ສູນຂໍ້ມູນຂ່າວສານແຜ່ນດິນໄຫວແຫ່ງຊາດລາວ ໄດ້ລາຍງານການເກີດແຜ່ນດິນໄຫວ ໃນຂອບເຂດທົ່ວປະເທດ ວັນທີ 16 ມີຖຸນາ 2021 ເວລາ 06:30 ໂມງ ຂອງໂມງທ້ອງຖິ່ນ

ໄດ້ພົບສັນຍານການເກີດແຜ່ນດິນໄຫວ ຈໍານວນ 1 ຄັ້ງ ໃນບໍລິເວນເຂດ ແຂວງໄຊຍະບູລີ ຈດສູນກາງເສັ້ນຂະໜານທີ 19.05 ອົງສາເໜືອ ແລະ ເສັ້ນແວງທີ 101.35 ອົງສາຕາເວັນອອກ ດ້ວຍຄວາມແຮງສັ່ນສະເທືອນ

ວັດແທກໄດ້ 2.1 ຣີກເຕີ ມີຄວາມເລິກຫ່າງຈາກເທິງໜ້າດິນປະມານ 2 ກິໂລແມັດ ທີ່ເກີດເຫດແມ່ນໃກ້ຊາຍແດນໄທ ຫ່າງຈາກໝູ່ບ້ານ ແລະ ຫ່າງຈາກເທສະບານ ເມືອງພຽງ ປະມານ 10 ກິໂລແມັດ, ເຫດການດັ່ງກ່າວໃນເບື້ອງຕົ້ນຍັງບໍ່ມີລາຍງານຜົນເສຍຫາຍ.