ວັນທີ 16 ມິຖຸນາ 2021 ນີ້, ຢູ່ທີ່ສະໂມສອນຫ້ອງວ່າການກະຊວງປ້ອງກັນປະເທດ ໄດ້ຈັດພິທີປະກາດເລື່ອນຊັ້ນນາຍທະຫານ ຊັ້ນພັນໂທຂຶ້ນພັນເອກ ຈຳນວນ 60 ສະຫາຍ ໃນທົ່ວກອງທັບ ໂດຍການເຂົ້າຮ່ວມເປັນປະທານຂອງສະຫາຍ ພົນໂທ ທອງລອຍ ສີລິວົງ ກໍາມະການສູນກາງພັກ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ຫົວໜ້າກົມໃຫຍ່ການເມືອງກອງທັບ.

ສະຫາຍ ພົນໂທ ທອງລອຍ ສີລິວົງ ໄດ້ກ່າວວ່າ: ການເລື່ອນຊັ້ນໃນຄັ້ງນີ້ ແມ່ນກຽດສັກສີອັນສູງສົ່ງ ແລະ ມີຄວາມຫມາຍສໍາຄັນ ເພາະມັນໄດ້ຢັ້ງຢືນໃຫ້ເຫັນເຖິງການເຕີບໃຫຍ່ຂະຫຍາຍຕົວ ຂອງພະນັກງານໃນກອງທັບ, ທັງແມ່ນການປະຕິບັດນະໂຍບາຍຂອງພັກ ແລະ ກົດໝາຍນາຍທະຫານກອງທັບປະຊາຊົນລາວ ໃຫ້ມີຄວາມຖືກຕ້ອງຕາມເງື່ອນໄຂຕົວຈິງຂອງແຕ່ລະສະຫາຍ ທີ່ມີຄວາມອົດທົນຜ່ານຜ່າອຸປະສັກ ແລະ ຂໍ້ຫຍຸ້ງຍາກຕະຫລອດໄລຍະຜ່ານມາ ພວກສະຫາຍໄດ້ເອົາໃຈໃສ່ ປະກອບສ່ວນຢ່າງຕັ້ງຫນ້າເຂົ້າໃນການປະຕິບັດຫນ້າທີ່ ໂດຍສະເພາະແມ່ນການປັບປຸງກໍ່ສ້າງກອງທັບ ໃຫ້ມີການເຕີບໃຫຍ່ຂະຫຍາຍຕົວ ທາງດ້ານປະລິ ມານ ແລະ ຄຸນນະພາບ, ໄດ້ເອົາໃຈໃສ່ປະຕິບັດພາລະບົດບາດສິດໜ້າທີ່ຂອງຕົນ ໂດຍສະ ເພາະໄດ້ເອົາໃຈໃສ່ຄົ້ນຄວ້າເຊື່ອມຊຶມ ແລະ ກໍາແໜ້ນບັນດາມະຕິຄໍາສັ່ງ, ຂໍ້ກໍານົດ ແລະ ບົດແນະນໍາຕ່າງໆ ຂອງກອງທັບ. ພ້ອມນີ້ສະຫາຍຍັງໄດ້ເໜັ້ນໜັກໃຫ້ນາຍທະຫານທີ່ໄດ້ຮັບການເລື່ອນຊັ້ນໃໝ່ຕື່ມອີກວ່າ:

ກ່ອນອື່ນພວກເຮົາຕ້ອງຮັບຮູ້ ແລະ ເຂົ້າໃຈແຈ້ງ ກ່ຽວກັບການເລື່ອນຊັ້ນນາຍທະຫານໃນກອງທັບປະຊາຊົນລາວ ໃນເງື່ອນໄຂປັດຈຸບັນໃຫ້ຖືກຕ້ອງ, ເຫັນໄດ້ຄວາມສໍາຄັນ ແລະ ຄວາມຈໍາເປັນພາວະວິໃສ, ທັງເປັນບັນຫາຍຸດທະສາດທີ່ພົວພັນເຖິງການຂະຫຍາຍຕົວຂອງກອງທັບເຮົາ, ເພາະວ່າແຕ່ລະວຽກທີ່ໄດ້ຮັບຜົນສໍາເລັດແມ່ນບັນດາສະຫາຍ ເປັນຜູ້ຈັດຕັ້ງປະຕິບັດຕົວຈິງ, ຖ້າບັນດາສະຫາຍ ບໍ່ເຂັ້ມແຂງ ກໍບໍ່ສາມາດເຮັດໃຫ້ວຽກງານໄດ້ຮັບການປະຕິບັດຢ່າງທົ່ວເຖິງ, ສືບຕໍ່ຄົ້ນຄວ້າເຊື່ອມຊຶມແນວທາງນະໂຍບາຍຂອງພັກ-ລັດ ແລະ ຂອງກອງທັບ, ມີສະຕິຕໍ່ການຈັດຕັ້ງ, ມີລະບຽບວິໄນເຂັ້ມງວດ ອັນນີ້ມັນສະແດງເຖິງຄຸນ ທາດການເມືອງຂອງພະນັກງານ-ສະມາຊິກພັກ, ການດໍາລົງຊີວິດຕ້ອງໂປ່ງໃສ, ບໍ່ສວຍ ໂອກາດ, ໃຊ້ຖານະໜ້າທີ່ ຂອງຕົນໄປໃນທາງທີ່ຜິດ ເພື່ອຜົນປະໂຫຍດສ່ວນຕົວ, ອັນໃດເພິ່ນຫ້າມແມ່ນບໍ່ເຮັດ,

ສືບຕໍ່ຍົກສຸງຄວາມຮັບຜິດຊອບທີ່ໄດ້ຮັບມອບໝາຍ ພະຍາຍາມຄົ້ນຄວ້າທຸກວິທີທາງເພື່ອປັບປຸງແບບແຜນວິທີເຮັດວຽກ, ປະຕິບັດຫລັກການລວມສູນປະຊາທິປະໄຕ, ນໍາພາເປັນໝູ່ຄະນະ, ບຸກຄົນຮັບຜິດຊອບຢ່າງແທ້ຈິງ ພ້ອມທັງມີການສະຫລຸບຖອດຖອນບົດຮຽນເປັນປົກກະຕິ, ຕ້ອງເປັນເຈົ້າການເສີມຂະຫຍາຍມູນເຊື້ອການນໍາພາຂອງພັກ ຕໍ່ກໍາລັງປະ ກອບອາວຸດໃຫ້ເລິກເຊິ່ງເຖິງຖ່ອງ, ສ້າງໃຫ້ໄດ້ຄວາມສາມັກຄີພາຍໃນ ເປັນປຶກແຜ່ນແໜ້ນໜາ ບົນພື້ນຖານຮ່ວມແຮງຮ່ວມໃຈ ຈັດຕັ້ງປະຕິບັດຕາມແນວທາງນະໂຍບາຍຂອງພັກ-ລັດ, ມີແບບແຜນວິທີເຮັດວຽກ, ວິທີນໍາພາແບບວິທະຍາສາດ-ປະດິດສ້າງ, ຕັ້ງໜ້າປະກອບສ່ວນປັບປຸງກຳລັງ, ກົມກອງໃຫ້ກາຍເປັນໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ, ກົມກອງ 3 ປອດ, ກົມກອງວັດທະນະທໍາ-ນັກຮົບວັດທະນະທຳ, ຕັ້ງໜ້າເຝິກຝົນຫລໍ່ຫລອມຕົນເອງໃຫ້ມີຄວາມຮູ້-ຄວາມສາມາດ, ມີຄວາມສະດຸ້ງໄວຕໍ່ສະພາບການ ເພື່ອສ້າງກອງທັບເຮົາໃຫ້ເຂັ້ມ ແຂງ, ມີແບບແຜນ ແລະ ທັນສະໄໝເທື່ອລະກ້າວ.