ເກີດເຫດແຜ່ນດິນໄຫວວັນທີ 14 ມີຖຸນາ 2021 ເວລາ 23:05 ໂມງຂອງໂມງທ້ອງຖິ່ນ ໄດ້ພົບສັນຍານການເກີດແຜ່ນດິນໄຫວ ຈໍານວນ 1 ຄັ້ງ ໃນບໍລິເວນເຂດ ແຂວງຜົ້ງສາລີ


ຈຸດສູນກາງເສັ້ນຂະໜານທີ 21.27 ອົງສາເໜືອ ແລະ ເສັ້ນແວງທີ 101.95 ອົງສາຕາເວັນອອກ ດ້ວຍຄວາມແຮງສັ່ນສະເທືອນວັດແທກໄດ້ 3.1 ຣີກເຕີ ມີຄວາມເລິກຫ່າງຈາກເທິງໜ້າດິນປະມານ 5 ກິໂລແມັດ ທີ່ບ້ານຈາຫລວງໃໝ່ ເມືອງບຸນໃຕ້ ແຂວງຜົ້ງສາລີ

ຫ່າງຈາກເທສະບານ ເມືອງບຸນໃຕ້ ປະມານ 13 ກິໂລແມັດ, ເຫດການດັ່ງກ່າວໃນເບື້ອງຕົ້ນຍັງບໍ່ມີລາຍງານຜົນເສຍຫາຍ.