ໂໃນວັນທີ 12 ມິຖຸນາ 2021 ໄດ້ມີທ້າວຊາຍທອງ ພອນຈະເລີນ ອາຍຸ 34 ປີປະຊາຊົນບ້ານໃຫຍ່ນໍ້າປຸກ (ຄຸ້ມໃຕ້) ເມືອງຫ້ວຍຊາຍ ແຂວງບໍ່ແກ້ວ ໄດ້ໄປໄຖນາຜູ້ກ່ຽວໄຖນາຈົນຮອດຕອນແລງເວລາປະມານ 17: 00 ໂມງຈິ່ງໄດ້ໄຖຖືກຖ້ວຍດິນ ແລະ ສັງເກດເຫັນຈອມເກດ(ເກສາ) ຂອງພະພຸດທະຮູບດັ່ງກ່າວຈຶ່ງໄດ້ມອດຈັກລົດແລ້ວຂຸດຂຶ້ນມາເຫັນວ່າ:

ເປັນພະພຸດທະຮູບ 02 ອົງ ຈຶ່ງໄດ້ແຈ້ງຕໍ່ອໍານາດການປົກຄອງບ້ານເພື່ອສະເໜີໃຫ້ພາກສ່ວນທີ່ກ່ຽວຂ້ອງລົງກວດກາຜ່ານການກວດກາຂອງວິຊາການທີ່ກ່ຽວຂ້ອງເຫັນວ່າເປັນພະພູດທະຮູບປາງຊະນະມານເຮັດດ້ວຍທອງສໍາລິດ ແລະ ທອງເຫຼືອງເຊິ່ງມີລາຍລະອຽດຂອງອົງພະດັ່ງນີ້:

ສະນັ້ນ, ທາງພະແນກຖະແຫຼງຂ່າວ ແລະ ຫ້ອງການ ຖວທ ເມືອງຫ້ວຍຊາຍຈຶ່ງໄດ້ລົງສົມທົບກັບອໍານາດການປົກຄອງບ້ານໃຫຍ່ນໍ້າປຸກລົງກວດກາສະຖານທີ່ບ່ອນພົບພະ ແລະ ໄດ້ຂໍ້ມູນເບື້ອງຕົ້ນດັ່ງນີ້:

ພະພຸດທະຮູບປາງຊະນະມານ (ເຮັດດ້ວຍທອງສໍາລິດ),ລວງສູງລວມ 20,2 cm,ອົງພະສູງ 19,5 cm,ໜ້າຕັກກ້ວາງ 12 cm,ນ້ຳໜັກ 1,7 kg,ພະພຸດທະຮູບປາງຊະນະມານ (ເຮັດດ້ວຍທອງເຫຼືອງ),ລວງສູງລວມ 21 cm,ອົງພະສູງ 17 cm,ໜ້າຕັກກ້ວາງ 11,5 cm,ນ້ຳໜັກ 1,2 kg.

ພະພຸດທະຮູບທັງ 02 ອົງທາງວິຊາການກອງພິພິທະພັນໄດ້ຂຶ້ນທະບຽນໄວ້ເປັນຊັບສົມບັດຂອງຊາດເວົ້າລວມເວົ້າສະເພາະກໍ່ຄືຂອງຊາວພຸດທະສາສະນິກະຊົນຊາວ #ແຂວງບໍ່ແກ້ວ ແລະ ໄດ້ຕົກລົງເປັນເອກະພາບກັບອໍານາດການປົກຄອງບ້ານທັງ 3 ຄຸ້ມບ້ານເຫັນດີອັງເຊີນມາປະດິດສະຖານໄວ້ ວັດສີດອນມູນ ສາສະດາຣາມ ບ້ານໃຫຍ່ນ້ຳປຸກ (ຄຸ້ມໃຕ້) ເພື່ອເປັນທີ່ຍຶດໜ່ຽວຈິດໃຈໃຫ້ຊາວພຸດທະສາສະນິກະຊົນທັງຫຼາຍໄດ້ສັກກາລະບູຊາຕໍ່ໄປ.
ຂ່າວ:ຄຳພັນ ແກ້ວມະນີ.