Breaking News

ເຈົ້າເມືອງພູຄູນ ພ້ອມດ້ວຍຄະນະ ລົງຕິດຕາມຜົນກະທົບຈາກໄພພິບັດຈາກທຳມະຊາດ

ວັນທີ 15 ມີຖຸນາ 2021 ນີ້ ທ່ານ ທອງຈັນ ແພງຈັນທີ ເຈົ້າເມືອງພູຄູນ ພ້ອມດ້ວຍທິມງານຫ້ອງການທີ່ກ່ຽວຂ້ອງຂອງເມືອງ ໄດ້ລົງຕິດຕາມຜົນກະທົບຈາກໄພພິບັດທາງທຳມະຊາດ ແຕ່ບ້ານສາມແຍກ ຫາ ບ້ານພູວຽງນ້ອຍ ແລະແຕ່ບ້ານລ້ອງໝ້ຽງ ຫາ ບ້ານວຽງຄຳ ເນື່ອງຈາກ ນັບແຕ່ວັນທີ 12-14 ມິຖຸນາ ໄດ້ເກີດມີຝົນຕົກໜັກ ຕິດຕໍ່ກັນເປັນເວລາຫລາຍວັນ ພ້ອມມີລົມພັດແຮງ ເຮັດໃຫ້ເກີດມີດິນເຊາະເຈື່ອນ, ດິນຍຸບ ຕັນເສັ້ນທາງ-ຮອງລະບາຍນໍ້າ ຕາມເສັ້ນທາງຫລວງແຫ່ງຊາດ,

ທາງຫລວງຂອງແຂວງ ແລະເສັ້ນທາງຊົນນະບົດຂອງເມືອງ, ເຮືອນຂອງປະຊາຊົນຖືກເຊາະເຈື່ອນ, ພຶ້ນທີນາຖືກນໍ້າຖ້ວມ, ຈາກຜົນກະທົບໃນຄັ້ງນີ໊ ທ່ານເຈົ້າເມືອງ ໄດ້ແບ່ງຄວາມຮັບຜິດຊອບໃຫ້ພາກສ່ວນທີ່ກ່ຽວຂ້ອງ ລົງສົມທົບພະນັກງານປະຈຳບ້ານ ກວດກາຄວາມເສຍຫາຍ ເພື່ອລາຍງານຕໍ່ຂັ້ນເທິ່ງ, ການລົງຕິດຕາມຄັ້ງນີ້ ທິມງານໄດ້ເຮັດເຄື່ອງໝາຍເຕື່ອນຂອບເຂດທີມີເສັ້ນທາງຍຸບ ເພື່ອໃຫ້ຜູ້ສັນຈອນໄປມາໄດ້ເບິ່ງເຫັນ ແລະປ້ອງກັນການເກີດອຸບັດຕິເຫດ ເສັ້ນທາງແຕ່ລະເສັ້ນ ໄດ້ມີການແກ້ໄຂສຸກເສີນ ໃຫ້ໄດ້ທ່ຽວໄປມາເປັນປົກກະຕິ ເພື່ອໃຫ້ປະຊາຊົນໄດ້ນຳເອົາສິນຄ້າອອກຈຳຫນ່າຍສູ່ທ້ອງຕະຫລາດ,

ໃນນັ້ນ ສະເພາະເສັ້ນທາງຫລວງຂອງແຂວງ ເລກທີ່ 2507 ແມ່ນບໍລິສັດ ລັດວິສາຫະກິດຂົວທາງເລກ I ຫຼວງພະບາງ ຈະເປັນຜູ້ແກ້ໄຂໄພພິບັດສຸກເສີນ, ສ່ວນເສັ້ນທາງຫຼວງແຫ່ງຊາດເລກ 7 ແມ່ນບໍລິສັດ ຖິ່ນທອງ ກໍ່ສ້າງຂົວທາງ ຈໍາກັດ ຈະເປັນຜູ້ແກ້ໄຂໄພພິບັດສຸກເສີນ, ສຳລັບເຮືອນຂອງປະຊາຊົນທີ່ຖືກເຊາະເຈື່ອນ ການນຳຂອງເມືອງໄດ້ຍົກຍ້າຍໄປຢູ່ຈຸດທີມີຄວາມປອດໄພ,

ໂອກາດນີ້ ທ່ານເຈົ້າເມືອງໄດ້ແນະນຳໃຫ້ການຈັດຕັ້ງບ້ານທຸກພາກສ່ວນ ຈົ່ງແນະນຳໃຫ້ປະຊາຊົນ ທີໄປທຳການຜະລິດ ຈົ່ງມີສະຕິລະວັງຕົວຕໍ່ໄພພິບັດທາງທຳມະຊາດ ເປັນຕົ້ນ: ດິນເຈື່ອນ, ນໍ້າປ່າໄຫລສຸກະທັນຫັນ ແລະ ພ້ອມກັນອອກແຮງງານລວມຂອງບ້ານ ເພື່ອອະນາໄມຮອງລະບາຍນໍ້າ, ມີການແບ່ງຝ່ຽນຍາມແຕ່ລະວັນ ເພື່ອຕິດຕາມເຝົ້າລະວັງ ກໍລະນີເກີດມີໄພພິບັດທີຮ້າຍແຮງ ໃຫ້ຮີບຮ້ອນລາຍງານຄະນະກຳມະການຂັ້ນເມືອງໂດຍດ່ວນ ເພື່ອຫາທາງແກ້ໄຂໃຫ້ທ່ວງທັນກັບເວລາ,

ສ່ວນມູນຄ່າຄວາມເສຍຫາຍ ຄະນະຮັບຜິດຊອບ ພວມເກັບກຳຂ້ມູນຕົວຈີງ.

ທີມາ

Sponsor by sokxay plus

ວີທີຊື້ເລກ ໄດ້ຮັບເງີນຄືນ 5% ໄດ້ແທ້ 100%

ພຽງເທົ່ານີ້ ກໍ່ຮັບໄປເລີຍ ສ່ວນຫຼຸດ 5% ງ່າຍ


About admin

Check Also

ບໍ່ສົມຄວນເປັນສາວຄູເລີຍ!!!ຕີໄດ້ຮອດນັກຮຽນຂອງຕົວເອງ

ບໍ່ສົມຄວນເປັນສາວຄູເລີຍ!!!ຕີໄດ້ຮອດນັກຮຽນຂອງຕົວເອງ. ເຫດເກີດຢູ່ທີ່ໂຮງຮຽນແຫ່ງໜື່ງສາວຄູໃຊ້ຄວາມບໍ່ເຫມາະສົມກັບນັກຮຽນຂອງຕົວເອງ. ໂດຍສາວຄູ່ໄດ້ວຸໄວ້າວ່າ:ນ້ອງນັກຮຽນຂອງຕົນເອງບໍ່ຍອມພັກພ່ອນສາວຄູເລີຍໃຈຮ້າຍໃສ່ …..

Leave a Reply

Your email address will not be published. Required fields are marked *

Recent Comments

No comments to show.