Breaking News

Monthly Archives: October 2021

ຢ່າ ຟ້ າວ ເ ລື່ ອນ ຜ່ ານເດີ ພີ່ນ້ອງ

ຢ່າຟ້າວ ເລື່ອນຜ່ານເດີພີ່ນ້ອງ ເລື່ອງ ມີຢູ່ວ່າ ມີທ້າວ ວິໄລ ຟອງນ້ອຍ ບ້ານເກີດ ບ້ານຜາລຽບ ເມືອງປາກລາຍ ແຂວງໄຊຍະບູລີ (ພໍ່ຊື່ຄຸນ, ແມ່ຊື່ຊຸນ )ມາເຮັດວຽກເປັນກຳມະກອນ ຢູ່ທາງດ່ວນ-ທາງລົດໄຟ ຢູ່ບ້ານນາງ່າ ເມືອງ ນາຊາຍທອງ ຈຸດປະສົງ ຜູ້ກ່ຽວຍ່າງເມືອບ້ານຍ້ອນຕົກງານ ບໍ່ມີເງີນ ຈື່ງຍ່າງມາຕາມທາງ ເພື່ອຈະກັບເມືອໄຊຍະບູລີ ພໍມາຮອດຈຸດກວດກາໂຄວິດ-19 ທີ່ໝວດ ຂອງພວກເຮົາ ຊາຍແດນ ເມືອງສັງທອງຕໍ່ໃສ່ເມືອງໂພນໂຮງ ຈື່ງໄດ້ສອບຖາມຂໍ້ມູນ ນຳທ້າວວິໄລ( ພວກເຮົາ ກະມີນ້ຳໃຈ ເລັກໆ ໜ້ອຍໆ ແຕ່ງຫໍ່ເຂົ້າ ຫໍ່ນ້ຳ ໃຫ້ເພື່ອກີນນຳທາງ) ຖ້າຜູ້ໃດ ພົບເຫັນ ຕາມທາງ ກະຊ່ວຍເຫຼືອລາວແນ່ ຫຼື ຖ້າໄດ້ໄປ ເສັ້ນທາງດຽວກັບລາວ ກະໃຫ້ລາວຕິດລົດໄປແນ່ ) ກົດແຊ ໃຫ້ແນ່ເດີ ເພື່ອພີ່ນ້ອງລາວ ພົບເຫັນ. …

Read More »

ວັກຊີນແອັດສຕາເຊເນກາ AstraZeneca ຈໍານວນ 523,000ໂດສ!!! ເດີນທາງເຖິງ ສປປລາວ ແລ້ວ

ລາຍງານສົດ: ວັກຊີນແອັດສຕາເຊເນກາ AstraZeneca ຈໍານວນ 523,000ໂດສ!!! ເດີນທາງເຖິງ ສປປລາວ ແລ້ວ!!! ແຈ້ງຂ່າວດີໃຫ້ທຸກທ່ານຊາບວ່າ ອົງການໂຄແວັກ COVAX FACILITY ແລະ UNICEF ແຈ້ງຊ່ວຍເຫຼືອ ສະໜອງຢາວັກຊີນ ປ້ອງກັນພະຍາດໂຄວິດ-19 ໃຫ້ແກ່ ສປປລາວ ເພື່ອຕໍ່ສູ່ກັບການແຜ່ລະບາດຢ່າງວ່ອງໄວໃນປະເທດ. ນະຄອນຫຼວງວຽງຈັນ,31 ຕຸລາ 2021 ຊົມຄລິບ ຂໍ້ມູນອ້າງອີງຈາກ : ກົມການບິນພົນລະເຮືອນ

Read More »

ຂໍສະແດງຄວາມເສຍໃຈ

ໄປຢູ່ບ່ອນເຂົ້າບໍ່ໄດ້ຫາປາບໍ່ໄດ້ຊື້ພຸ່ນເດີເໝັ້ນ ບໍ່ຄິດບໍ່ຝັນວ່າມຶ່ງຈະຈາກກູໄປໄວປານນີ້. ໝູ່ຄູກໍ່ບໍ່ໄດ້ໄປເບິ່ງຊ້ຳ??? Mên Komdavone. ໄປຢູ່ສະຫວັນຊັ້ນຟ້າພຸ່ນເດີ???# ມຶ່ງຈະຢູ່ໃນຄວາມຊົງຈຳກູຕະຫຼອດໄປ. ຊົມຄລິບ ຄລິບ

Read More »

ສົດໆຮ້ອນໆ! ເກີດເຫດໄຟໄໝ້ເຮືອນປະຊາຊົນ ບ້ານໜອງບົວທອງ (ມີຄລິບ) ວັນທີ 31/10/2021

ສົດໆຮ້ອນໆ! ເກີດເຫດໄຟໄໝ້ເຮືອນປະຊາຊົນ ບ້ານໜອງບົວທອງ (ມີຄລິບ) ວັນທີ 31/10/2021 ດ່ວນໆ! ເກີດເຫດໄຟໄໝ້ເຮືອນປະຊາຊົນ ທີ່ບ້ານໜອງບົວທອງເໜືອ , ຮ່ອມ 8 , ເມືອງຈັນທະບູລີ ,ນະຄອນຫຼວງວຽງຈັນ  ສາເຫດແລະ ຜົນເສຍຫາຍ ເຈົ້າໜ້າທີ່ຈະລາຍງານໃຫ້ຮູ້ພາຍຫຼັງ (ວັນທີ 31/10/2021) ຊົມຄລິບ

Read More »

ລັດຖະບານ​ ແຈ້ງມາດຕະການສືບຕໍ່ປະຕິບັດ ແລະ ຜ່ອນຜັນປ້ອງກັນໂ ຄ ວິ ດ ຕື່ມອີກ 15 ວັນ

ໃນວັນທີ 30 ຕຸລາ 2021 ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ​ ໄດ້ອອກແຈ້ງການສະບັບເລກທີ 1402/ຫສນຍ, ລົງວັນທີ​ 30​ ຕຸລາ​ 2021​ ເລື່ອງສືບຕໍ່ປະຕິບັດມາດຕະການປ້ອງກັນ, ຄວບຄຸມ, ສະກັດກັ້ນ ແລະ ແກ້ໄຂການແຜ່ລະບາດຂອງພະຍາດໂຄວິດ-19 ໃນໄລຍະວັນທີ 31 ຕຸລາ ຫາ 14 ພະຈິກ 2021. ອີງຕາມການປະເມີນສະພາບການລະບາດຂອງພະຍາດໂຄວິດ-19​ ໃນຊຸມຊົນທົ່ວປະເທດ​ຍັງສືບຕໍ່​ເພີ່ມຂຶ້ນ​ ແລະ​ ຂະຫຍາຍເປັນວົງກວ້າງເກືອນທຸກແຂວງ.​ ສະນັ້ນ,​ລັດຖະບານ ມີຄວາມຈຳເປັນຕ້ອງໄດ້ສືບຕໍ່ຈັດຕັ້ງປະຕິບັດມາດຕະການຕ່າງໆຄືດັ່ງໄລຍະຜ່ານມາເປັນສ່ວນໃຫ່ຍ, ຄຽງຄູ່ກັນນັ້ນ ກໍຈະໄດ້ມີມາດຕະການຜ່ອນຜັນ ຈໍານວນໜຶ່ງທີ່ມີຄວາມຈໍາເປັນຕື່ມອີກ 15 ວັນຕໍ່ໜ້າດັ່ງນີ້: ມາດຕະການລວມ: 1. ສືບຕໍ່ສຸມການສັກວັກຊີນໃຫ້ເປົ້າໝາຍຕ່າງໆຕາມແຜນ ແລະ ຄາດໝາຍທີ່ວາງໄວ້ ແລະ ດຳເນີນໃຫ້ໄວຂຶ້ນກວ່າເກົ່າ; ສືບຕໍ່ຊອກຫາຜູ້ຕິດເຊື້ອມາປິ່ນປົວ ແລະ ນຳເອົາຜູ້ສຳຜັດໃກ້ຊິດກັບຜູ້ຕິດເຊື້ອມາກວດຫາເຊື້ອ ແລະ ຈຳກັດບໍລິເວນ ໃນສະຖານທີ່ຕ່າງໆທີ່ກະກຽມໄວ້. 2. ສືບຕໍ່ປິດດ່ານສາກົນ, ດ່ານທ້ອງຖິ່ນ …

Read More »

ລູກ​ສາວ ຕອບແທນຄຸນພໍ່ແມ່ ຫຼັງຈາກທີ່ເຮັດວຽກຢ່າງໜັກ ຫອບເງິນເປັນກອງ 1 ຕື້ກີບມອບໃຫ້ເພິ່ນ

ສາວໂພສຄຣິບ ຕອບແທນຄຸນພໍ່ແມ່ ຫຼັງຈາກທີ່ເຮັດວຽກໜັກ ຫາເງິນ ມີເງິນເກັບ ເລີຍ ຕອບແທນພໍ່ແມ່ເຊີໄພຣເງີນພໍ່ແມ່ 1.000.000.000 ກີບ (1 ຕື້ກີບ) ເຊີໄພຣເງີນພໍ່ແມ່ 1.000.000.000 ກີບ (1 ຕື້ກີບ) ດີໃຈແທນພໍ່ກັບແມ່ລູກສາວຄົນງາມ ຄົນເກັ່ງ ມອບເງິນສົດໆ ຖອນຮ້ອນໆສົດໆໃຫ້ ເອົາໄປໃຫ້ຢູ່ສວນ ຖຽງນາແບບແນບນຽມ ຕອນທ້າຍມີນ້ຳຕາພ້ອມ ຊົມຄລີບ

Read More »

ອຸຕຸແຈ້ງເຕືອນ! ອາທິດນີ້ ອາກາດຈະເຢັນລົງ ພ້ອມມີຝົນຕົກຟ້າຮ້ອງຟ້າເຫຼຶ້ອມ

ອຸຕຸແຈ້ງເຕືອນ! ອາທິດນີ້ ອາກາດຈະເຢັນລົງ ພ້ອມມີຝົນຕົກຟ້າຮ້ອງຟ້າເຫຼຶ້ອມ. ພະຍາກອນອາກາດ ປະຈຳວັນທີ 31 ຕຸລາ 2021ມວນອາກາດເຢັນທີ່ມີລະດັບປານກາງຍັງສືບຕໍ່ປົກຄຸມເຂດພາກເໜືອລົງຫາພາກກາງຂອງປະເທດລາວ ສົມທົບກັບກະແສລົມຕາເວັນອອກ-ຕາເວັນອອກສ່ຽງເໜືອພັດປົກຄຸມ, ຊຶ່ງຈະເຮັດໃຫ້ອາກາດເຢັນຫາໜາວເຢັນ ພ້ອມມີຝົນຕົກຟ້າຮ້ອງຟ້າເຫຼຶ້ອມໃນລະດັບຄ່ອຍຫາປານກາງຢູ່ເຂດພາກເໜືອ ພ້ອມມີລົມພັດແຮງເປັນບາງໂອກາດ, ສ່ວນພາກກາງ ແລະ ພາກໃຕ້ມີຝົນຕົກໃນລະດັບຄ່ອຍຢູ່ບາງທ້ອງຖິ່ນ.

Read More »

ດ່ວນ! ສະຖານີຂົນສົ່ງໂດຍສານສາຍໃຕ້ ແຈ້ງປິດໃຫ້ບໍລິການຊົ່ວຄາວທຸກສາຍທາງ (ວັນທີ 31/10/2021)

ອີງຕາມເເຈ້ງການສະບັບເລກທີ 1402 / ຫສນຍ ລົງວັນທີ 30/10/2021 .ຄິວລົດສາຍໃຕ້ຂໍເເຈ້ງໃຫ້ບັນດາທ່ານຊາບວ່າ: ພວກເຮົາຈະໄດ້ສືບຕໍ່ປິດການໃຫ້ບໍລິການຊົ່ວຄາວທຸກສາຍທາງ ຕື່ມໄປອີກຈົນເຖິງວັນທີ 14/11/2021 . ຖ້າຫາກມີຫຍັງປ່ຽນເເປງພວກເຮົາຈະເເຈ້ງໃຫ້ທຸກທ່ານຊາບຕື່ມຕາມພາຍຫລັງຫວັງຢ່າງຍີ່ງວ່າພວກເຮົາຈະໄດ້ກັບມາຮັບໃຊ້ບໍລິການທຸກໆທ່ານອີກຄັ້ງໃນໄວໄວນີ້ ທີ່ມາ

Read More »

ດ່ວນໆ! ຂ່າວຮ້າຍເສຍຊີວິດໃໝ່ 3 ຄົນ ຈາກໂຄວິດ ແລະ ຕິດເຊື້ອເພີ່ມ+ 685 ຄົນ (ວັນທີ 31/10/2021 )

ອັບເດດຕົວເລກຜູ້ຕິດເຊື້ອໃໝ່ ວັນທີ 31/10/2021  ຄິດເຊື້ອທັງໝົດ + 685 ຄົນ ແລະ ເສຍຊີວິດໃໝ່ 2 ກໍລະນີ ສ່ວນລາຍລະອຽດຈະແຈ້ງໃຫ້ຮູ້ອີກພາຍຫຼັງ

Read More »

ມື້ ນີ້ + 685 ຄົນ

ວັນທີ 31.10.2021 ສປປ ລາວ ກວດພົບຜູ້ຕິດເຊື້ອໂຄວິດ ທັງໝົດ ຄົນ ພາຍໃນ 24 ຊມ ພົບເຫັນຜູ້ຕິດເຊື້ອໃຫມ່ທັງໝົດ ຄົນ ! ຜູ້ຕິດເຊື້ອສະສົມ ທັງໝົດ , ເສຍຊີວິດ 62 ຄົນ. ສະຫລຸບຫຍໍ້ ສະຖານະການ ໂຄວິດ-19 ໃນມື້ນີ້ຖະແຫຼງຂ່າວສະຖານະການແຜ່ລະບາດ ຂອງພະຍາດໂຄວິດ-19 ປະຈຳວັນ​ທີ​ 31/10/2021​ ໃຫ້ຮູ້ວ່າ:​ ກກວດພົບຜູ້ເຊື້ອໃຫມ່ ຕົວຢ່າງ.​ ໃນນັ້ນມີ ມື້ນີ້ ຕິດເຊື້ອເພີ່ມໃຫມ່ 685 ຄົນ, ຊຸມຊົນ 680 ຄົນ, ເສຍຊີວິດໃຫມ່ 3 ຄົນ….

Read More »

Recent Comments

No comments to show.