Breaking News

ສະຖານທີ່ສ່ຽງ ພົວພັນກັບຜູ້ຕິດເຊື້ອໃໝ່ໃນນະຄອນຫລວງວຽງຈັນ 6 ຄົນ

ສະຖານທີ່ສ່ຽງ ພົວພັນກັບຜູ້ຕິດເຊື້ອໃໝ່ໃນນະຄອນຫລວງວຽງຈັນ 6 ຄົນ.

ອີງຕາມການລາຍງານ ຂອງຄະນະສະເພາະກິດ ປະຈຳວັນທີ 15 ມິຖຸນາ 2021, ມາຮອດປັດຈຸບັນ ຢູ່ ສປປ ລາວ ໄດ້ເກັບຕົວຢ່າງມາກວດວິເຄາະທັງໝົດ 2,025 ຕົວຢ່າງ ກວດພົບຜູ້ຕິດເຊື້ອທັງໝົດ 15 ກໍລະນີ, ໃນນັ້ນ ຈາກນະຄອນຫຼວງ 6 ກໍລະນີ, ສະຫວັນນະເຂດ 3 ກໍລະນີ ແລະ ຈຳປາສັກ 6 ກໍລະນີ.

ສຳລັບນະຄອນຫຼວງວຽງຈັນ 6 ກໍລະນີ ແມ່ນກໍລະນີຕິດເຊື້ອໃນຊຸມຊົນ ຕິດເຊື້ອຈາກການສຳຜັດໃກ້ຊິດກັບຜູ້ຕິດເຊື້ອເກົ່າ. ສ່ວນ ສະຫວັນນະເຂດ 3 ກໍລະນີ ແລະ ຈຳປາສັກ 6 ກໍລະນີ ແມ່ນກໍລະນີນຳເຂົ້າ ເຊິ່ງກວດພົບຈາກແຮງງານລາວ ທີ່ກັບມາຈາກປະເທດໄທ ໂດຍຖືກຕ້ອງຕາມກົດໝາຍ.

ຕິດເຊື້ອສະສົມທັງໝົດ 2,025 ກໍລະນີ (ໃໝ່ 15), ເສຍຊີວິດ 3 ກໍລະນີ (ໃໝ່ 0), ປິ່ນປົວຫາຍດີສະສົມ 1,905 ກໍລະນີ, ກຳລັງປິ່ນປົວ 117 ກໍລະນີ ລາຍງານກ່ຽວກັບ 6 ກໍລະນີ ທີ່ພົບ ຢູ່ນະຄອນຫຼວງວຽງຈັນ ດັ່ງຕໍ່ໄປນີ້:

ກໍລະນີ 1: ເພດຊາຍ, ອາຍຸ 29 ປີ, ສັນຊາດລາວ, ອາຊີບ: ພະນັກງານແພດໂຮງໝໍ 5 ເມສາ, ບ້ານພະໂພ, ເມືອງສີສັດຕະນາກ, ນະຄອນຫຼວງວຽງຈັນ,  ຜູ້ກ່ຽວບໍ່ມີອາການຫຍັງ, ມີປະຫວັດສໍາຜັດໃກ້ສິດກັບຜູ້ຕິດເຊື້ອ, ໄປເກັບຕົວຢ່າງ ໃນວັນທີ 14 ມີຖຸນາ 2021 ຢູ່ໂຮງໝໍເສດຖາທິຣາດ ແລະ ຜົນກວດພົບເຊື້ອ.

ກໍລະນີ 2 ເພດຊາຍ, ອາຍຸ 10 ເດືອນ, ບ້ານພະຂາວ, ເມືອງໄຊທານີ, ນະຄອນຫຼວງວຽງຈັນ, ຜູ້ກ່ຽວມີອາການໄຂ້ ແລະ ເຈັບຄໍ, ມີປະຫວັດສໍາຜັດໃກ້ສິດກັບຜູ້ຕິດເຊື້ອ ເຊິ່ງເປັນພະນັກງານ (ເປັນແມ່), ໄປເກັບຕົວຢ່າງ ໃນວັນທີ 14 ມີຖຸນາ 2021 ຢູ່ໂຮງໝໍເສດຖາທິຣາດ ແລະ ຜົນກວດພົບເຊື້ອ.

ກໍລະນີ 3 : ເພດຍິງ, ອາຍຸ 44 ປີ, ອາຊີບ: ຄ້າຂາຍອາໄຫຼ່, ບ້ານພະຂາວ, ເມືອງໄຊທານີ, ນະຄອນຫຼວງວຽງຈັນ, ຜູ້ກ່ຽວບໍ່ມີອາການຫຍັງ, ມີປະຫວັດສໍາຜັດໃກ້ສິດກັບຜູ້ຕິດເຊື້ອ (ແມ່ຂອງຜູ້ຕິດເຊື້ອ), ໄປເກັບຕົວຢ່າງ ໃນວັນທີ 14 ມີຖຸນາ 2021 ຢູ່ໂຮງໝໍເສດຖາທິຣາດ ແລະ ຜົນກວດພົບເຊື້ອ.

ກໍລະນີ 4: ເພດຍິງ, ອາຍຸ 20 ປີ, ບ້ານພະຂາວ, ເມືອງໄຊທານີ, ນະຄອນຫຼວງວຽງຈັນ, ຜູ້ກ່ຽວມີໄຂ້, ເຈັບຄໍ, ໄອ, ຂີ້ກະເທີ່, ປວກຮາກ ແລະ ເມື່ອຍ, ມີປະຫວັດສໍາຜັດໃກ້ສິດກັບຜູ້ຕິດເຊື້ອ (ເປັນນ້ອງສາວຜູ້ຕິດເຊື້ອ), ໄປເກັບຕົວຢ່າງ ໃນວັນທີ 14 ມີຖຸນາ ຢູ່ໂຮງໝໍເສດຖາທິຣາດ ແລະ ຜົນກວດພົບເຊື້ອ.

ກໍລະນີ 5 .ເພດຍີງ, ອາຍຸ 21 ປີ, ອາຊີບ: ຄ້າຂາຍອາໄຫຼ່, ບ້ານພະຂາວ, ເມືອງໄຊທານີ, ນະຄອນຫຼວງວຽງຈັນ, ຜູ້ກ່ຽວບໍ່ມີອາການຫັຍງ, ມີປະຫວັດສໍາຜັດໃກ້ສິດກັບຜູ້ຕິດເຊື້ອ (ເປັນນ້ອງສາວຂອງຜູ້ຕິດເຊື້ອ), ໄປເກັບຕົວຢ່າງ ໃນວັນທີ 14 ມີຖຸນາ ຢູ່ໂຮງໝໍເສດຖາທິຣາດ ແລະ ຜົນກວດພົບເຊື້ອ.

ກໍລະນີ 6 : ເພດຍິງ, ອາຍຸ: 27 ປີ, ບ້ານໜອງທາເໜືອ, ເມືອງຈັນທະບູລີ, ນະຄອນຫຼວງວຽງຈັນ, ໄປເກັບຕົວຢ່າງ ໃນວັນທີ 14 ມີຖຸນາ ຢູ່ໂຮງໝໍເສດຖາທິຣາດ ແລະ ຜົນກວດພົບເຊື້ອ, ປະຈຸບັນ ທີມງານກຳລັງຕິດຕໍ່ເອົາຂໍ້ມູນລະອຽດຂອງຜູ້ກ່ຽວ.

ສຳລັບເຂດສ່ຽງ/ສະຖານທີ ທີ່ຜູ້ຕິດເຊື້ອໄດ້ເດີນທາງໄປ ມີດັ່ງນີ້

– ວັນທີ 07/06/2021 ຫຼື ວັນທີ 8/06/2021 ໄປຖ່າຍຮູບຢູ່ Parkson ແຖວຖະໜົນຄູວຽງ ໃກ້ Vientiane Centreວັນທີ 8-9/06/2021 ໄປຊື້ເຄື່ອງຢູ່ Viewmall

– ວັນທີ 10/06/2021 ໄປບ້ານໝູ່ຢູ່ສະພັງໝໍ້

– ວັນທີ 11/06/2021 ໄປອ້ອມຮົ້ວຊ່ວຍພີ່ນ້ອງ ຢູ່ບ້ານວຽງຄຳ, ເມືອງສີໂຄດຕະບອງ ແລະ ໄປຕະຫຼາດຈັນສະຫວ່າງ

– ວັນທີ 11/06/2021 ໄປກິນເຂົ້າປຸ້ນແຈ່ວຂິງ ຢູ່ທ່າເດື່ອ, ຮ້ານຢູ່ແຄມຂອງ

– ວັນທີ 12/06/2021 ໄປບ້ານໜອງບົວທອງ, ເມືອງສີໂຄດຕະບອງ

– ວັນທີ 14/06/2021 ໄປຊື້ຢາຢູ່ຮ້ານຂາຍຢາໃສສະອາດ ສາຂາໜ້າໂຮງໝໍມິດຕະພາບ

– ວັນທີ 14/06/2021 ເວລາ 20:15 – 20:30 ໂມງ ໄປກວດພະຍາດຢູ່ຫຼັກໄຊຄລີນິກ

ຢ່າງໃດກໍ່ຕາມຂໍໃຫ້ພີ່ນ້ອງທຸກຄົນຈົງມີສະຕິລະວັງຕົວ ແລະ​ ມີມາດຕະການປ້ອງກັນໂຄວິດ 19​ ໃຫ້ເຂັ້ມງວດ

Sponsor by sokxay plus

ວີທີຊື້ເລກ ໄດ້ຮັບເງີນຄືນ 5% ໄດ້ແທ້ 100%

ພຽງເທົ່ານີ້ ກໍ່ຮັບໄປເລີຍ ສ່ວນຫຼຸດ 5% ງ່າຍ


About admin

Check Also

ສົດໆ…

ດ່ວນ! ສາວ ຈະໂດດນ້ຳເພື່ອຈົບຊີວິດໂຕເອງ ດ່ວນ! ສາວ ຈະໂດດນ້ຳເພື່ອຈົບຊີວິດໂຕເອງ ຢູ່ແຄມນໍ້າຂອງສະຫວັນນະເຂດ ເວລາ 9:30 ນາທີ ວັນທີ 19/4/2023 ປະກາດຫາຍາດພີ່ນ້ອງຕອນນີ້ຢູ່ແຄມຂອງສະຫວັນນະເຂດໃຜຮູ້ຈັກລາວ ຫຼືຍາດພີ່ນ້ອງ ກະໃຫ້ແຈ້ງດ່ວນ …

Leave a Reply

Your email address will not be published. Required fields are marked *

Recent Comments

No comments to show.