Breaking News

ເຮັດແທ້! ຮ້ານ ມານາແມະ ຖືກເຈົ້າໜ້າທີ່ເຮັດບົດບັນທຶກ ຍ້ອນການລັກເປີດໃຫ້ບໍລິການ

ປ້ອງກັນຄວາມສະຫງົບນະຄອນຫຼວງວຽງຈັນ ໄດ້ໃຫ້ຮູ້ວ່າ: ເຈົ້າໜ້າທີ່ຕຳຫຼວດພະແນກທ່ອງທ່ຽວ ສົມທົບກັບອຳນາດການປົກຄອງບ້ານ ແລະ ພາກສ່ວນທີ່ກ່ຽວຂ້ອງ ເມືອງໄຊທານີ ນວ ລົງເຮັດບົດບັນທຶກກັບເຈົ້າຂອງຮ້ານອາຫານ ມານາແມະຕັ້ງຢູ່ ບ້ານດອນຕິ້ວ ເມືອງໄຊທານີ ນວ.

ຮ້ານດັ່ງກ່າວ ລັກເປີດໃຫ້ບໍລິການ ເຊິ່ງເປັນການກະທໍາທີ່ລະເມີດຕໍ່ແຈ້ງການ 012/ສພກ.ນວ, ລົງວັນທີ 4 ມີຖຸນາ 2021 ວ່າດ້ວຍການຈັດຕັ້ງປະຕິບັດຄຳສັ່ງ ການເພີ່ມທະວີມາດຕະການປ້ອງກັນຄວບຄຸມ, ສະກັດກັ້ນ ແລະ ແກ້ໄຂການລະບາດຂອງພະຍາດໂຄວິດ-19 ຢູ່ ນວ.

ພ້ອມທັງສຶກສາອົບຮົມກ່າວຕັກເຕືອນ ແລະ ໃຫ້ປິດຮ້ານ ຈົນກວ່າຈະມີແຈ້ງການສະບັບໃໝ່ ເພື່ອຢັບຢັ້ງກໍາຈັດການແຜ່ລະບາດຂອງພະຍາດທີ່ອາດແຜ່ລາມອອກສູ່ວົງກວ້າງ, ຖ້າຍັງພົບເຫັນເປີດໃຫ້ບໍລິການ ຈະຖືກດໍາເນີນຄະດີຕາມລະບຽບກົດໝາຍ

Sponsor by sokxay plus

ວີທີຊື້ເລກ ໄດ້ຮັບເງີນຄືນ 5% ໄດ້ແທ້ 100%

ພຽງເທົ່ານີ້ ກໍ່ຮັບໄປເລີຍ ສ່ວນຫຼຸດ 5% ງ່າຍ


About admin

Check Also

ສົດໆ…

ດ່ວນ! ສາວ ຈະໂດດນ້ຳເພື່ອຈົບຊີວິດໂຕເອງ ດ່ວນ! ສາວ ຈະໂດດນ້ຳເພື່ອຈົບຊີວິດໂຕເອງ ຢູ່ແຄມນໍ້າຂອງສະຫວັນນະເຂດ ເວລາ 9:30 ນາທີ ວັນທີ 19/4/2023 ປະກາດຫາຍາດພີ່ນ້ອງຕອນນີ້ຢູ່ແຄມຂອງສະຫວັນນະເຂດໃຜຮູ້ຈັກລາວ ຫຼືຍາດພີ່ນ້ອງ ກະໃຫ້ແຈ້ງດ່ວນ …

Leave a Reply

Your email address will not be published. Required fields are marked *

Recent Comments

No comments to show.