Breaking News

ວັກຊີນ ໄຟເຊີ ແລະ ແອສຕຣາເຊເນກາ ມີປະສິດທິພາບສູງໃນການຕ້ານໂຄວິ ດ ກາຍພັນ Delta

ສຳນັກຂ່າວ ເອພີ ລາຍງານເມື່ອວັນທີ 15 ມິຖຸນານີ້ວ່າ: ວັກຊີນ 2 ຊະນິດ ແອສຕຣາເຊເນກາ ແລະ ໄຟເຊີ, ມີປະສິດທິພາບສູງ, ຊ່ວຍໃຫ້ຜູ້ຕິດເຊື້ອໄວຣັສກາຍພັນ Delta ບໍ່ຈຳເປັນຕ້ອງເຂົ້າຮັບການປິ່ນປົວຢູ່ໂຮງໝໍອີກ.

ນັ້ນຄືຂໍ້ສະຫຼຸບຄວາມຈາກການທົດລອງຕົວຈິງໃໝ່ຫຼ້າສຸດ ຂອງທີມງານ Public Health England ທີ່ດຳເນີນການລົດລອງແຕ່ວັນທີ 12 ເມສາ ຫາ ວັນທີ 4 ມິຖຸນາ ກັບ 14.019 ຄົນທີ່ມີການຕິດເຊື້ອໄວຣັສກາຍພັນ Delta (B.1.617.2) ທີ່ເກີດຂຶ້ນຢູ່ໃນອັວກິດ.

ຜົນຂອງການທົດລອງອອກມາວ່າ ມີ 166 ຄົນຕ້ອງເຂົ້າໂຮງໝໍ. ຜູ້ທີ່ສັກວັກຊີນ ແອສຕຣາເຊເນກາ ຄົບ 2 ເຂັມ ມີປະສິດທິພາບ 92% ບໍ່ຈຳເປັນຕ້ອງເຂົ້າໂຮງໝໍ, ສ່ວນຜູ້ທີ່ສັກວັກຊີນ ໄຟເຊີ ພາຍຫຼັງເຂັມທຳອິດ ມີປະສິດທິພາບ 94% ແລະ ຫຼັງເຂັມທີສອງ 96% ບໍ່ຕຳເປັນຕ້ອງເຂົ້າໂຮງໝໍ.

ຜົນຂອງການທົດລອງໃຫ້ເຫັນວ່າ ຜູ້ທີ່ຕິດເຊື້ອໂຄວິດກາຍພັນ Delta ເມື່ອສັກວັກຊິນສອງຊະນິດນີ້ແລ້ວ ແມ່ນບໍ່ຈຳເປັນຕ້ອງເຂົ້າໂຮງໝໍ

Sponsor by sokxay plus

ວີທີຊື້ເລກ ໄດ້ຮັບເງີນຄືນ 5% ໄດ້ແທ້ 100%

ພຽງເທົ່ານີ້ ກໍ່ຮັບໄປເລີຍ ສ່ວນຫຼຸດ 5% ງ່າຍ


About admin

Check Also

ສົດໆ…

ດ່ວນ! ສາວ ຈະໂດດນ້ຳເພື່ອຈົບຊີວິດໂຕເອງ ດ່ວນ! ສາວ ຈະໂດດນ້ຳເພື່ອຈົບຊີວິດໂຕເອງ ຢູ່ແຄມນໍ້າຂອງສະຫວັນນະເຂດ ເວລາ 9:30 ນາທີ ວັນທີ 19/4/2023 ປະກາດຫາຍາດພີ່ນ້ອງຕອນນີ້ຢູ່ແຄມຂອງສະຫວັນນະເຂດໃຜຮູ້ຈັກລາວ ຫຼືຍາດພີ່ນ້ອງ ກະໃຫ້ແຈ້ງດ່ວນ …

Leave a Reply

Your email address will not be published. Required fields are marked *

Recent Comments

No comments to show.