ອາສາສະໝັກກາແດງລາວກະກຽມເຄື່ອງອຸປະໂພກບໍລິໂພກທີ່ຈຳເປັນເພື່ອນຳໄປຊ່ວຍເຫຼືອຜູ້ປະສົບໄພ

ໃນວັນທີ 16 ມີຖຸນາ 2021ນີ້ ອາສາສະໝັກອົງການກາແດງລາວ ຈາກໂຮງຮຽນ ມສ ສີໂຄຕະບອງ, ມະຫາວິທະຍາໄລແຫ່ງຊາດ ໄດ້ພ້ອມກັນກະກຽມເຂົ້າສານ, ອາຫານແຫ້ງ, ນ້ຳດື່ມ, ຢາປົວພະຍາດ ແລະ ເຄື່ອງຮັກສາສຸຂະພາບ ເພື່ອນຳໄປຊ່ວຍເຫຼືອ ຜູ້ທີ່ໄດ້ຮັບຜົນກະທົບຈາກໄພພິບັດ.

ສະນັ້ນອົງການກາແດງລາວຈຶ່ງໄດ້ລະດົມກໍາລັງເພື່ອກະກຽມເຄື່ອງຊ່ວຍເຫຼືອ ຈໍານວນໜຶ່ງ ເພື່ອນໍາ ໄປມອບໃຫ້ປະຊາຊົນທີ່ໄດ້ຮັບຜົນກະທົບຈາກໄພນໍ້າຖ້ວມ ເພື່ອບັນເທົາທຸກໃນເບື້ອງຕົ້ນໃຫ້ທວ່ງທັນເວລາແລະຄວາມຕ້ອງການຂອງຜູ້ປະສົບໄພ.