ຄະນະກຳມະການຕ້ານການຄ້າມະນຸດ ນະຄອນຫຼວງວຽງຈັນ ເລັງໃສ່ແກ້ໄຂບັນຫາມະນຸດ-ການຄ້າປະເວນີໃຫ້ໝົດໄປ

ພັທ ທອງພັນ ທິລະສັກ ຫົວໜ້າພະແນກຕຳຫຼວດຕ້ານການຄ້າມະນຸດ ຫົວໜ້າຫ້ອງການກອງເລຂາຄະນະກຳມະການຕ້ານການຄ້າມະນຸດ ນວ ກ່າວໃນກອງປະຊຸມສະຫຼຸບວຽກງານຕ້ານການຄ້າມະນຸດ ນວ ປະຈຳປີ ແລະ ທິດທາງຕໍ່ໜ້າ ວັນທີ 14 ມີຖຸນາ 2021 ໂດຍໄດ້ສຸມໃສ່ ໃນ 5 ວຽກ ເປັນສຳຄັນຄື ດ້ານນະໂຍບາຍ, ດ້ານວຽກງານສະກັດກັ້ນ, ດ້ານດຳເນີນຄະດີ, ດ້ານປົກປ້ອງ ແລະ ການຊ່ວຍເຫຼືອຜູ້ເຄາະຮ້າຍ ແລະ ດ້ານພົວພັນຮ່ວມມືກັນຕ່າງປະເທດ.

ໂດຍເລັງໃສ່ເກັບກຳສະຖິຕິເປົ້າໝາຍຄ້າມະນຸດ, ຄ້າ-ຂາຍປະເວນີ ແລະ ອາດຊະຍາກຳອື່ນໆ ຕາມໂຮງແຮມ, ຮ້ານອາບອົບນວດ, ຮ້ານເສີມສວຍ, ຈຸດຫຼໍ່ແຫຼມ ພື້ນທີ່ສັບສົນ ໃຫ້ລະອຽດຊັດເຈນ ໃນການຕິດຕາມ ແລະ ຄຸ້ມຄອງ, ໂຄສະນາໃຫ້ພໍ່, ແມ່ປະຊາຊົນທຸກຊັ້ນຄົນ ໃຫ້ຮັບຮູ້ລະບຽບກົດໝາຍ ແລະ ຜົນຮ້າຍຂອງການຄ້າມະນຸດຢ່າງທົ່ວເຖິງ ພ້ອມບັງຄັບໃຊ້ກົດໝາຍ ແລະ ແກ້ໄຂເປົ້າໝາຍຕາມຫຼັກການລວມສູນປະຊາທິປະໄຕຮັບປະກັນໄດ້ຄວາມຍຸຕິທຳ ເພື່ອປົກປ້ອງຜູ້ຖືກເຄາະຮ້າຍຕາມສິດ ແລະ ນຳຜູ້ກະທຳຜິດມາລົງໂທດຕາມກົດໝາຍ ໃຫ້ບັນຫານີ້ໝົດໄປ.

ຂໍ້ມູນ: ປ້ອງກັນຄວາມສະຫງົບ ນວ