Breaking News

Monthly Archives: November 2021

ສຳລັບໂຄງການອາຫານທ່ຽງແກ່ເດັກນ້ອຍ 63,000 ຄົນ

ພວກເຮົາຕື່ນເຕັ້ນຫຼາຍ ທີ່ມື້ນີ້ ກະຊວງກະສິກຳປະເທດສະຫະລັດອາເມລິກາ ໄດ້ມອບເຂົ້າສານທີ່ເສີມວິຕາມິນ ແລະ ທາດບໍາລຸງ, ໝາກຖົ່ວເລນເທລ, ປາກະປ໋ອງ ແລະ ນໍ້າມັນສໍາລັບປຸງແຕ່ງອາຫານທີ່ມີທາດບໍາລຸງ ສຳລັບໂຄງການອາຫານທ່ຽງແກ່ເດັກນ້ອຍ 63,000 ຄົນ ໃນ 11 ແຂວງ ໂດຍຜ່ານ McGovern-Dole School Lunch Program ຮ່ວມກັບອົງການອາຫານໂລກ. “ຜົນສໍາເລັດຂອງໂຄງການອາຫານໃນໂຮງຮຽນແມ່ນເປັນຫຼັກຖານທີ່ຊັດເຈນ. ໃນສອງສາມອາທິດທີ່ຜ່ານມາ, ອົງການອາຫານໄດ້ມອບຮັບບັນດາໂຮງຮຽນ ທີ່ຢູ່ພາຍໃຕ້ໂຄງການອາຫານໃນໂຮງຮຽນທີ່ໄດ້ຮັບການຊ່ວຍເຫຼືອຈາກ ປະເທດສະຫະລັດອາເມລິກາໃນເມື່ອກ່ອນ ໃຫ້ແກ່ ກະຊວງ ສຶກສາທິການ ແລະ ກິລາ. ພວກເຮົາໝັ້ນໃຈວ່າ ໂຄງການນີ້ແມ່ນສົ່ງເສີມການວຽກງານສາທາລະນະສຸກ ແລະ ການສຶກສາ ໃຫ້ແກ່ເດັກນ້ອຍລາວ,” ມື້ນີ້ ສະຫະລັດອາເມລິກາຊ່ວຍເຫຼືອ ເຂົ້າທີ່ເສີມວິຕາມິນ ແລະ ທາດບໍາລຸງ 1,300 ໂຕນ, ໝາກຖົ່ວເລນເທວ 230 ໂຕນ, ປາກະປ໋ອງ 130 ໂຕນ …

Read More »

ພົນເອກ ວິໄລ ຫຼ້າຄຳຟອງ ຊີ້ນຳການແກ້ໄຂດັດຂາດ, ໂປ່ງໃສ, ເຂັ້ມງວດ.

ພົນເອກ ວິໄລ ຫຼ້າຄຳຟອງ ຊີ້ນຳການແກ້ໄຂ ບັນຫາຢາເສບຕິດ ຕ້ອງປະຕິບັດຕາມຂັ້ນຕອນຂອງກົດໝາຍ, ເດັດຂາດ, ໂປ່ງໃສ, ເຂັ້ມງວດ. ໃນວັນທີ 30 ພະຈິກ 2021 ພົນເອກ ວິໄລ ຫຼ້າຄຳຟອງ ລັດຖະມົນຕີກະຊວງ ປ້ອງກັນຄວາມສະຫງົບ ໄດ້ຊີ້ນຳ ຄະນະພັກ-ຄະນະບັນຊາແຕ່ລະຂັ້ນ ກ່ຽວກັບ ການຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດ ຕ້ອງກຳແໜ້ນເນື້ອໃນສຳຄັນທີ່ເປັນພື້ນຖານຮັບປະກັນການ ດໍາເນີນໄປຢ່າງເປັນ ລະບົບ, ຕໍ່ເນື່ອງ, ປະຕິບັດຕາມຂັ້ນຕອນຂອງກົດໝາຍ, ເດັດຂາດ, ໂປ່ງໃສ, ເຂັ້ມງວດ, ເປັນມືອາຊີບ ແລະ ທັນເວລາ. ພົນເອກ ວິໄລ ຫຼ້າຄຳຟອງ ເນັ້ນໜັກວ່າ: ບັນດາຄະນະຮັບຜິດຊອບຕ້ອງຍົກສູງ ຄວາມຮັບຮູ້, ເຂົ້າໃຈ, ຄວາມເປັນເອກະພາບທາງດ້ານທັດສະນະ ແລະ ຄວາມ ຮັບຜິດຊອບໃນການນຳພາ-ຊີ້ນຳຂອງຄະນະພັກ-ຄະນະບັນຊາແຕ່ລະຂັ້ນຂອງກຳ ລັງປ້ອງກັນຄວາມສະຫງົບ ໃນການປະຕິບັດວຽກງານຕົວຈິງ, ເພື່ອກຳແໜ້ນ ເນື້ອໃນສຳຄັນທີ່ເປັນພື້ນຖານຮັບປະກັນໃຫ້ແກ່ການແກ້ໄຂບັນຫາຢາເສບຕິດ ດຳເນີນໄປຢ່າງເປັນລະບົບ, …

Read More »

ມາແລ້ວ! ລາຄາປີ້ລົດໄຟໂດຍສານ ແລະ ຂົນສົ່ງສິນຄ້າທາງລົດໄຟລາວ-ຈີນ

ມາແລ້ວ! ລາຄາປີ້ລົດໄຟໂດຍສານ ແລະ ຂົນສົ່ງສິນຄ້າທາງລົດໄຟລາວ-ຈີນ ໂດຍ, ອີງຕາມແຈ້ງການຂອງກະຊວງໂຍທາທິການ ແລະຂົນສົ່ງເລກທີ 24016/ຍທຂ.ຫກ ລົງວັນທີ 25 ພະຈິກ 2021 ເຊິ່ງໄດ້ເຫັນດີຕໍ່ການສະເໜີຂອງກົມທາງລົດໄຟ ແລະ ຮັບຮອງນໍາໃຊ້ຊົ່ວຄາວລາຄາປີ້ໂດຍສານ ແລະ ແຜນລາຄາການຂົນສົ່ງສິນຄ້າທາງລົດໄຟລາວ-ຈີນ ໃນແຕ່ລະໄລຍະທາງຂອງເສັ້ນທາງລົດໄຟລາວ-ຈີນແຕ່ນະຄອນຫຼວງວຽງຈັນຫາບໍ່ເຕັນ.

Read More »

ນັກວິທະຍາສາດຂອງອີຕາລີ ເປີດເຜີຍຮູບພາບທໍາອິດ ຂອງໄວຣັດໂຄວິດສາຍພັນໃໝ່ “Omicron”

ນັກວິທະຍາສາດຂອງອີຕາລີ ເປີດເຜີຍຮູບພາບທໍາອິດ ຂອງໄວຣັດໂຄວິດສາຍພັນໃໝ່ “Omicron” ນັກວິທະຍາສາດຢູ່ໂຮງໝໍ Bambino Jesus ໃນ Rome, ຂອງປະເທດອີຕາລີ. ໄດ້ເປີດເຜີຍຮູບພາບທໍາອິດຂອງໂລກ.ໂດຍແມ່ນຮູບພາບ ຂອງໂປຣຕີນໜາມ ຂອງສາຍພັນໃໝ່ “Omicron” ແລະໄດ້ປ່ຽບທຽບກັບຄວາມແຕກຕ່າງ ແລະ ຄວາມຄາຍຄືແນວໃດກັບ ສາຍພັນ “Delta”. ໂດຍແມ່ນຫນັງ​ສື​ພິມ Corria della Sera ຂອງ​ອີ​ຕາ​ລີ​ໄດ້​ລົງ​ຮູບ​ພາບ​ນີ້​ໃນ Twitter​ ຂອງເຂົາເຈົ້າ. ຮູບພາບນີ້ໄດ້ຖືກສ້າງຂື້ນໃນຫຼາຍໆຫ້ອງທົດລອງທາງການແພດ. ການປຽບທຽບລະຫວ່າງເຊື້ອໄວຣັສ Omicron ແລະ Delta ສະແດງໃຫ້ເຫັນວ່າ Omicron ມີການກາຍພັນຂອງໂປຣຕີນໜາມ ສູງເຖິງ 43 ບ່ອນ, ບໍ່ຄືກັບ delta ທີ່ມີພຽງແຕ່ 18 ບ່ອນຂອງໂປຣຕີນໜາມເທົ່ານັ້ນ. ແຕ່ກໍ່ບໍ່ທັນຮູ້ໄດ້ວ່າ ການທີ່ ມີໂປຣຕີນໜາມ ຫລາຍກວ່າສອງເທົ່າໂຕນັ້ນ ຈະເຮັດໃຫ້ຜູ້ທີ່ຕິດເຊື້ອມີອາການປ່ວຍທີ່ຮຸນແຮງ ຫຼາຍ ຫຼື ຄວາມຮຸນແຮງຈະຫຼຸດລົງ …

Read More »

ບັນຍາກາດມວນຊົນກຳລັງລໍຖ້າການຮັບວັກຊີນຕ້ານໂຄວິດ-19

ບັນຍາກາດມວນຊົນກຳລັງລໍຖ້າການຮັບວັກຊີນຕ້ານໂຄວິດ-19 ເຂັມ3 ຢູ່ສູນການຄ້າລາວໄອເຕັກ ນະຄອນຫລວງວຽງຈັນ. ເລີ່ມແຕ່ເວລາ 8:30-15:30 ,​ ເຊິ່ງມື້ນີ້ເປັນມື້ສຸດທ້າຍຂອງການໃຫ້ບໍລິການໃນຮອບນີ້.​ ຊົມຄລິບ

Read More »

ຈີນ ປະເມີນສະຖານະການໂຄວິດ ຍັງບໍ່ພ້ອມເປີດປະເທດ

ຈີນ ປະເມີນສະຖານະການໂຄວິດ ຍັງບໍ່ພ້ອມເປີດປະເທດ ສຳ​ນັກ​ຂ່າວ​ຕ່າງ​ປະ​ເທດ​ລາຍ​ງານ​ວ່າ ສູນ​ຄວບ​ຄຸມ ແລະ ປ້ອງ​ກັນ​ພະ​ຍາດ​ແຫ່ງ​ຊາດ​ຈີນ (CDC) ໄດ້​ເຜີຍ​ແຜ່​ຜົນ​ການ​ສຶກ​ສາ ປະ​ເມີນ​ສະ​ຖາ​ນະ​ການ​​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດໂຄວິດ-19 ພາຍ​ໃນ​ປະ​ເທດ ລະ​ບຸ​ວ່າ ຖ້າ​ຫາກ​ລັດ​ຖະ​ບານ​ຕັດ​ສິນ​ໃຈ​ທີ່​ຈະ​ຢູ່​ຮ່ວມ​ກັບ​ໂຄວິດ-19 ເໝືອນ​ກັບ​ປະ​ເທດ​ອື່ນໆ ແລະ ຍົກ​ເລີກ​ມາດ​ຕະ​ການ​ຕ່າງໆ “ຄວາມ​ອົດ​ທົນ​ຈະ​ເປັນ​ສູນ” ຕັດ​ຕ່ອງ​ໂສ້​ການ​ແຜ່​ລະ​ບາດ​ທີ່​ນຳ​ໃຊ້​ມາ​ຕະຫຼອດ. ທັງ​ນີ້ ຜົນ​ການ​ສຶກ​ສາ​ຂອງ CDC ຮ່ວມ​ກັບ​ມະ​ຫາ​ວິ​ທະ​ຍາ​ໄລ​ປັກ​ກິ່ງ​ໄດ້​ໃຊ້​ຂໍ້​ມູນ​ຈາກ​ສະ​ຫະ​ລັດ​ອາ​ເມ​ຣິ​ກາ, ຝ​ຣັ່ງ, ອັງ​ກິດ, ແອັດ​ສະ​ປາຍ ແລະ ອິດ​ສະ​ຣາ​ແອນ ນຳ​ມາ​ຄຳ​ນວນ​ຜົນ​ລັບ​ວ່າ ຫາກ​ລັດ​ຖະ​ບານ​ຈີນ​ດຳ​ເນີນ​ການ​ຕາມ​ນະ​ໂຍ​ບາຍ​ຂອງ​ລັດ​ຖະ​ບານ​ເຫຼົ່າ​ນີ້​ກັບ​ປະ​ເທດ​ຈີນ​ແລ້ວ ຈະ​ມີ​ຜົນ​ອອກ​ມາ​ແນວ​ໃດ ເຊິ່ງ​ຜົນ​ການ​ສຶກ​ສາ​ປາ​ກົດ​ວ່າ ຫາກ​ຈີນ​ໃຊ້​ມາດ​ຕະ​ການ​ຕາມ​ສະ​ຫະ​ລັດ​ແລ້ວ ຈະ​ເຮັດ​ໃຫ້​ມີ​ຜູ້​ຕິ​ດ​ເຊື້ອ​ໂຄວິດ-19 ​ເພີ່ມສູງ​ເຖິງ 637.155 ຄົນ​ຕໍ່​ວັນ; ຫາກ​ໃຊ້​ມາດ​ຕະ​ການ​ດຽວ​ກັບ​ຝ​ຣັ່ງ ຈະ​ເຮັດ​ໃຫ້​ມີ​ຜູ້​ຕິດ​ເຊື້ອ​ເພີ່ມ 454.198 ຄົນ​ຕໍ່​ວັນ, ຫາກ​ໃຊ້​ມາດ​ຕະ​ການ​ດຽວ​ກັບ​ອັງ​ກິດ ຈະ​ເຮັດ​ໃຫ້​ມີ​ຜູ້​ຕິດ​ເຊື້ອ​ເພີ່ມ 275.793 ຄົນ​ຕໍ່​ວັນ. ນັກ​ວິ​ໄຈ​ລະ​ບຸ​ວ່າ: ຕົວ​ເລກ​ຄາດ​ການ​ເຫຼົ່າ​ນີ້ ມາ​ຈາກ​ການ​ໃຊ້​ສູດ​ຄຳ​ນວນ​ທາງ​ຄະ​ນິດ​ສາດ​ເທົ່າ​ນັ້ນ ແຕ່​ກໍ​ເປັນ​ຂໍ້​ມູນ​ເຕືອນ​ວ່າ ຂະ​ນະ​ນີ້ ປະ​ເທດ​ຈີນ …

Read More »

ອັນຕະລາຍທີ່ສຸດ..!!ພົບຜູ້ຕິດເຊື້ອໂຄວິດກາຍພັນ “ໂອໄມຄຣອນ”ແຜ່ລະບາດ 13 ປະເທດແລ້ວ

ອັນຕະລາຍທີ່ສຸດ..!!ພົບຜູ້ຕິດເຊື້ອໂຄວິດກາຍພັນ “ໂອໄມຄຣອນ”ແຜ່ລະບາດ 13 ປະເທດແລ້ວ ອີງຕາມການລາຍງານຂອງ BBC ເມື່ອວັນທີ 29 ພະຈິກ 2021, ເຊື້ອກາຍພັນໂອໄມຄຣອນ (B.1.1.529) ໄດ້ມີການກວດພົບແລ້ວໃນຢ່າງໜ້ອຍ 13 ປະເທດ ໃນນັ້ນປະກອບດ້ວຍ: ອາຟຣິກາໃຕ້, ບອດສະວານາ, ເບລຢຽມ, ຮົງກົງ, ອິດສຣາເອລ, ອັງກິດ, ເຢຍລະມັນ, ອິຕາລີ, ເນເທີແລນ, ເດນມາກ, ອົດສະຕຣາລີ, ແຄນາດາ ແລະ ສາທາລະນະລັດເຊັກ. ໂອໄມຄຣອນເປັນເຊື້ອກາຍພັນອັນດັບທີ 5 ຂອງໂຄວິດ-19 ຖັດຈາກ ອັລຟາ, ເບຕາ, ແກມມາ ແລະ ເດລຕາ ໂດຍລາຍງານການຄົ້ນພົບຄັ້ງທຳອິດທີ່ອາຟຣິກາໃຕ້. ໃນນັ້ນພົບການກາຍພັນຢ່າງຮຸນແຮງຫຼາຍສິບຕຳແໜ່ງ ເຮັດໃຫ້ເກີດຄວາມຢ້ານກົວວ່າເຊື້ອກາຍພັນນີ້ອາດແພ່ລະບາດໄດ້ງ່າຍ ແລະ ເປັນອັນຕະລາຍຍິ່ງກວ່າສາຍພັນອື່ນໆທີ່ທົ່ວໂລກເຄີຍພົບມາ. ຂອບໃຈທີ່ມາ:  ທີມບັນນາທິການ muan.la

Read More »

ກຽມພ້ອມແລ້ວທັງລົດໄຟ ທັງຄົນຂັບ ທັງເຕັກນິກ

ກຽມພ້ອມແລ້ວທັງລົດໄຟ ທັງຄົນຂັບ ທັງເຕັກນິກ ໃນວັນຊາດທີ 2 ທັນວາ 2021 ຈະແມ່ນພິທີໄຂສັກກະຣາຊໃຫມ່ຂອງການຂົນສົ່ງທາງລາງ ແລະຍົກລະດັບຈາກປະເທດປະເທດປິດທີ່ບໍ່ມີທາງອອກ ໃຫ້ເປັນປະເທດເຊື່ອມຕໍ່ສູ່ປະເທດອ້ອມຂ້າງແລະສູ່ພູມມິພາກ ເຊື່ອມໂຍງໄປເຖິງຣັດເຊຍ ແລະເອີຣົບ ແລະວັນທີ 3 ທັນວາ 2021 ກໍ່ຈະແມ່ນການໄຂຂະບວນລົດໄຟຂະບວນທຳອີດ ເຊິ່ງຈະແລ່ນມື້ລະ 2 ຖ້ຽວ ຈາກນະຄອນຫລວງວຽງຈັນ ສູ່ສະຖານີບໍ່ເຕັນຫລວງນ້ຳທາ ຖ້າໂຣດໂຄວິດ-19 ມີສະຖານະການທີດີຂຶ້ນ ກໍ່ຈະມີການແລ່ນໄປ ສ.ປ ຈີນ ຂໍຂອບໃຈຮູບພາບຈາກ : CRI-FM93 ພາກພູມໃຈ “ວັນທີ 01-03 ທັນວາ 2021, ເຊີນຊວນປວງປະຊາລາວຮ່ວມຕິດຕາມພິທີການເປີດລົດໄຟຟ້າ ສປປລາວ (ນະຄອນຫຼວງວຽງຈັນ-ບໍເຕັນ) ແລະ ສປຈີນ (ນະຄອນຄຸນມິງ-ບໍຫານ).” (1). ວັນທີ 01 ທັນວາ 2021, ພິທີຍ້ອງຍໍ ແລະ ປະດັບຫຼຽນໄຊພັດທະນາຊັ້ນ I …

Read More »

ຊົມເຊີຍ! ພາກທຸລະກິດກໍາປູເຈຍ

ໃນວັນທີ 29 ພະຈິກ 2021, ພາຍຫຼັງການພົບປະສອງຝ່າຍ ທ່ານນາຍົກລັດຖະມົນຕີແຫ່ງ ຣາຊະອານາຈັກກໍາປູເຈຍ ຕາງໜ້າລັດຖະບານມອບເງິນສົດຊ່ວຍເຫຼືອແກ່ ສປປ​ ລາວ ຈຳນວນ 03 ລ້ານໂດລາສະຫະລັດ ແລະ ພາກທຸລະກິດກຳປູເຈຍ ຈຳນວນ 10 ລ້ານໂດລາສະຫະລັດ ເພື່ອຮ່ວມສົມທົບທຶນຊ່ວຍເຫຼືອ ສປປ​ ລາວ ຕໍ່ສູ້ກັບການແຜ່ລະບາດຂອງພະຍາດໂຄວິດ-19 (ລວມທັງໝົດມື້ນີ້ 13 ລ້ານໂດລາສະຫະລັດ).”ພາຍໃນກອງປະຊູມສອງຝ່າຍ. ທ່ານສົມເດັດອັກຄະມະຫາເສນາບໍດີເຕໂຈ ຮຸນແຊນ, ນາຍົກລັດຖະມົນຕີແຫ່ງ ຣາຊະອານາຈັກກໍາປູເຈຍ ຍັງໄດ້ແຈ້ງວ່າຈະຊ່ວຍເຫຼືອຢາວັກຊິນປ້ອງກັນພະຍາດ COVID-19 ໃຫ້ແກ່ບັນດາແຂວງພາກໄຕ້ ສປປລາວ ຈຳນວນ 500,000 ໂດສ ລົດຂົນຢາວັກຊິນຍີ່ຫໍ້ຟອດຈຳນວນ 02 ຄັນ (ສາມາດບັນທຸກໄດ້ 100,000 ໂດສ/ຄັ້ງ), ເຊີ່ງຄາດວ່າຈະຈັດພິທີການມອບຢູ່ເຂດຊາຍແດນ ສປປລາວ ແລະ ກຳປູເຈັຍ ພາຍໃນວັກສຸກ 03 ທັນວາ 2021 …

Read More »

Recent Comments

No comments to show.