Breaking News

ມີ 7 ບ້ານ ເມືອງວັງວຽງ ຖືກນໍ້າຖ້ວມໜັກ ກຳລັງເລັ່ງຂົນປະຊາຊົນອອກຈາກພື້ນທີ່

ຈາກເຫດການນໍ້າຖ້ວມຢູ່ເມືອງວັງວຽງ ແຂວງວຽງຈັນ ໃນວັນທີ 14 ມິຖຸນາ 2021 ທ່ານ ບຸນຈັນ ມາລາວົງ ເຈົ້າເມືອງໆວັງວຽງ ແຂວງວຽງຈັນ ໄດ້ໃຫ້ສຳພາດໃນຕອນບ່າຍຂອງວັນທີ 14 ມິຖຸນາ ວ່າ: ສະເພາະເມືອງວັງວຽງ ນໍ້າຊອງແມ່ນໄດ້ເລີ່ມຍຶ່ງຂຶ້ນຖ້ວມເຮືອນຊານປະຊາຊົນມາແຕ່ເວລາ 3:00 ເຊົ້າຂອງວັນທີ 14 ມິຖຸນາ 2021 ເຊິ່ງມີ 7 ບ້ານທີ່ຖືກຖ້ວມ ແລະ ໄດ້ຮັບຄວາມເສຍຫາຍຄື: ບ້ານຫ້ວຍແຍ້, ບ້ານວັງຊອງ, ບ້ານຫ້ວຍງາມ, ບ້ານວຽງໄຊ, ບ້ານຂັນໝາກ, ບ້ານສະຫວ່າງ, ບ້ານເມືອງຊອງ.

ທາງເມືອງກໍ່ໄດ້ນໍາເອົາກຳລັງອ້າຍນ້ອງທະຫານຈາກກອງພົນທີ1 ມາຊ່ວຍຍົກຍ້າຍເຄື່ອງຂອງ ແລະ ພໍ່ແມ່ປະຊາຊົນອອກຈາກເຮືອນທີ່ຖືກຖ້ວມໄປຢູ່ຈຸດປອດໄພ ໂດຍສະເພາະແມ່ນເຮືອນຍາດພີ່ນ້ອງທີ່ຢູ່ຈຸດສູງ, ພ້ອມທັງໄດ້ໃຫ້ໜ່ວຍງານກ່ຽວຂ້ອງລົງເກັບກຳຂໍ້ມູນຄວາມເສຍຫາຍ, ເນື່ອງຈາກປະຈຸບັນປະລະມານນໍ້າຍັງສູງເລີຍຍັງບໍ່ສາມາດເກັບກຳໄດ້ເທື່ອ ສ່ວນເຂດທີ່ຖືກຖ້ວມເສຍຫາຍແມ່ນມີສະຖານທີ່ທ່ອງທ່ຽວ, ຮ້ານອາຫານ, ເຮືອນຊານປະຊາຊົນ, ຮົ້ວສວນ, ຂົວຂ້າມຖໍ້າຈັງວັງວຽງ ແຕ່ມາຮອດຕອນບ່າຍນີ້ປະລິມານນໍ້າກໍ່ເລີ່ມຫຼຸດລົງແນ່ແລ້ວ.

Sponsor by sokxay plus

ວີທີຊື້ເລກ ໄດ້ຮັບເງີນຄືນ 5% ໄດ້ແທ້ 100%

ພຽງເທົ່ານີ້ ກໍ່ຮັບໄປເລີຍ ສ່ວນຫຼຸດ 5% ງ່າຍ


About admin

Check Also

ສົດໆ…

ດ່ວນ! ສາວ ຈະໂດດນ້ຳເພື່ອຈົບຊີວິດໂຕເອງ ດ່ວນ! ສາວ ຈະໂດດນ້ຳເພື່ອຈົບຊີວິດໂຕເອງ ຢູ່ແຄມນໍ້າຂອງສະຫວັນນະເຂດ ເວລາ 9:30 ນາທີ ວັນທີ 19/4/2023 ປະກາດຫາຍາດພີ່ນ້ອງຕອນນີ້ຢູ່ແຄມຂອງສະຫວັນນະເຂດໃຜຮູ້ຈັກລາວ ຫຼືຍາດພີ່ນ້ອງ ກະໃຫ້ແຈ້ງດ່ວນ …

Leave a Reply

Your email address will not be published. Required fields are marked *

Recent Comments

No comments to show.