Breaking News

ໄທຍຈະດຳເນີນຄະດີ 3 ຄົນ ທີ່ລັກເຂົ້າມາລາວນຳເບີ 59 ກົດອ່ານ…..

ເຈົ້າໜ້າທີ່ຕຳຣວດໄທຍ ຢືນຢັນວ່າພົບຜູ້ຊາຍໄທຍ 2 ຄົນ ແລະ ແມ່ຍິງລາວ 1 ຄົນ ລັກຂ້າມມາລາວ ຜ່ານຊ່ອງທາງ ທັມມະຊາດ ຕາມຊາຍແດນລາວ-ໄທຍ ແລະ ແຜ່ເຊື້ອໂຄວິດ-19 ຢູ່ລາວ ຫລັງຈາກທັງ 3 ຄົນ ມີອາການໄຂ້ ແລ້ວມາປິ່ນປົວ ຢູ່ໂຮງໝໍແຂວງ ໜອງຄາຍ ໃນວັນທີ 16 ເມສາ ແລະ ຖືກກວດພົບວ່າ ຕິດໂຄວິດ-19. ເຈົ້າໜ້າທີ່ຕຳຣວດໄທຍ ຜູ້ທີ່ຂໍສງວນຊື່ ແລະ ຕຳແໜ່ງ ໄດ້ກ່າວຕໍ່ເອເຊັຽເສຣີ ໃນວັນທີ 22 ເມສາ ວ່າ:

“ກັບມາກໍຄືຄົນທຳອິດຫັ້ນຕິດເຊື້ອໂຄວິດ-19 ກ່ອນ ຄົນທີສອງ ທີ່ໄປນຳກັນກໍຕິດເຊື້ອນຳ ແລະ ແມ່ຍິງລາວ ທີ່ມານຳກັນກໍຕິດເຊື້ອ ຕື່ມອີກ ລວມຕິດ 3 ຄົນ ແຕ່ພວກເຂົາເຈົ້າບໍ່ແຈ້ງ ລົງລາຍລະອຽດ ແລະ ເວລາທີ່ເດີນທາງ ວ່າເປັນຜູ້ລັກລອບເຂົ້າມາ ແບບຜິດກົດ ໝາຍ, ລາຍລະອຽດ ແລະ ເວລາທີ່ເດີນທາງ ກໍຄື ມາພົບຢູ່ແຄມທາງ ແບບຂໍ້ມູນຍັງສັບສົນຢູ່ ຈົນມື້ກ່ອນ ຜູ້ທີ່ຕິດເຊື້ອໂຄວິດ-19 ຢູ່ລາວ ທາງພວກເຮົາກໍເລີຍຮູ້.”

ທ່ານກ່າວຕື່ມວ່າ ຖ້າວ່າຜູ້ຕິດເຊື້ອ ໄດ້ຮັບການປິ່ນປົວ ຈົນເຊົາດີແລ້ວ ເຈົ້າໜ້າທີ່ຕຳຣວດ ກໍຈະມີການສອບສວນ ເພີ່ມກ່ຽວກັບ ລາຍລະອຽດການເດີນທາງ ຂອງທັງ 3 ຄົນ ແລະ ກໍຈະມີການດຳເນີນ ຄະດີພວກເຂົາ ຕາມກົດໝາຍຕໍ່ໄປ.ຈົນມາເຖິງວັນທີ 22 ເມສາ, ເຈົ້າໜ້າທີ່ໄທຍ ຍັງບໍ່ໄດ້ສົ່ງຂໍ້ມູນກ່ຽວກັບ ລາຍລະອຽດ ວັນ ແລະ ເວລາ ຂອງການເດີນທາງຂອງທັງ 3 ຄົນ ໃຫ້ແກ່ເຈົ້າໜ້າທີ່ລາວ.

ເອເຊັຽເສຣີ ໄດ້ຕິດຕໍ່ຫາເຈົ້າໜ້າທີ່ ສຳນັກງານສາທາຣະນະສຸຂ ແຂວງໜອງຄາຍ ເພື່ອຖາມຂໍ້ມູນເພີ່ມເຕີມ ກ່ຽວກັບຜູ້ຕິດເຊື້ອ ທັງ 3 ຄົນ, ແລະ ເຈົ້າໜ້າທີ່ ໃຫ້ຂໍ້ມູນໃນເບື້ອງຕົ້ນວ່າ ຜູ້ຊາຍໄທຍ ຄົນທີ 1 ອາຍຸ 24 ປີ ອາຊີບ ພະນັກງານບໍຣິສັດໃນກຸງເທບ, ຜູ້ຊາຍ ໄທຍ ຄົນທີ 2 ອາຍຸ 30 ປີ ອາຊີບພະນັກງານ ທຸຣະກິດ ອອນລາຍ ແລະ ຄົນທີ 3 ເປັນແມ່ຍິງລາວ ອາຍຸ 26 ປີ ເປັນຊາວເມືອງ ໄຊເສດຖາ ນະຄອນຫລວງວຽງຈັນ ແຕ່ ເຈົ້າໜ້າທີ່ປະຕິເສດ ທີ່ໃຫ້ລາຍລະອຽດ ເພີ່ມເຕີມ.

ເຈົ້າໜ້າທີ່ ຄະນະສະເພາະກິດຄວບຄຸມ ໂຄວິດ-19 ກ່າວວ່າມາຮອດປັດຈຸບັນ ຍັງບໍ່ໄດ້ຮັບຂໍ້ມູນກ່ຽວກັບ ວັນ ແລະ ເວລາຂອງການ ເດີນທາງຂອງຜູ້ຊາຍໄທຍ ທັງສອງຄົນ ແລະ ແມ່ຍິງລາວ 1 ຄົນ ຈາກເຈົ້າໜ້າທີ່ໄທຍ ແລະ ທາງການລາວ ກໍຕ້ອງການຂໍ້ມູນ ດັ່ງກ່າວ.ກ່ຽວກັບເລື່ອງນີ້ ຊາວລາວ ທ່ານນຶ່ງກ່າວວ່າ ຫລັງຈາກຮູ້ຂ່າວ ຜູ້ຊາຍໄທຍ 2 ຄົນ ແລະແມ່ຍິງລາວ 1 ຄົນ ລັກຂ້າມມາລາວ ແລ້ວ ແຜ່ເຊື້ອໂຄວິດ-19 ກໍຢາກໃຫ້ພາກສ່ວນກ່ຽວຂ້ອງ ດຳເນີນການຕາມກົດໝາຍ ພ້ອມທັງເພີ່ມມາຕການປ້ອງກັນ ຕາມຊາຍແດນ.

ໃນຂນະດຽວກັນ ຊາວລາວອີກທ່ານນຶ່ງ ກ່າວວ່າ ພາກສ່ວນກ່ຽວຂ້ອງ ຄວນດຳເນີນຄະດີ ກັບທັງ 3 ຄົນ ທີ່ຂ້າມມາ ເຮັດໃຫ້ເກີດ ການແຜ່ເຊື້ອ ທີ່ເຮັດໃຫ້ເກີດຜົນກະທົບຕາມມາ.ຫລ້າສຸດ ໃນວັນທີ 22 ເມສາ, ກະຊວງປ້ອງກັນປະເທດ ໄດ້ອອກແຈ້ງການ ເພີ່ມທະວີມາຕການສະກັດກັ້ນ ແລະ ກຽມຄວາມພ້ອມ ຮອບດ້ານ ເພື່ອຕ້ານໂຄວິດ-19.

ກະຊວງປ້ອງກັນ ປະເທດ ມີການວາງກຳລັງເຈົ້າໜ້າທີ່ ຢ່າງເຂັ້ມງວດ ແລະ ລາດຕະເວນ ຕາມ ຊາຍແດນ ເພື່ອປ້ອງກັນການລັກລອບ ເຂົ້າເມືອງ ຊຶ່ງຖ້າຜູ້ໃດລັກລອບເຂົ້າມາ ແບບຜິດກົດໝາຍ ຈະຖືກເຈົ້າໜ້າທີ່ດຳເນີນຄະດີ.

Sponsor by sokxay plus

ວີທີຊື້ເລກ ໄດ້ຮັບເງີນຄືນ 5% ໄດ້ແທ້ 100%

ພຽງເທົ່ານີ້ ກໍ່ຮັບໄປເລີຍ ສ່ວນຫຼຸດ 5% ງ່າຍ


About admin

Check Also

ບໍ່ສົມຄວນເປັນສາວຄູເລີຍ!!!ຕີໄດ້ຮອດນັກຮຽນຂອງຕົວເອງ

ບໍ່ສົມຄວນເປັນສາວຄູເລີຍ!!!ຕີໄດ້ຮອດນັກຮຽນຂອງຕົວເອງ. ເຫດເກີດຢູ່ທີ່ໂຮງຮຽນແຫ່ງໜື່ງສາວຄູໃຊ້ຄວາມບໍ່ເຫມາະສົມກັບນັກຮຽນຂອງຕົວເອງ. ໂດຍສາວຄູ່ໄດ້ວຸໄວ້າວ່າ:ນ້ອງນັກຮຽນຂອງຕົນເອງບໍ່ຍອມພັກພ່ອນສາວຄູເລີຍໃຈຮ້າຍໃສ່ …..

Leave a Reply

Your email address will not be published. Required fields are marked *

Recent Comments

No comments to show.