ຕາມຂ່າວຈາກ ອິນໂດເນເຊຍ,ວັນທີ13ມິຖຸນາ,ເມືອງເປີກັນບາຣູ ເທິງເກາະສຸມາຕຣາ ຂອງອິນໂດເນເຊຍ ນຳໃຊ້ລົດ ໃຫ້ບໍລິການ ສັກວັກຊິນ ປ້ອງກັນ ໂຄວິດ-19.

ໃຫ້ແກ່ປະຊາຊົນ ເພື່ອຄວາມສະດວກ ກວ່າການໄປສັກ ຢູ່ສູນວັກຊິນ ໂດຍມີລົດ ໃຫ້ບໍລິການ ຈຳນວນ 10ຄັນ ໃຫ້ບໍລິການ ສັກວັກຊິນ ຂອງຊີໂນແວກ ໄປແລ້ວ 12.000ໂດສ ຂະນະນີ້ ໃຫ້ບໍລິການໄດ້ ວັນລະກວ່າ1.000 ໂດສ ແລະ ຕັ້ງເປົ້າ ຈະເພີ່ມຈຳນວນລົດຂຶ້ນອີກ.
ອິນນໂດເນເຊຍ ມີປະຊາກອນ 270 ລ້ານຄົນ ຕັ້ງເປົ້າ ສັກວັກຊິນ ໃຫ້ໄດ້ 181 ລ້ານກວ່າຄົນ ພາຍໃນປີໜ້າ ຂະນະນີ້ ມີຜູ້ສັກ ວັກຊິນຄົບ 2ໂດສ ພຽງ 11 ລ້ານກວ່າຄົນ ເປັນວັກຊິນ ຂອງຊີໂນແວກ, ຊີໂນຟາມ ແລະ ແອສຕຣາເຊເນກ້າ.ປັດຈຸບັນ ມີຜູ້ຕິດເຊື້ອໂຄວິດ-19 ເກືອບ 2 ລ້ານຄົນ ແລະ ເສຍຊີວິດ52.700 ກວ່າຄົນ.
ຮຽບຮຽງຂ່າວໂດຍ ສະໄຫວ ລາດປາກດີ.