ຕ້ອງຮັກສາມາດຕະການຄືເກົ່າ!ຜູ້ຕິດເຊື້ອໂຄວິດ-19 ກໍລະນີໃໝ່ ໄດ້ຮັບການສັກວັກຊີນແລ້ວ ແຕ່ຍັງກວດພົບເຊື້ອ
COVID19 | ຫຼັງຈາກທີ່ຄະນະສະເພາະກິດ ໄດ້ຖະແຫຼງຂ່າວປະຈຳວັນທີ 17 ມິຖຸນາ 2021 ໂດຍມີກໍລະນີຢັ້ງຢືນທັງໝົດ 1 ຄົນ ຈາກການກວດຫາເຊື້ອທັງໝົດ 2,034 ຄົນ ໃນທົ່ວປະເທດ
ສຳລັບຜູ້ຕິດເຊື້ອໃໝ່ນັ້ນແມ່ນເປັນເພດຊາຍ, ອາຍຸ 24 ປີ, ອາຊິບ ກຳມະກອນ, ບໍ່ມີພະຍາດປະຈຳໂຕຫຍັງ. ບ້ານ ຢູ່ປະຈຸບັນ ບ້ານໜອງດວງໃຕ້, ເມືອງສີໂຄດຕະບອງ, ນະຄອນຫລວງວຽງຈັນ. ຜູ້ກ່ຽວເປັນກຸ່ມສໍາຜັດໃກ້ຊິດກັບຜູ້ຕິດເຊື້ອເກົ່າ ແລະ ເຄີຍໄດ້ເຂົ້າຮັບການສັກວັກຊີນປ້ອງກັນໂຄວິດ-19 (Sinopharm) ແລ້ວເຂັມ 1 ໃນວັນທີ 18 ພຶດສະພາ 2021
ສຳລັບປະຫວັດການເຄື່ອນໄຫວຂອງຜູ້ກ່ຽວມີຄື:
🚶🏿♂️ວັນທີ 02-06/06/2021: ຜູ້ກ່ຽວບໍ່ໄດ້ໄປໃສ່
🚶🏿♂ວັນທີ 07/06/2021 ເວລາ 17:00 ໂມງ ຜູ້ກ່ຽວ ໄດ້ອອກໄປຊື້ຂອງກິນສຸກ ຢູ່ຕະຫລາດໜອງດ້ວງແລ້ວກັບບ້ານ
🚶🏿♂️ວັນທີ 08/06/2011 ເວລາ 07:30-08:00 ໂມງ: ຜູ້ກ່ຽວ ໄດ້ອອກໄປຊື້ນ້ຳໜາກໄມ້ ຂ້າງຕະຫລາດໜອງດ້ວງ
🚶🏿♂️ເວລາ 09:00-11:00 ໂມງ: ຜູ້ກ່ຽວໄດ້ໄປຫາໝູ່ (ກໍລະນີທີ່ຕິດເຊື້ອນຳ) ຢູ່ເກົ້າລ້ຽວແລ້ວກໍ່ກັບເຮືອນ
🚶🏿♂️ວັນທີ 10-12/06/2021: ຢູ່ເຮືອນ
🚶🏿♂️ວັນທີ 13-14/06/2021: ຢູ່ເຮືອນ
🚶🏿♂️ ວັນທີ 15/06/2021: ຜູ້ກ່ຽວ ແລະ ເມຍ ໄປເກັບຕົວຢ່າງ ສໍາລັບ ພໍ່ກັບແມ່ ຍັງບໍ່ທັນເກັບຕົວຢ່າງເທື່ອ(ສະມາຊິກໃນຄອບຄົວມີທັງໝົດ 04 ຄົນລວມທັງຜູ້ກ່ຽວ)
🚶🏿♂️ວັນທີ 16/05/2011 ຜົນກວດແມ່ນພົບເຊື້ອ
ສະນັ້ນ, ສຳລັບຜູ້ທີ່ໄດ້ຮັບວັກຊີນແລ້ວ, ແມ່ນຍັງຕ້ອງຮັກສາມາດຕະການພື້ນຖານ ຄືການໃສ່ຫນ້າກາກ, ຮັກສາໄລຍະຫ່າງ, ລ້າງມືເປັນປະຈຳ ແລະ ບໍ່ຊຸມແຊວກັນ ເພື່ອຫຼຸດຜ່ອນຄວາມສ່ຽງໃນການຕິດເຊື້ອ