ກໍລະນີນີ້ແມ່ນທຳລາຍສານພັນທຸກຳຂອງໄວຣັສ, ແຕ່ຈະບໍ່ອອກລິດໃດໆກັບແຊນອື່ນ ຖ້າຫາເປົ້າໝາຍບໍ່ພົບ ຢາກໍຢູ່ນິ້ງໆ ບໍ່ໄດ້ເຮັດຫຍັງຮ່າງກາຍຂອງມະນຸດ. ສຳລັບຢາດັ່ງກ່າວອາໄສຫລັກການໆຄວບຄຸມການສະແດງອອກຂອງລັກສະນະທາງພັນທຸກຳ ທີ່ເອີ້ນວ່າ RNA interference (RNAi)
ໂດຍນັກວິໄຈນຳມາພັດທະນາຕໍ່ເປັນຈຸລັງທີ່ມີຄຸນລັກສະນະພິເສດກາຍເປັນເຕັກໂນໂລຊີຢຸດຢັ້ງລັກສະນະທາງພັນທຸກຳເປົ້າໝາຍ (gene-silencing RNA technology) ເອີ້ນວ່າ small – interfering RNA (siRNA) ອອກແບບມາໃຫ້ເຊື່ອມຕໍ່ເຂົ້າກັບ RNA ຂອງໄວຣັສກໍ່ໂຄວິດ – 19 ໂດຍເມື່ອເຊື່ອມຕໍ່ກັນແລ້ວຈະກາຍເປັນຈຸລັງທີ່ສົ່ງສັນຍານໃຫ້ແຊນຮ່າງກາຍທຳລາຍສານພັນທຸກຳດັ່ງກ່າວທັນທີ ສົ່ງຜົນໃຫ້ໄວຣັສບໍ່ສາມາດເພີ່ມຈຳນວນໄດ້.

ຂໍ້ແຕກຕ່າງຂອງວັກຊີນໂຄວິດກັບຢາຊະນິດນີ້ ວັກຊີນຈະເຮັດໜ້າທີ່ສ້າງພູມຕ້ານທານເພື່ອຫລຸດຄວາມຮຸນແຮງຂອງພະຍາດ, ສ່ວນຢາຕ້ານໄວຣັສ (antivirals) ເຮັດໜ້າທີ່ຕໍ່ຕ້ານ ແລະ ໃຊ້ປິ່ນປົວຜູ້ປ່ວຍທີ່ຕິດເຊື້ອແລ້ວ ເຊິ່ງນັກວິໄຈເບິ່ງວ່າເຖິງວັກຊີນຈະເປັນໜຶ່ງໃນຫົນທາງການຍຸຕິພະຍາດລະບາດ, ແຕ່ຢາຕ້ານໄວຣັສກໍເປັນອີກໜຶ່ງໃນກຸນແຈສຳຄັນຄືກັນ ໂດຍສະເພາະພື້ນທີ່ໆຍັງເຂົ້າບໍ່ເຖິງວັກຊີນ.ຂະບວນການປິ່ນປົວນີ້ສາມາດໃຊ້ໄດ້ຜົນກັບໄວຣັສໂຄໂຣນາສາຍພັນ SARS-CoV-1 ທີ່ກໍ່ພະຍາດຊາ ແລະ SARS-CoV- 2 ທີ່ກໍ່ພະຍາດໂຄວິດ – 19 ລວມເຖິງຊະນິດໃໝ່ໆທີ່ອາດເກີດມາຈາກການກາຍພັນໃນອະນາຄົດໄດ້ ເນື່ອງຈາກເປົ້າໝາຍຫລັກຂອງຢາເປັນພື້ນທີ່ຈຸລັງຖາວອນໃນຈີໂນມຂອງໄວຣັສ.
