ຣັດເຊຍ ສະເໜີຂາຍນ້ຳມັນໃຫ້ອິນເດຍ 35 ໂດລາສະຫະລັດຕໍ່ຖັງ ສຳນັກຂ່າວ ບລູມເບີຣກ ລາຍງານວັນທີ 31 ມີນານີ້ ວ່າ: ຣັດເຊຍ ໄດ້ສະເໜີ ຂາຍນ້ຳມັນດິບ ໃຫ້ແກ່ ອິນເດຍ ປະມານ 35 ໂດລາສະຫະລັດຕໍ່ຖັງ ຖືວ່າເປັນລາຄາ ຖືກກວ່າລາຄາໃນຕະຫລາດທົ່ວໄປ ເຖິງ 3 ເທົ່າ ໃນຊຸດທຳອິດນີ້ ຈຳນວນ 15 ລ້ານຖັງ ຫລັງຈາກ ທ່ານ ເຊີເກຍ ລາຟຣໍຟ (Sergei Lavrov), ລັດຖະມົນຕີ ກະຊວງ ການຕ່າງປະເທດ ຣັດເຊຍ ຢູ່ລະຫວ່າງ ການເດີນທາງ ມາຢ້ຽມຢາມ ນະຄອນຫລວງ ນີວແດນລີ ເປັນເວລາ2ວັນ ເພື່ອປຶກສາຫາລື ການຮ່ວມມື ດັ່ງກ່າວ. Cr: ຂປລ
Read More »Monthly Archives: March 2022
ເຖິງລູກຄ້າ ລາວ ໂທລະຄົມ
ເຖິງລູກຄ້າ ລາວ ໂທລະຄົມ (ເບີຫລັກ 5)ເນື່ອງຈາກວ່າ ປັດຈຸບັນ ໃນທ້ອງຕະຫລາດ ໄດ້ມີບາງຮ້ານຄ້າໄດ້ຂາຍບັດຕື່ມເງິນຂອງ ລາວ ໂທລະຄົມ ແພງກວ່າ ລາຄາທີ່ໄດ້ລະບຸໄວ້ໃນພານບັດ ທາງເຮົາ ຂໍແຈ້ງໃຫ້ລູກຄ້າຊາຍວ່າໄລຍະຜ່ານມາ ເຮົາບໍ່ໄດ້ມີການປັບຂຶ້ນລາຄາ ບັດຕື່ມເງິນ ແຕ່ຢ່າງໃດແລະ ຍັງຄົງຮັກສາ ລາຄາເກົ່າຕາມກຳນົດຂອງລະບຽບ ຈາກກະຊວງທີ່ໄດ້ກໍານົດໃຫ້ດັ່ງນັ້ນ, ເຮົາຈຶ່ງແຈ້ງການ ໃຫ້ລູກຄ້າ ຮັບຮູ້ ວ່າຍັດຕື່ມເງິນທຸກປະເພດແມ່ນຍັງເປັນລາຄາເກົ່າ ແລະ ແນະນຳ ລູກຄ່າເລືອກຊື່ ບັດຕື່ມເງິນ ທີ່ຂາຍຕາມລາຄາ ທີ່ກຳນົດໄວ້ ລູກຄ້າ ສາມາດແຈ້ງຕຳແໜ່ງ ຮ້ານຄ້າ ທີ່ຂາຍເກີນລາຄາ ໃຫ້ເຮົາໄດ້ທຸກເວລາ, ໂດຍສາມາດສົ່ງຂໍ້ຄວາມເຂົ້າມາທາງອິນຊ໋ອກ ຫຼື ໂທ 101.
Read More »ແຊຮເຕືອນ ໃຜຢາກງາມເບິ່ງຄລິບນີ້ເດີ້
ແຊຮເຕືອນ ໃຜຢາກງາມເບິ່ງຄລິບນີ້ເດີ້ ສັນຍາກຳມັນມີຄວາມສ່ງງ ແມ່ນຢູ່ຄົນອື່ນເຮັດອອກມາດີທັງໆທີ່ຄີນີກທີ່ເຮັດກະບອ່ນດງວກັນ. ເຖີງຄາວຊວຍໂຕເອງໄປເຮັດພັດອັກເສບເຜີໆບາງລາຍເສຍໂສມໄປເລີຍກະມີ😥😥 ທີ່ມາ
Read More »ຄໍຫວຍວ່າແນວໃດ? ແຈ້ງການດ່ວນ ໂຈະອອກຫວຍ ແລະ ບໍ່ມີການອອກທົດແທນ ຊ່ວງປີໃໝ່ລາວ
ນະຄອນຫລວງວຽງຈັນ,ວັນທີ.30 ມີນາແຈ້ງການ ເຖິງ: ບັນດາຕົວແທນຈໍາຫນ່າຍຫວຍພັດທະນາ, ທຸກພາກສ່ວນທີ່ກ່ຽວຂ້ອງ ຕະຫລອດຮອດຜູ້ທີ່ມັກສຽງໂຊກ-ຊິງລາງວັນ ໃນຂອບເຂດທົ່ວປະເທດ. ເລື່ອງ: ການໂຈະອອກເລກລາງວັນຫວຍພັດທະນາ ໃນວັນພຸດ ທີ 13 ແລະ ວັນສຸກ ທີ 15 ເມສາ 2022. ອີງຕາມ ແຈ້ງການ ຂອງຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ສະບັບເລກທີ 367/ຫສນຍ, ລົງວັນ ທີ 23 ມີນາ 2022 ເລື່ອງ: ທິດຊີ້ ນາກຽວກັບການສະຫລອງບຸນປີໃຫມ່ລາວ ປີ ພສ 2565 (ຄສ 2022). ອີງຕາມ ຂໍ້ຕົກລົງຂອງ ລັດຖະມົນຕີວ່າການ ກະຊວງການເງິນ ສະບັບເລກທີ 1026/ກງ, ລົງວັນທີ 12 ມິຖນາ 2003 ວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວທຸລະກິດ ຂອງລັດວິສາຫະກິດ …
Read More »ຂ່າວກອງອາເມຣິກາ ກ່າວ ປູຕິນ ໄດ້ຮັບຂໍ້ມູນຄາດເຄີຶ່ອນ ຄະນະທີ່ປຶກສາບໍ່ກ້າບອກຄວາມຈິງກ່ຽວສະຖານະການທີ່ເປັນຈິງໃນຢູເຄຣນ
Russia-Ukraine War: ທຳນຽບຂາວສະຫະລັດອາເມຣິກາ ລະບຸວ່າ ປະທານາທິບໍດີ “ປູຕິນ” ຂອງຣັສເຊຍຮູ້ສຶກວ່າ ເຂົາໄດ້ຮັບຂໍ້ມູນຜິດໆ ຈາກກອງທັບຣັສເຊຍ ແລະ ຄະນະທີ່ປຶກສາກ່ຽວກັບສະຖານະການທີ່ເປັນຈິງໃນຢູເຄຣນທີ່ບໍ່ກ້າບອກຄວາມຈິງວ່າ ປະຕິບັດການທາງທະຫານຂອງຣັສເຊຍສະພາຕົກຕ່ຳສຸດຂະນາດໃດ ເຮັດໃຫ້ເກີດຄວາມເຄັ່ງຄຽດລະຫວ່າງຜູ້ນຳຣັສເຊຍກັບຜູ້ນຳກອງທັບຣັສເຊຍ.ທຳນຽບຂາວຂອງສະຫະລັດອາເມຣິກາລວມໄປເຖິງເຈົ້າຫນ້າທີ່ລັດຖະບານເອີຣົບຫລາຍປະເທດ ລະບຸເມື່ອວານນີ້ (30 ມີນາ22 )ວ່າ ປະທານາທິບໍດີວະລາດິເມ່ຍ ປູຕິນ ໄດ້ຮັບຂໍ້ມູນຜິດໆ ທີ່ບໍ່ກົງກັບຄວາມເປັນຈິງ ຈາກບັນດາທີ່ປຶກສາຂອງປູຕິນເອງທີ່ຢ້ານເກີນກວ່າຈະບອກຄວາມຈິງແກ່ຜູ້ນຳຣັສເຊຍ ວ່າປະຕິບັດການທາງທະຫານຂອງຣັສເຊຍໃນຢູເຄຣນນັ້ນ ຢູ່ໃນຕົກຕ່ຳສຸດໆຂະຫນາດໃດ ລວມທັງບໍ່ກ້າບອກຄວາມຈິງວ່າ ມາດຕະການຄວ້ຳບາດຂອງປະເທດຊາດຕາເວັນຕົກ ກຳລັງສ້າງຄວາມເສຍຫາຍຫນັກສຸດຕໍ່ເສດຖະກິດຣັສເຊຍຫລາຍພຽງໃດ. ເຄດ ເບດດິງຟິດ ຜູ້ອຳນວຍການຝ່າຍສື່ສານຂອງທຳນຽບຂາວສະຫະລັດອາເມຣິກາ ຖະແຫລງເມື່ອວານນີ້ (30 ມີນາ 22)ທີ່ຜ່ານມານີ້ຕາມເວລາທ້ອງຖິ່ນ”ເຮົາໄດ້ຮັບຂໍ້ມູນຂ່າວກອງວ່າປະທານາທິບໍດປູຕິນມີຄວາມຮູ້ສຶກວ່າເຂົາໄດ້ຮັບຂໍ້ມູນທີ່ຜິດໆຈາກກອງທັບຣັສເຊຍ ສົ່ງຜົນໃຫ້ເກີດຄວາມເຄັ່ງຄຽດລະຫວ່າງປູຕິນກັບບັນດາຜູ້ນຳກອງທັບຣັສເຊຍມາໂດຍຕະຫລອດ”ສະຫະລັດອາເມຣິກາ ເຊື່ອວ່າ ປູຕິນ ໄດ້ຮັບຂໍ້ມູນທີ່ຜິດໆ ຈາກບັນດາທີ່ປຶກສາຂອງເຂົາ ກ່ຽວກັບປະຕິບັດການຂອງກອງທັບຣັສເຊຍໃນຢູເຄຣນວ່າຕົກຕ່ຳຊ່ຳໃດ ແລະ ກ່ຽວກັບເສດຖະກິດຂອງຣັສເຊຍກຳລັງຖືກທຳລາຍຫນັກຈາກມາຕະການຄວ້ຳບາດ ເນື່ອງຈາກບັນດາທີ່ປຶກສາລະດັບສູງຂອງຜູ້ນຳຣັສເຊຍ ຢ້ານກົວເກີນກວ່າທີ່ຈະບອກຄວາມຈິງກັບປູຕິນ. ເບດດິງຟິວ ກ່າວຕໍ່ໄປວ່າ ອາເມຣິກາ ເປີດເຜີຍຂໍ້ມູນນີ້ເພື່ອສະແດງວ່າ ນີ້ຄືຄວາມຜິດພາດໃນເຊີງຍຸດທະສາດຂອງຣັສເຊຍ. ທາງດ້ານລັດຖະບານຣັສ້ອຍ …
Read More »ສປປ ລາວ ມີການຕິດເຊື້ອໃນຊຸມຊົນເພີ້ມຂື້ນຢ່າງຕໍ່ເນື່ອງໃນແຕ່ລະວັນ
ຕາມການລາຍງານສະພາບໂຄວິດ-19 ປະຈຳວັນໃນ ສປປ ລາວ ວັນທີ 31 ມີນາ 2021 ໃຫ້ຮູ້ວ່າ: ປັດຈຸບັນ ສະພາບການລະບາດຂອງພະຍາດໂຄວິດ-19 ໃນ ສປປ ລາວ ເຫັນວ່າ ການຕິດເຊື້ອໃນຊຸມຊົນ ຍັງເພີ້ມຂື້ນຢ່າງຕໍ່ເນື່ອງໃນແຕ່ລະວັນ ໂດຍສະເພາະ ຢູ່ນະຄອນຫຼວງວຽງຈັນ ຍັງຄົງໜ້າເປັນຫ່ວງທີ່ສຸດ ຈຳເປັນຕ້ອງໄດ້ເຝົ້າລະວັງ ແລະ ຕິດຕາມສະພາບການລະບາດຢ່າງໃກ້ຊິດ ໃນແຕ່ລະໄລຍະ, ເນື່ອງຈາກ ຍັງມີລາຍງານຕົວເລກຜູ້ຕິດເຊື້ອຫຼັກພັນໃນແຕ່ລະວັນ ໝາຍຄວາມວ່າ ທຸກຄົນ ແມ່ນມີຄວາມສ່ຽງສູງ ແລະ ສາມາດຕິດເຊື້ອພະຍາດໂຄວິດໄດ້ທຸກທີ່ ແລະ ທຸກເວລາ, ຖ້າຫາກທ່ານ ຍັງບໍ່ປະຕິບັດຕາມແຈ້ງການຂອງຄະນະສະເພາະກິດ ແລະ ຄຳແນະນຳຂອງຂະແໜງການກ່ຽວຂ້ອງ ທີ່ໄດ້ວາງອອກໃນແຕ່ລະໄລຍະ ຢ່າງເຄັ່ງຄັດ. ຕໍ່ກັບສະພາບການດັ່ງກ່າວ, ຂໍຮຽກຮ້ອງມາຍັງພໍ່ແມ່, ພີ່ນ້ອງ, ທະຫານ, ຕຳຫຼວດ, ປະຊາຊົນ ແລະ ທຸກພາກສ່ວນໃນສັງຄົມ ຍົກສູງສະຕິຄວາມຮັບຜິດຊອບ ເປັນເຈົ້າການຕົນເອງ ໃນການປະຕິບັດມາດຕະການປ້ອງກັນການຕິດເຊື້ອຢ່າງເຂັ້ມງວດ …
Read More »ປະກາດການຈັດຕັ້ງ ແລະ ເລື່ອນຂັ້ນພະນັກງານໄອນະການປະຊາຊົນທົ່ວປະເທດ.
ປະກາດການຈັດຕັ້ງ ແລະ ເລື່ອນຂັ້ນພະນັກງານໄອນະການປະຊາຊົນທົ່ວປະເທດ. ອອປສ ປະກາດການຈັດຕັ້ງ ແລະ ເລື່ອນຂັ້ນພະນັກງານໄອນະການປະຊາຊົນທົ່ວປະເທດໃນວັນທີ 31 ມີນາ 2022 ທີ່ ອົງການໄອຍະການປະຊາຊົນສູງສຸດ (ອອປສ) ໄດ້ຈັດພິທີປະກາດການຈັດຕັ້ງ ແລະ ປະກາດການເລື່ອນຂັ້ນພະນັກງານໄອຍະການປະຊາ ຊົນ ໃນຂອບເຂດທົ່ວປະເທດ ໂດຍການເປັນປະທານຂອງ ສະຫາຍ ໄຊຊະນະ ໂຄດພູທອນ ກໍາມະການສູນກາງພັກ, ເລຂາຄະນະບໍລິຫານງານພັກ, ຫົວໜ້າການໄອຍະການປະຊາຊົນສູງສຸດ, ມີ ບັນດາສະຫາຍຄະນະພັກ ຄະນະນຳ ແລະ ພາກສ່ວນກຽ່ວຂ້ອງເຂົ້າຮ່ວມຜ່ານລະບົບກອງປະຊຸມທາງໄກ.ໃນພິທີສະຫາຍ ສີອຳພອນ ຈັນລາຕີ ຕາງຫນ້າຄະນະຈັດຕັ້ງສູນກາງພັກ ໄດ້ຜ່ານ ລັດຖະດໍາລັດຂອງປະທານປະເທດ ສະບັບເລກທີ 035/ປປລ, ລົງວັນທີ 17 ມີນາ 2022 ຂອງປະທານປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ວ່າດ້ວຍການແຕ່ງຕັ້ງ ສະຫາຍ ຄໍາເພັດ ສົມວໍລະຈິດ …
Read More »ຊາວຢູໂຣບ ຫາຍໃຈໂລ່ງ..
ຊາວຢູໂຣບ ຫາຍໃຈໂລ່ງ..ປູຕິນ ຍິນດີໂຍະຍານໃຫ້ ໃນເລື່ອງກ໊າຊ(ເຫັນແກ່ມະນຸດມະນາ) ຫຼັງຜູ້ນຳເຢຣມັນ ໂທມາຮ້ອງຂໍ ວ່າຢາກຈ່າຍຄ່າກ໊າຊເປັນຢູໂຣ ຕາມມະຕິຂອງກຸ່ມ ຈີ7 ເຖິງຈະບໍ່ເປັນຣູເບີລ ແຕ່ກໍຂໍຈ່າຍຕາມອັດຕາແລກປ່ຽນຂອງຣູເບີລ ເປັນຫຼັກ.. ເຢຣມັນ ໃຊ້ພະລັງງານຈາກຣັສເຊຍ ກວມ 60% ແລະບໍ່ສາມາດຫາແຫຼ່ງໃດມາຊົດເຊີຍໄດ້ ທັງໃນແງ່ປະລິມານ ແລະລາຄາ ຫາກຂາດພະລັງງານຣັສເຊຍ ເສດຖະກິດເຢຣມັນຈະຫຼົ້ມ ແລະຈະເປັນໂລມີໂນໃຫ້ຜູ້ອື່ນໆຫຼົ້ມໄປຕາມໆກັນ.. (ຕາອີຕົນ) ໃນທີ່ສຸດ ປູຕິນກໍໃຈອ່ອນ ເຫັນດີ ວ່າຣັສເຊຍ ຈະຍັງບໍ່ບີບໃຫ້ຢູໂຣບຈ່າຍເປັນຣູເບີລໃນຕອນນີ້ ຈະຈ່າຍເປັນຢູໂຣ ກໍໄດ້ ແຕ່ໃຫ້ທຽບຖານຕາມຄ່າເງິນສະກຸນຣູເບິລເປັນຫຼັກ ບໍ່ໃຫ້ທຽບເປັນດອລລາຣ໌ ຫຼືຢູໂຣ ໝາຍຄວາມວ່າລາຄາພະລັງງານ ຫຼືສິນຄ້າອື່ນໆຂອງຣັສເຊຍ ຈະຂຶ້ນລົງ ແມ່ນຂຶ້ນຢູ່ກັບຄ່າເງິນສະກຸນຣູເບິລ ເຊິ່ງກໍເຮັດໃຫ້ຄ່າເງິນຣູເບິນ ມື້ນີ້ ຖີບຕົວຂຶ້ນອີກ ມາຢູ່ໃນຄ່າປົກກະຕິ ເທົ່າກັບຕອນທີ່ບໍ່ທັນບຸກຢູເຄຣນ ຄື 83 ຣູເບິລ ຕໍ່ດອລລາຣ໌ ແລະຍັງຈະແຂງຄ່າຂຶ້ນໄປເລື້ອຍໆ ຂະນະທີ່ກ່ອນໜ້ານີ້ ມັນອ່ອນຄ່າລົງເຖິງ 140 …
Read More »ລັດຖະມົນຕີຕ່າງປະເທດຣັສເຊຍປະກາດວ່າ ຣັສເຊຍກັບຈີນກຳລັງມຸ້ງໄປສູ່ ‘ລະບຽບໂລກທີ່ຍຸຕິທຳ’
ລັດຖະມົນຕີຕ່າງປະເທດຣັສເຊຍປະກາດວ່າ ຣັສເຊຍກັບຈີນກຳລັງມຸ້ງໄປສູ່ ‘ລະບຽບໂລກທີ່ຍຸຕິທຳ’ລະຫວ່າງການເດີນທາງເຢືອນຈີນ ທ່າມກາງວິກິດຄວາມຂັດແຍ່ງໃນຢູເຄຣນ. ເຊີເກ ລາຟຣອຟ ລັດຖະມົນຕີຕ່າງປະເທດຣັສເຊຍ ໄດ້ເດີນທາງເຖິງເມືອງຫວງຊານ ທາງຕະເວັນອອກຂອງຈີນ ໃນຊ່ວງເຊົ້າທີ່ຜ່ານມາ ກ່ອນເຂົ້າພົບກັບ ຫວັງ ຍີ່ ລັດຖະມົນຕີຕ່າງປະເທດຈີນ. ກ່ອນຫນ້າທີ່ຈະຫາລືກັບ ຫວັງຍີ່ ກະຊວງຕ່າງປະເທດຣັສເຊຍໄດ່ເຜີຍແພ່ວິດີໂອຖະແຫລ່ງການຂອງ ລາຟຣອຟ ທີ່ລະບຸວ່າ”ໂລກກຳລັງຢູ່ໃນຈຸດພິກຜັນຂອງປະຫວັດສາດຄວາມສຳພັນລະຫວ່າງປະເທດ. ແຕ່ໃນທ້າຍສຸດແລ້ວ“ຣັສເຊຍລວມເຖິງພັນທະມິດທີ່ເຂົ້າໃຈຈຸດຢືນຂອງເຮົາ ຈະເດີນຫນ້າສູ່ລະບຽບໂລກທີ່ມີຫລາຍມິຕິ ຍຸຕິທຳແລະເປັນປະຊາທິປະໄຕ”ຢ່າງໃດກໍ່ດີເປົ້າຫມາຍຫລັກຂອງ ລາຟຣອຟ ໃນການ້ດີນທາງເຢືອນຈີນຄັ້ງນີ້ ຄືການຫາລືການຊ່ວຍເຫຼືອ ອັຟການິສະຖານ ເຊິ່ງກຳລັງຜະເຊີນວິກິດດ້ານມະນຸດສະຍະທຳ ແຕ່ກາຍເປັນວ່າ ວິກິດຢູເຄຣນກາຍເປັນປະເດັນຂື້ນມາ. ຄວາມສຳພັນລະຫວ່າງຈີນແລະຣັສເຊຍຍັງຖືວ່າແຫນ້ນແຟ້ນ ເພາະຈີນປະຕິເສດບໍ່ຄວ້ຳບາດຣັສເຊຍ ຕາມຮອຍຊາດຕາເວັນຕົກຕໍ່ກໍລະນີສົ່ງທະຫານໄປຢູເຄຣນ. ດ້ານລັດຖະບານອິນເດຍເປີດເຜີຍວ່າ ຫລັງເສັດສີ້ນເດີນທາງເຢືອນຈີນແລ້ວລັດຖະມົນຕີຕ່າງປະທດຣັສເຊຍຈະເດີນທາງເຢືອນອິນເດຍໃນວັນພະຫັດ. ອິນເດຍເປັນອີກປິເທດມະຫາອຳນາດທີ່ເລືອກ ‘ງົດ’ອອກສຽງໃນການປະຊຸມ ສະມັດຊາໃຫຍ່ສະຫະປະຊາຊາດວາລະສຸກເສີນ ເພື່ອປະນາມຣັສເຊຍອີກທັງ ລັດຖະບານອິນເດຍຍັງເດີນຫນ້າຊື້ນ້ຳມັນ ແລະ ທຳການຄ້າກັບຣັສເຊຍຕໍ່ໄປ. ຂໍ່ມູນຈາກ: LTS Laos News #ໄລ່ຕາມກະແສຂ່າວ
Read More »ແຕກອີກແລ້ວ
ໂຊກເຮັງ! ເສດຖີຄົນໃຫມ່ມາແລ້ວເດີ້. ເລກປະຈຳງວດ ວັນທີ່ 30/03/2022 ເຊີ່ງ ເສດຖີຄົນນີ້ໄດ້ຊື້ ຕົວເລກຖືກລາງວັນຊະນະເລີດ 6 ຕົວໂດຍຕົງ ….. ດີໃຈນຳຜູ້ໂຊກດວງເຮັງທີ່ເປັນເສດຖີຂ້າມຄືນໃນຄັ້ງນີ້ເດີ ທີ່ມາ . ຄຼິບບ ເລທີ່ອອກ ເລກດວງໂຊກຕາມວັນເກີດມີດັ່ງນີ້ ຄົນເກີດໃນວັນອາທິດ: ມີເລກນຳໂຊກຄື ຫມາຍເລກ 2. ຫມາຍເລກທີ່ຄວນຫລີກເວັ້ນ ແມ່ນຫມາຍເລກ 1.ຄົນເກີດໃນວັນຈັນ: ມີເລກນຳໂຊກຄື ຫມາຍເລກ 2, ເລກ 5. ຫມາຍເລກທີ່ຄວນຫລີກເວັ້ນ ແມ່ນຫມາຍເລກ 7.ຄົນເກີດໃນວັນ ອັງຄານ: ມີເລກນຳໂຊກຄື ຫມາຍເລກ 3 ແລະ 9 . ຫມາຍເລກທີ່ຄວນຫລີກເວັ້ນຫລືຫມາຍເລກບໍ່ເຂົ້າກັບໂຊກເຮົາ ແມ່ນຫມາຍເລກ 2 ແລະ 4. # ຄົນເກີດໃນວັນພຸດ (ກາງເວັນ) : ມີເລກນຳໂຊກຄື ຫມາຍເລກ …
Read More »