ເນື່ອງຈາກມີຜູ້ຕິດເຊື້ອພະຍາດໂຄວິດ-19 ເຂົ້າໄປໃຊ້ບໍລິການຢູ່ຕະຫຼາດສີໄຄ ແລະ ສູນການຄ້າສາກົນຊັ່ງຈຽງ ແລະ ເພື່ອສືບຕໍ່ປະຕິບັດມາດຕະການປ້ອງກັນ ແລະ ຫຼີກເວັ້ນຄວາມສ່ຽງ ໃນການແຜ່ເຊື້ອພະຍາດດັ່ງກ່າວ ຢູ່ໃນນະຄອນຫຼວງວຽງຈັນ, ພະແນກອຸດສາຫະກຳ ແລະ ການຄ້າ ຈຶ່ງອອກແຈ້ງການເຖິງຜູ້ອໍານວຍການ ຕະຫຼາດສີໄຄ ແລະ ຜູ້ອໍານວຍການ ສູນການຄ້າ ສາກົນຊັ່ງຈຽງ ເລື່ອງຂໍຄວາມຮ່ວມມືໃຫ້ໂຈະຊົ່ວຄາວກ່ຽວກັບການເປີດໃຫ້ບໍລິການ ແລະ ແຈ້ງມາໃຫ້ປະຕິບັດດັ່ງນີ້:

1 ໃຫ້ໂຈະຊົ່ວຄາວ ການເປີດບໍລິການຕະຫຼາດສີໄຄ ຕັ້ງຢູ່ບ້ານສີໄຄທົ່ງ, ເມືອງສີໂຄດຕະບອງ ແລະ ສູນການຄ້າສາກົນຊັ່ງຈຽງ ຕັ້ງຢູ່ບ້ານ ວັດໄຕນ້ອຍທົ່ງ, ເມືອງສີໂຄດຕະບອງ ນັບແຕ່ວັນທີ 15-16 ມິຖຸນາ 2021 ເພື່ອໃຫ້ດຳເນີນການຂີດຢາຂ້າເຊື້ອ ແລະ ເຮັດອານາໄມຄວາມສະອາດໃນທົ່ວບໍລິເວນຕະຫຼາດ ຕາມມາດຕະການທີ່ຄະນະສະເພາະກິດວາງອອກ, ໃຫ້ຊາວຄ້າຂາຍທັງໝົດຢູ່ໃນຕະຫຼາດໄປກວດຫາເຊື້ອຕາມຈຸດທີ່ທາງການໄດ້ກໍານົດໄວ້ ແລະ ໃຫ້ເຈົ້າຂອງຕະຫຼາດໂຄສະນາເຜີຍແຜ່ ແລະ ແຈ້ງໃຫ້ຊາວຄ້າຂາຍ, ພະນັກງານຂອງຕົນບໍ່ໃຫ້ແຕກຕື່ນ ແລະ ຕິດຕາມອາການຂອງຕົນເອງຢູ່ບ້ານ (ໃນໄລຍະນີ້ ຫ້າມບໍ່ໃຫ້ຊາວຄ້າຂາຍດັ່ງກ່າວໄປຂາຍຢູ່ຈຸດອື່ນໆອີກ ເນື່ອງຈາກຈະເປັນການແຜ່ເຊື້ອ) ຖ້າກໍລະນີຢາກອອກຈາກບ້ານ ຕ້ອງຂໍອະນຸຍາດນໍາອຳນາດການປົກຄອງບ້ານຕາມລະບຽບການ.
2 ໃຫ້ສືບຕໍ່ຕິດຕາມ ທິດຊີ້ນໍາຂອງຄະນະສະເພາະກິດ ເພື່ອປ້ອງກັນ, ຕ້ານ ແລະ ສະກັດກັ້ນການແຜ່ລະບາດພະຍາດໂຄວິດ-19 ຕື່ມ, ເພື່ອເປັນບ່ອນອີງໃນການພິຈາລະນາອະນຸຍາດໃຫ້ສືບຕໍ່ເປີດ ຫຼື ປີດ ການບໍລິການຄ້າຂາຍຢູ່ໃນສະຖານທີ່ດັ່ງກ່າວ.
3 ກ່ອນຈະເປີດການບໍລິການຄືນໃໝ່ ພະແນກອຸດສາຫະກໍາ ແລະ ການຄ້ານະຄອນຫຼວງວຽງຈັນ ຈະໄດ້ລົງສົມທົບກັບຄະນະສະເພາະກິດ ອຳນາດການປົກຄອງເມືອງ, ບ້ານ ແລະ ຄະນະຈັດສັນຕະຫຼາດ ຮ່ວມກັນວາງແຜນການຈັດສັນ ຢ່າງເປັນລະບົບ ໃຫ້ມີຄວາມສະອາດຈົບງາມ ເພື່ອຫຼີກເວັ້ນບໍ່ໃຫ້ມີຜູ້ຕິດເຊື້ອພະຍາດໂຄວິດ-19.

ກ່ອນຈະເປີດການບໍລິການຄືນໃໝ່ ພະແນກອຸດສາຫະກໍາ ແລະ ການຄ້ານະຄອນຫຼວງວຽງຈັນ ຈະໄດ້ລົງສົມທົບກັບຄະນະສະເພາະກິດ ອຳນາດການປົກຄອງເມືອງ, ບ້ານ ແລະ ຄະນະຈັດສັນຕະຫຼາດ ຮ່ວມກັນວາງແຜນການຈັດສັນ ຢ່າງເປັນລະບົບ ໃຫ້ມີຄວາມສະອາດຈົບງາມ ເພື່ອຫຼີກເວັ້ນບໍ່ໃຫ້ມີຜູ້ຕິດເຊື້ອພະຍາດໂຄວິດ-19.
ທັງນີ້, ສູນການຄ້າ ສາກົນຊັ່ງຈຽງ ກໍ່ໃຫ້ປະຕິບັດຕາມມາດຕະການຂ້າງເທີງນີ້ເຊັ່ນດຽວກັນ
