ອັງກິດ ພາຍຫຼັງສັກ ວັກຊີນ ມີຜູ້ເສຍຊີວິດ 7 ຄົນ ຈາກທັງໝົດ 30 ຄົນ ທີ່ເກີດອາການເລືອດກ້າມ

ເຖິງຢ່າງໃດກໍ່ຕາມ ເຫດການນີ້ ຍັງບໍ່ທັນສາມາດສະຫລຸບໄດ້ຢ່າງຈະແຈ້ງວ່າ ການເສຍຊີວິດໃນກຸ່ມຄົນດັ່ງກ່າວ ແມ່ນເກີດຈາກຄວາມບັງເອີນ ຫຼື ເກີດຈາກຜົນຂ້າງຄຽງຂອງການສັກວັກຊີນ.

ຄວາມກັງວົນດັ່ງກ່າວ ສົ່ງຜົນໃຫ້ ປະເທດເຢຍລະມັນ, ຝຣັ່ງ, ເນເທີແລນ ແລະ ການາດາ ອອກປະກາດ ໃຫ້ໃຊ້ວັກຊີນ AstraZeneca ກັບຜູ້ສູງອາຍຸເທົ່ານັ້ນ ໂດຍຢູ່ປະເທດເຢຍລະມັນ ມີລາຍງານ ພົບການອັດຕັນ ເລືອດດໍາ ກ້າມ ໃນສະໝອງ 31 ຄົນ ແລະ ເສຍຊີວິດ 9 ຄົນ ຈາກທັງໝົດ 2.7 ລ້ານຄົນ ທີ່ໄດ້ຮັບວັກຊີນ ໂດຍສ່ວນໃຫຍ່ ແມ່ນເປັນເພດຍິງ ອາຍຸນ້ອຍ ແລະ ຍິງ ໄວກາງຄົນ.
